spot_img
Homeຂ່າວຕ່າງປະເທດມີຜູ້ນຶ່ງ​ ເສຍຊີວິດ ແລະ 9 ຄົນ ບາດເຈັບ ໃນເຫດລະເບີດ ເທິງລົດໄຟ ອິນເດຍ (ພາບ/ວີດີໂອ)

ມີຜູ້ນຶ່ງ​ ເສຍຊີວິດ ແລະ 9 ຄົນ ບາດເຈັບ ໃນເຫດລະເບີດ ເທິງລົດໄຟ ອິນເດຍ (ພາບ/ວີດີໂອ)

Published on

ເຫດລະເບີດ 2 ບັ້ນ ​ໄດ້​ແຕກ​ຂຶ້ນ​ໃສ່​ຂະບວນລົດ​ໄຟ​ໂດຍສານ​ອິນ​ເດຍ ພຽງບໍ່​ເທົ່າ​ໃດ​ນາທີ ຫຼັງ​ຈາກ​ທີ່​ໄດ້​ເຂົ້າຈອດ ​ຢູ່​ສະຖາ​ນີເມືອງ Chennai ໂດຍໄດ້ສັງຫານ​ຢ່າງນ້ອຍແມ່ຍິງຜູ້ນຶ່ງ​ແລະມີຜູ້​ບາດ​ເຈັບອີກ​ບໍ່ຕ່ຳກວ່າ 9 ຄົນ. ​

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ເຫດລະເບີດທັງ 2 ບັ້ນ ​ໃນ​ຕອນເຊົ້າ​ວັນ​ພະຫັດ​ມື້​ນີ້ ແມ່ນ​ຢູ່​ໃນ​ຕູ້​ຫ້ອງ​ນອນຊັ້ນ​ທຳ​ມະ​ດາ ຂອງ​ລົດໄຟດ່ວນ ສາຍ Bangalore ຫາ Guwahati.

ຕຳຫຼວດ​ພວມທຳ​ການ​ສືບສວນ​ສອບ​ສວນ ​ໃນ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ສົງ​ໄສ​ວ່າ ​ເປັນ​ການຫ້າງ​ລະ​ເບີດ​ໃສ່ກ້ອງ​ບ່ອນ​ນັ່ງ​ຂອງ​ຜູ້​ໂດຍສານ. ພວກ​ໝາ​ດົມ​ກິ່ນໄດ້ຖືກສົ່ງໄປ​ປະຕິບັດ​ໜ້າ​ທີ່ໃນ ​ບ່ອນ​ເກີດ​ເຫດ​ ​ແລະຊອກ​ຄົ້ນ​ຫາລະ​ເບີດ​ ໃນຫີບ​ເຄື່ອງນຸ່ງເຄື່ອງໃຊ້ ຂອງ​ຜູ້​ໂດຍສານ.

ຍັງ​ບໍ່​ທັນ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ ກ່ຽວກັບການວາງລະເບີດໃນຄັ້ງ ນີ້ ຊຶ່ງ​ມີ​ຂຶ້ນທ່າມກາງ​ການຮັກສາ​ຄວາມ​ສະ​ງົບທີ່ເຂັ້ມງວດຂຶ້ນ ​ໃນລະຫວ່າງ​ການ​ເລືອກ​ຕັ້ງ​ໃນ​ທົ່ວ​ໄປຂອງອິນເດຍນັ້ນ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...