spot_img
Homeຂ່າວພາຍ​ໃນພັດທະນາບຶງສາລາຄຳເປັນເຂດສີຂຽວ ຜະລິດກະສິກຳຄົບວົງຈອນ

ພັດທະນາບຶງສາລາຄຳເປັນເຂດສີຂຽວ ຜະລິດກະສິກຳຄົບວົງຈອນ

Published on

 

ຄະນະ​ນຳ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຕົກລົງ​ໃຫ້​ບໍລິສັດ ມິດຕະພາບ​ພັດທະນາ​ການ​ກະເສດ ຈຳກັດ​ຜູ້​ດຽວ ແລະ ບໍລິສັດ ນ້ຳ​ສາລາ​ຄຳ ຈຳກັດ ສຳ​ປະທານ​ທີ່​ດິນ ຈຳນວນ 148 ເຮັກຕາ ເຂດ​ບຶງ​ສາລາ​ຄຳ ບ້ານ​ສາລາ​ຄຳ ເມືອງ​ຫາດ​ຊາຍ​ຟອງ ເພື່ອ​ພັດທະນາ​ໃຫ້​ເປັນ​ເຂດ​ສີຂຽວ ຜະລິດ​ກະສິກຳ​ຄົບ​ວົງ​ຈອນ ເປັນຕົ້ນ​ແມ່ນ​ລ້ຽງ​ປາ ປູກ​ໄມ້​ທຳ​ມະ​ຊາດ ແລະ ປູກ​ພືດ​ຜັກ​ສະອາດ ຕະຫຼາດ​ກະສິກຳ ແລະ ຕະຫຼາດ​ການ​ຄ້າ​ທົ່ວ​ໄປ ບໍລິການ​ທີ່​ພັກ​ອາໄສ ເຮືອນ​ພັກ ແລະ ຮ້ານ​ອາຫານ ພັດທະນາ​ຄອງ​ລະບາຍ​ນ້ຳ​ສາທາລະນະ ພັດທະນາ​ອ່າງເກັບນ້ຳ​ສະອາດ ກິດຈະກຳ​ກີລາ​ເທິງ​ນ້ຳ ແລະ ບົກ ກໍ່ສ້າງ​ເສັ້ນທາງ ແລະ ຮ່ອງ​ລະບາຍ​ນ້ຳ ກໍ່ສ້າງ​ຫ້ອງ​ທົດ​ລອງ ຫ້ອງ​ສາທິດ ແລະ ຫ້ອງ​ເຝິກອົບຮົມ​ດ້ານ​ກະສິກຳ ເຊິ່ງ​ມີ​ໄລຍະ​ສຳ​ປະທານ 70 ປີ ຄາດ​ຄະເນ​ມູນ​ຄ່າ​ລົງທຶນ​ເບື້ອງ​ຕົ້ນ ປະມານ 40 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ຫຼື ປະທານ 320 ຕື້​ກວ່າ​ກີບ.

ພິທີ​ລົງ​ນາມ​ໃຫ້​ສຳ​ປະທານ​ທີ່​ດິນ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ມີນາ 2014 ຢູ່​ຟາມ​ກາບ​ຊ້ອນ ບ້ານ​ສາລາ​ຄຳ ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ ລະຫວ່າງ​ທ່ານ ພູ​ຂົງ ບັນນະ​ວົງ ຫົວໜ້າ​ພະ​ແນກ​ແຜນການ ແລະ ການ​ລົງທຶນ ນະຄອນຫຼວງ​ວຽງ​ຈັນ ແລະ ທ່ານ​ນາງ ກາບ​ຊ້ອນ ກໍ​ລະ​ສັກ ຜູ້ອຳນວຍການ​ບໍລິສັດ ມິດຕະພາບ​ພັດທະນາ​ການ​ກະເສດ ຈຳກັດ​ຜູ້​ດຽວ ແລະ ທ່ານ ເດັ່ນ​ວິໄລ ທີ​ຣະ​ວົງ ຜູ້ອຳນວຍການ​ບໍລິສັດ ນ້ຳ​ສາລາ​ຄຳ ຈຳກັດ ໂດຍ​ມີ​ທ່ານ ສາຍທອງ ແກ້ວ​​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ທ່ານ ​ສຈ.​ດຣ. ຄຳ​ຜາດ ສຸລິນ​ພູມ​ມີ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ກະສິກຳ-ປ່າໄມ້ ທ່ານ ບຸນ​ທາມ ພຸດ​ທະ​ວົງສາ ເຈົ້າເມືອງ​ຫາດ​ຊາຍ​ຟອງ ມີ​ບັນດາ​ຫົວໜ້າ​ກົມ ຮອງ​ກົມ ແລະ ພະນັກງານ​ທີ່​ກ່ຽວຂ້ອງ ແລະ ອຳນາດ​ການ​ປົກຄອງ​ຈາກ 6 ບ້ານ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ທີ່ມາ :http://www.vientianemai.net/teen/khao/1/11440

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...