Homeລົດຍົນ-ຍານພາຫະນະນິສສັນ IDx NISMO ​ໄດ້​ຮັບ​ພະລັງ​ສ້າງສັນ​ຈາກ​ເກ​ມ

ນິສສັນ IDx NISMO ​ໄດ້​ຮັບ​ພະລັງ​ສ້າງສັນ​ຈາກ​ເກ​ມ

Published on

556000015660207 556000015660209

ນິສສັນເຜີຍຢ່າງເປີດອົກ​ເຖິງໂຄງການພັດທະນາຕ້​​ົນແບບລຸ້ນ IDx NISMO ວ່າເກີດຈາກກຸ່ມຄົນຂອງນິສສັນ ແລະ NISMO ມີຄວາມຫຼົງໄຫຼ ແລະ ເຕີບໂຕມາກັບການຫຼິ້ນເກມລົດແຂ່ງໂດຍນຳຈິນຕະນາການທີ່ເກີດຂຶ້ນໃນຈໍສີ່ຫຼ່ຽມມາດັດແປງສ້າງສັນໃຫ້ເກີດລົດຕ້ົນແບບຊົງສະປອດສຸດລ້ຳຂຶ້ນມາໄດ້

 

ສຳລັບຕ້ົນແບບຄັນນີ້ຖືກຈັດສະແດງເປັນຄັ້ງທຳ​ອິດໃນງານໂຕກຽວມໍເຕີໂຊ 2013 ເມື່ອທ້າຍເດືອນພະຈິກທີ່ຜ່ານມາ ແລະ ​ເອີ້ນສຽງຮື​ນາໄດ້ບໍ່ນ້ອຍໂດຍສະເພາະໃນແງ່ຂອງແນວຄິດການສ້າງສັນທີ່ຊວນໃຫ້ຄິດ​ເຖິງຍຸກຮຸ່ງເຮືອງຂອງລົດສະປອດຂະໜາດກະທັດຮັດແບບຂັບເຄື່ອນລ້ໍຫຼັງໃນຍຸກ 1970-1980 ໂດຍເປັນການນຳຕ້ົນແບບລຸ້ນ IDxFreeflow ມາຕ່ໍຍອດການພັດທະນາ

 

ທີມພັດທະນາເປີດເຜີຍວ່າ ຕົວລົດໄດ້ຮັບແຮງບັນດານໃຈມາຈາກລົດແຂ່ງໃນຍຸກນັ້ນແລະ ໄດ້ມີການດັດແປງດ້ວຍການນຳ​ແບບ ແລະ ຮູບ​ແບບການແຕ່ງມາໃຊ້ກັບຕ້ົນແບບຄັນນີ້ບໍ່ວ່າຈະເປັນຕົວຖັງຊົງຫຼ່ຽມ

 

ນອກຈາກນັ້ນເພື່ອໃຫ້ເກີດຄວາມຕ້ານ​ລົມ IDx NISMO ມາພ້ອມກັບຄວາມສູງຂອງຕົວຖັງພຽງເລັກນ້ອຍ1.300 ມິນລິ​ແມັດ,ຍາວ 4.100 ມິນລິ​ແມັດ ແລະ ມີຄວາມກວ້າງຢູ່ໃນລະດັບ 1.800 ມິນລິ​ແມັດເພື່ອການຊົງຕົວ ແລະ ການຢຶດເກາະທີ່ດີ ເສີມຄວາມຫໍ່ຼດ້ວຍລ້ໍແມັກຂະໜາດ 19 ນິ້ວຈັບຄູ່ກັບຢາງ 225/40R19

 

ເຄື່ອງຈັກທີ່ໃຊ້ໃນການຂັບເຄື່ອນເປັນການພັດທະນາ ແລະ ຕ່ໍຍອດມາຈາກບັອກ 1.600 ຊີຊີ. Di ທີ່ເປັນຂຸມພະລັງແບບ Eco-Friendly ແຕ່ທາງ NISMO ບອກວ່າມີການປັບແຕ່ງເພື່ອຄວາມ​ອາດ​ສາມາດໃນການຂັບເຄື່ອນທີ່ຖືກໃຈຜ່ານທາງເກຍCVT ທີ່ສາມາດເຂ້ົາໂໝດປັບເປັນແບບ 6 ຈັງຫວະ Manual Shift

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...