Homeຂ່າວພາຍ​ໃນປີ 2012-2013 ມູນຄ່າການຈຳຫນ່າຍຜະລິດຕະພັນດ້ານອຸດສາຫະກຳ ແລະ ຫັດຖະກຳທົ່ວແຂວງໄຊຍະບູລີ ບັນລຸ 201ຕື້ກີບ

ປີ 2012-2013 ມູນຄ່າການຈຳຫນ່າຍຜະລິດຕະພັນດ້ານອຸດສາຫະກຳ ແລະ ຫັດຖະກຳທົ່ວແຂວງໄຊຍະບູລີ ບັນລຸ 201ຕື້ກີບ

Published on

ໃນປີ 2012-2013 ນີ້, ມູນຄ່າການຈຳໜ່າຍຜະລິດ ຕະພັນດ້ານອຸດສາຫະກຳ ແລະ ຫັດຖະກຳ ທົ່ວແຂວງໄຊ ຍະບູລີ ບັນລຸ 201 ຕື້ກີບ, ຕາມ
ການລາຍງານຂອງພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນປີ 2012-2013 ຜ່ານມາ ແຂວງໄຊຍະບູລີ ກໍ່ຄືພະແນກ ອຸດສາຫະກຳການຄ້າໄດ້ຮັບ ການຮ່ວມມືຈາກພາກສ່ວນທຸ ລະກິດເພື່ອດຶງດູດໃຫ້ມາລົງ ທຶນ ແລະ ເກັບຊື້ຜະລິດຕະພັນ ດ້ານກະສິກຳ ແລະ ອຸດສາຫະ ກຳໃຫ້ຫຼາຍຂຶ້ນ ຊຶ່ງປີ 2012-2013 ສິນຄ້າສົ່ງອອກຕ່າງປະ ເທດໄດ້ທັງໝົດ 50 ລ້ານກວ່າ ໂດລາທຽບໃສ່ແຜນການປີ ປະຕິບັດໄດ້  103%  ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1,5%.
ສິນຄ້າສົ່ງອອກສ່ວນໃຫຍ່ ແມ່ນຜະລິດຕະພັນກະສິກຳ ກວມເອົາ 90,4% ຂອງມູນຄ່າ ການສົ່ງອອກ, ໃນນັ້ນຫຼາຍ ກວ່າໝູ່ແມ່ນສາລີ, ໝາກ ເດືອຍ ແລະ ແປ້ງມັນຕົ້ນ, ສຳ ລັບການນຳເຂົ້າສິນຄ້າຈາກ ຕ່າງປະເທດປະຕິບັດໄດ້ 34 ລ້ານກວ່າໂດລາ, ສິນຄ້ານຳ ເຂົ້າສ່ວນໃຫຍ່ແມ່ນພາຫະ ນະອຸປະກອນຮັບໃຊ້ການຜະ ລິດ, ເຄື່ອງກໍ່ສ້າງ ແລະ ເຄື່ອງ ອຸປະໂພກ-ບໍລິໂພກທີ່ຈຳ ເປັນ. ນອກຈາກວຽກສິນຄ້າ ສົ່ງອອກ ແລະ ນຳເຂົ້າແລ້ວ ປັດຈຸບັນດ້ານອຸດສາຫະກຳ ແລະ ຫັດຖະກຳພາຍໃນ ແຂວງໄຊຍະບູລີ ຍັງມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ທ່ົວແຂວງມີໂຮງງານອຸດສາ ຫະກຳ ແລະ ຫັດຖະກຳປຸງ ແຕ່ງທັງໝົດ 2.060 ແຫ່ງເພີ່ມ ຂຶ້ນຈາກປີຜ່ານມາ 18 ແຫ່ງ, ໃນນີ້ໂຮງງານຂະໜາດໃຫຍ່ ມີ 47 ແຫ່ງ, ຂະໜາດກາງ 45 ແຫ່ງ ແລະ ຂະໜາດນ້ອຍ
