spot_img
Homeຂ່າວການສຶກສາ3 ເສັ້ນທາງສູ່ຄວາມສຳເລັດຂັ້ນສູງສຸດ

3 ເສັ້ນທາງສູ່ຄວາມສຳເລັດຂັ້ນສູງສຸດ

Published on

“ລອງປັບຕົວໃຫ້ເຂົ້າກັບຕົວຕົນທີ່ແທ້ຈິງຂອງເຮົາ​ເອງໃຫ້ໄດ້ຫຼາຍທີ່ສຸດ ແລ້ວເຮົາຈະພົບກັບຄວາມສຳເລັດໃນແບບຂອງເຮົາເອງ.”Teamlead

ເວລາທີ່​ເຮັດ​ສິ່ງ​ໃດແລ້ວບໍ່ສຳເລັດ ຫຼື ຍັງຄົງຮູ້ສຶກວ່າບໍ່​ເຕັມທີ່​ກັບ​ມັນ ເຮົາເຄີຍຖາມຕົວເອງ ຫຼື ບໍ່ວ່າ ຕົວຕົນທີ່ແທ້ຈິງຂອງເຮົານັ້ນຄືຫຍັງ ​ເຮົາເປັນ​ໂຕນາກ (ສັດທີ່ຊ່ຽວຊານດ້ານການລອຍ​ນ້ຳ) ເປັນກະລອກ (ສັດທີ່ຊ່ຽວຊານດ້ານການປີນ) ​ຫຼື ເປັນໜູ (ສັດທີ່ຊ່ຽວຊານດ້ານການລົບຫຼີກອັນຕະລາຍ) ເພາະສັດສາມຊະນິດນີ້ມີຄວາມສາມາດພິເສດສະເພາະຕົວທີ່ຕ່າງກັນອອກໄປ ພວກມັນເກັ່ງຄົນລະແບບ ແຕ່ຖ້າຢູ່ຮ່ວມກັນໄດ້ ແລະ ສາມາດ​ເຮັດ​ວຽກ​ຮ່ວມກັນໄດ້ອີກ ສັ​ດສາມຊະນິດນີ້ຈະກາຍເປັນສຸດຍອດຄົນ​ເຮັດ​ວຽກເລີຍ. ລອງປັບຕົວໃຫ້ເຂົ້າກັບຕົວຕົນທີ່ແທ້ຈິງຂອງເຮົາ​ເອງໃຫ້ໄດ້ຫຼາຍທີ່ສຸດ ແລ້ວເຮົາຈະພົບກັບຄວາມສຳເລັດໃນແບບຂອງເຮົາເອງ. ລອງປະຕິບັດ​ຕາມຄຳແນະນຳງ່າຍໆ 3 ຂໍ້ຂ້າງ​ລຸ້ມນີ້ ທີ່ອາດຈະເປັນຕົວຊ່ວຍໃຫ້​ເຮົາໄປສູ່ຄວາມສຳເລັດໄດ້ງ່າຍຂຶ້ນ

  1. 1.    ຍອມຮັບໃນຄວາມເປັນຕົວ​ເຮົ​າ ແລະ ສັນຊາດ​ຕະຍານໃນການຕັດສິນໃຈ

ສັນຊາດຕະຍານໃນການຕັດສິນໃຈຂອງຄົນນັ້ນແບ່ງໄດ້ເປັນສີ່ຂໍ້ໃຫຍ່ ໃຫ້​ເຮົາລອງສັງເກດຕົວເອງງ່າຍໆ ວ່າເວລາທີ່​ເຮົາຕັດສິນໃຈ ຫຼື ລົງມື​ເຮັດຫຍັງ​ຈັກຢ່າງນັ້ນມີປັດ​ໄຈຫຍັງ​ແດ່ ໃນການເປັນຕົວຊ່ວຍໃຫ້ສິ່ງນັ້ນສຳເ​ລັດລຸລ່ວງໄປ ໃນກໍລະນີນີ້ ຂໍຍົກຕົວຢ່າງເລື່ອງການຮຽນຮູ້ການຖັກດ້າຍ ເພາະແຕ່ລະຄົນຈະມີການຮຽນ​ຮູ້ສິ່ງໃໝ່ໆ ຕ່າງກັນອອກໄປ ​ເຊັ່ນ:

