spot_img
Homeຂ່າວພາຍ​ໃນສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການໄປສະນີສະບັບປັບປຸງ

ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍການໄປສະນີສະບັບປັບປຸງ

Published on

ກ

ກອງປະຊຸມສະໄໝສາ ມັນເທື່ອທີ 6 ຂອງສະພາ ແຫ່ງຊາດຊຸດທີ VII ເຊິ່ງໄດ້ ດຳເນີນມາເປັນມື້ທີ 13, ໃນ ວັນທີ 25 ທັນວາ 2013, ໂດຍການເປັນປະທານຂອງ ທ່ານນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ  ເຊິ່ງມີ ປັນດາສະມາຊິກຄະນະລັດ ຖະບານ ແລະ ສະມາຊິກສະ ພາແຕ່ລະເຂດເລືອກຕັ້ງເຂົ້າ ຮ່ວມ.
ໃນຕອນເຊົ້າປະທານກອງ ປະຊຸມໄດ້ສະເໜີໃຫ້ທ່ານ ນູລິນ ສິນບັນດິດ ລັດຖະມົນຕີ ວ່າການກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງ ແວດລ້ອມຂຶ້ນຜ່ານຮ່າງກົດ ໝາຍວ່າດ້ວຍຊັຍພະຍາ ກອນນ້ຳສະບັບປັບປຸງ ເຊິ່ງ ໃນກົດໝາຍສະບັບເກົ່າປະ ກອບມີ 10 ໝວດ, 49 ມາດ ຕາ, ສ່ວນໃນສະບັບປັບປຸງ ໃໝ່ນີ້ລວມມີ 15 ພາກ ແລະ 88 ມາດຕາ, ປັບປຸງທັງໝົດ 29 ມາດຕາອີກ 59 ມາດ ຕາແມ່ນສ້າງໃໝ່. ເພື່ອໃຫ້ ເນື້ອໃນຂອງກົດໝາຍດັ່ງກ່າວນີ້ຄົບຖ້ວນ ແລະ ຈະແຈ້ງ ທ່ານປະທານກອງປະຊຸມກໍ່ ໄດ້ເນັ້ນໜັກບາງມາດຕາ, ບາງຄຳສັບໃຫ້ບັນດາ ສສຊ ແຕ່ລະທ່ານໄດ້ປະກອບຄຳ ເຫັນເພື່ອແນໃສ່ຄຸ້ມຄອງ, ນຳ ໃຊ້ປົກປັກຮັກສາຊັບພະຍາ ກອນນ້ຳໃຫ້ມີຄວາມສອດ ຄ່ອງ, ສະດວກ, ວອ່ງໄວ, ຮັບ ປະກັນຄຸນນະພາບຫຼຸດຜ່ອນ ຜົນກະທົບອັນບໍ່ດີຕໍ່ຊີວິດ ແລະ ສຸຂະພາບຂອງປະຊາ ຊົນລາວບັນດາເຜົ່າ ແລະ ສິ່ງ ມີຊີວິດອື່ນໆ. ພ້ອມກັນນັ້ນ ສະມາຊິກສະພາແຕ່ລະທ່ານ ກໍໄດ້ຕັ້ງໜ້າປະກອບຄຳເຫັນ ໃສ່ຮ່າງກົດໝາຍນີ້ຢ່າງກົງໄປ ກົງມາ, ມີຈຸດສູມ ແລະ ມີ ຄວາມຮັບຜິດຊອບສູງ. ຫຼັງ ຈາກນັ້ນທ່ານປະທານກອງ ປະຊຸມກໍໄດ້ສະຫຼຸບສັງລວມ ຄືນເຫັນວ່າການປະກອບຄຳ ເຫັນຂອງແຕ່ລະທ່ານນັ້ນ ລ້ວນແລ້ວແຕ່ມີຜົນປະໂຫຍດ ຕໍ່ກົດໝາຍສະບັບນີ້, ແຕ່ເຫັນ ວ່າຍັງມີບັນຫາອີກຫຼາຍຢ່າງ ທີ່ຍັງບໍ່ຈະແຈ້ງ ແລະ ບໍ່ຫັດ ກຸມໂດຍສະູເພາະກ່ຽວກັບ ການຄຸ້ມຄອງນ້ຳ, ປົກປັກຮັກ ສານ້ຳໃຫ້ແທດເໝາະກັບສະ ພາບການພັດທະນາສັງຄົມ ໃນປັດຈຸບັນເຊັ່ນບັນຫານ້ຳ ເປື້ອນ, ນ້ຳເສຍຍັງບໍ່ທັນກຳ ນົດຈະແຈ້ງເນື່ອງຈາກວ່າກົດ ໝາຍນີ້ມັນພົວພັນກັບຫຼາຍ ກົດໝາຍພົວພັນເຖິງການ ຄຸ້ມຄອງເສດຖະກິດສັງຄົມ ໃນການພັດທະນາໃນປັດຈຸ ບັນສະນັ້ນບັນດາ ສສຊ ຈຶ່ງ ລົງຄຳເຫັນເລື່ອນການພິຈາ ລະນາກົດໝາຍນີ້ໄປໃນກອງ ປະຊຸມສະໄໝຕໍ່ໄປ.
ສ່ວນໃນຕອນບ່າຍ ກອງ ປະຊຸມໄດ້ດຳເນີນໂດຍການ ເປັນປະທານຂອງທ່ານ ສົມ ພັນ ແພງຄຳມີ ຮອງປະທານ ສະພາແຫ່ງຊາດ, ທ່ານປະ ທານກອງປະຊຸມໄດ້ສະເໜີ ໃຫ້ທ່ານ ຫຽມ ພົມມະຈັນ ລັດ ຖະມົນຕີວ່າການກະຊວງໄປ ສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ. ຂຶ້ນຜ່ານ ຮ່າງກົດໝາຍວ່າດ້ວຍການ ໄປສະນີສະບັບປັບປຸງໃໝ່ ໃນກົດໝາຍນີ້ສະບັບເດີມປະ ກອບດ້ວຍ 9 ໝວດ, 39 ມາດຕາ. ສ່ວນວ່າສະບັບປັບ ປຸງໃໝ່ນີ້ປະກອບດ້ວຍ 12 ພາກ, 4 ໝວດ, 65 ມາດຕາ, ໃນນັ້ນປັບປຸງໃໝ່ 38 ມາດ ຕາ, ຕັດອອກ 1 ມາດຕາ ແລະ ເພີ່ມໃໝ່ 27 ມາດຕາ.  ການປະກອບຄຳເຫັນໃນບາງ ມາດຕາ, ບາງຄຳສັບທີ່ເຫັນ ວ່າບໍ່ທັນຈະແຈ້ງ ສສຊ ແຕ່ ລະທ່ານລ້ວນແຕ່ສູມທຸກວິທີ ທາງເພື່ອປັບປຸງແກ້ໄຂກົດ ໝາຍສະບັບນີ້ໃຫ້ຈະແຈ້ງຮັດ  ກຸມຂຶ້ນ ໂດຍມີຄຳເຫັນທີ່ ເໜາະສົມ ແລະ ມີຄວາມຊັດ  ເຈນກົງໄປກົງມາ. ຫຼັງຈານັ້ນ ບັນດາສະມາຊິກສະພາກໍໄດ້ ລົງຄະແນນສຽງຮັບຮອງເອົາ ໂດຍມີຈຳນວນ ສສຊ ເຂົ້າ ຮ່ວມປະຊຸມທັງໝົດ 101 ສຽງ, ເຫັນດີ 98 ສຽງ, ບໍ່ເຫັນ ດີ 1 ສຽງ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...