1.965 ແຫ່ງ, ມີທຶນຈົດທະບຽນ ທັງໝົດ 803 ຕື້ກວ່າກີບ, ລວມຍອດມູນຄ່າການຜະລິດ ດ້ານອຸດສາຫະກຳ ແລະ ຫັດ ຖະກຳບັນລຸ 159 ຕື້ກວ່າກີບ  ທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາເພີ່ມຂຶ້ນ 9,24% ແລະລວມຍອດການຈຳໜ່າຍ ຜະລິດຕະພັນດ້ານອຸດສາຫະ ກຳ ແລະ ຫັດຖະກຳບັນລຸ 201
ຕື້ກວ່າກີບທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາເພີ່ມຂຶ້ນ 9,65%.
ຕໍ່ວຽກງານສົ່ງເສີມວິສາຫະ ກິດຂະໜາດກາງ, ຂະໜາດ ນ້ອຍກໍ່ນັບມື້ນັບຂະຫຍາຍ ກວ້າງອອກ ມາຮອດປັດຈຸບັນ ມີຫົວໜ່ວຍວິສາຫະກິດຂະ ໜາດກາງ, ຂະໜາດນ້ອຍທັງ ໝົດ 6.953 ຫົວໜ່ວຍ, ມີທຶນ ຈົດທະບຽນທັງໝົດ 3.920 ຕື້ ກີບ, ໃນນັ້ນຂະແໜງອຸດສາ ຫາກຳມີ 412 ຫົວໜ່ວຍ, ມີ ທຶນ 1 ຕື້ 107 ລ້ານກວ່າກີບ, ຂະແໜງການຄ້າມີ 3.489 ຫົວໜ່ວຍ, ມີທຶນ 494 ລ້ານ ກວ່າກີບ, ຂະແໜງບໍລິການ 2.898 ຫົວໜ່ວຍ, ມີທຶນທັງ ໝົດ 1 ຕື້ 60 ລ້ານກວ່າກີບ, ຂະແໜງກະສິກຳມີ 154 ຫົວ ໜ່ວຍ, ມີທຶນທັງໝົດ 1 ຕື້ 256 ລ້ານກວ່າກີບ, ເພື່ອປະຕິ ບັດສືບຕໍ່ຂະຫຍາຍມະຕິກອງ ປະຊຸມໃຫຍ່ຄັ້ງທີ V ຂອງອົງ ຄະນະພັກແຂວງກໍ່ຄືແຜນພັດ ທະນາເສດຖະກິດ-ສັງຄົມ ຂອງແຂວງວາງອອກໃຫ້ປະ ກົດຜົນເປັນຈິງນັ້ນ, ໃນປີ 2013-2014 ຈະສູ້ຊົນປະຕິ ບັດເຮັດໃຫ້ການສົ່ງອອກສິນ ຄ້າໃຫ້ໄດ້ 51 ລ້ານກວ່າໂດ ລາ ແລະ ເອົາໃຈໃສ່່ຄຸ້ມຄອງ ການນຳເຂົ້າສິນຄ້າໃຫ້ຢູ່ໃນ ລະດັບ 38 ລ້ານກວ່າໂດລາ, ປະຕິບັດເຮັດໃຫ້ການຜະລິດ ດ້ານຫັດຖະກຳ ແລະ ອຸດສາ ຫະກຳປຸງແຕ່ງໃຫ້ໄດ້ 219 ຕື້ກີບ ແລະ ຍອດມູນຄ່າຈຳ ໜ່າຍຜະລິດຕະພັນດ້ານຫັດ ຖະກຳ ແລະ ອຸດສາຫະກຳປຸງ ແຕ່ງໃຫ້ໄດ້ຫຼາຍກວ່າ 242 ຕື້ ກີບ, ໂດຍຈະໄດ້ຊຸກຍູ້ສົ່ງເສີມ ບັນດານັກທຸລະກິດທັງພາຍ ໃນ ແລະ ຕ່າງປະເທດໃຫ້ເຂົ້າ ມາລົງທຶນຢູ່ພາຍໃນແຂວງ ພ້ອມທັງອຳນວຍຄວາມສະ ດວກໃນການບໍລິການ ແລະ ການຂຶ້ນທະບຽນທຸລະກິດໃຫ້ ຖືກຕ້ອງ ແລະ ວ່ອງໄວ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...