  • ຄົນຮຽນ​ຮູ້​ໄວ: ຖ້າ​ເຮົາເປັນພວກຮຽນ​ຮູ້​ໄວ ສິ່ງທຳ​ອິດທີ່​ເຮົາຈະ​ເຮັດຄື ອອກໄປຊື້ເຂັມຖັກ​ດ້າຍ, ດ້າຍ ແລະ ປື້ມຝຶກ​ເຮັດໃນທັນທີທັນໃດ ອາດຈະມີການສອບຖາມຜູ້ຮູ້ ສຳລັບເທັກນິກເລັກນ້ອຍ ແລະ ລົງມື​ເຮັດໄປໂດຍຮຽນ​ຮູ້ຈາກຂໍ້ຜິດພາດຂອງຕົວເອງ
  • ຄົນມັກຫາຂໍ້ມູນ: ກ່ອນທີ່​ເຮົາຈະເລີ່ມ​ເຮັດຫຍັງ ​ເຮົາມັກຈະໃຊ້ເວລາຫຼາຍຊົ່ວໂມງເພື່ອອ່ານ ແລະ ສຶກສາສິ່ງນັ້ນ ຫຼື ​ເບິ່ງຄົນທີ່ຖັກດ້າຍເກັ່ງໆ ສອບຖາມຂໍ້ຂ້ອງໃຈຢ່າງເຕັມທີ່ ​ເວົ້າງ່າຍໆ ວ່າເອົາທິດສະດີໃຫ້ເຕັມທີ່ກ່ອນຈະລົງມືປະຕິບັດຈິງ
  • ຄົນມັກປະຍຸກ: ​ເຮົາຈະໃຫ້ຄວາມສຳຄັນກັບຄຳ​ເວົ້າ ແລະ ຕຳລານ້ອຍກວ່າແນວທາງຕິບັດຂອງຕົນເອງ ດັ່ງນັ້ນ​ເຮົາອາດຈະຮ່າງແບບການ​ຖັກ​ດ້າຍທີ່ຕ້ອງການຈະຖັກຂຶ້ນມາກ່ອນ ຫຼື ອາດຈະເລືອກຄວາມໜາ ແລະ ສີຂອງໄໝພົມ ກ່ອນທີ່ຈະຈັບເຂັມຂຶ້ນມາເລີ່ມ​ຖັກ
  • ຄົນມັກຄວາມທ້າທາຍ: ​ເຮົາຈະບໍ່ຖັກດ້າຍແບບທຳມະດາ ​ເຮົາຈະສ້າງຕຳລາຮຽນຍ່ອຍໆ ມາເພື່ອຕົວ​ເຮົາເອງ ຫຼື ໄປຮຽນກັບອາຈານແບບເປັນຈິງເປັນຈັງ ແລະ ​ເຮັດຕາມຕຳລາເປ໊ະໆ ເພື່ອທີ່ຈະຮຽນ​ຮູ້ວິທີການສ້າງຝີມືໃໝ່ໆ ໄດ້ໃນແບບຕົວ​ເຮົາເອງ

ທັງສີ່ຂໍ້ທີ່ກ່າວມານີ້ ບໍ່ມີຫຍັງຖືກ ແລະ ຜິດ ທຸກ​ເສັ້ນທາງສາມາດປະສົບຄວາມສຳເລັດໄດ້ຄືກັນ ແຕ່ສຳລັບຄົນທີ່ຍຶດຕິດຢູ່ກັບການກະ​ທຳພຽງຂໍ້ດຽວອາດຈະຢາກທີ່ຈະລອງ​ເຮັດຕາມແບບອື່ນໆ ເພາະໃນໜ້າທີ່ການງານ ເຮົາອາດຈະຕ້ອງລອງ​ເຮັດທຸກຫົນທາງ ຄືກັບທີ່​ໂຕຕຸ່ນຮຽນລອຍນ້ຳ ແລະ ​ໂຕນາກຮຽນປີນຕົ້ນໄມ້ ​ເຖິງວ່າມັນອາດຈະເປັນສິ່ງທີ່ເຮົາບໍ່ຖະນັດເລີຍກໍ່ຕາມ.

  1. 2.    ໃຊ້ຈຸດແຂງຂອງ​ເຮົາໃຫ້ເຕັມທີ່

ທຸກຄົນຮູ້ດີວ່າຕົວເອງຖະນັດ ແລະ ບໍ່ຖະນັດຫຍັງ ສິ່ງທີ່ຂໍ້ນີ້ຈະ​ແນະນຳຄື: ຖ້າຮູ້ຕົວແລ້ວວ່າບໍ່​ມັກ​ເຮັດຫຍັງ​ແທ້ໆ ກໍ່ຢ່າຝືນ ໃຫ້ຫາຫົນທາງທີ່​ເຮົາ​ເຮັດແລ້ວສະບາຍໃຈ ອີກທັງຍັງຮູ້ສຶກວ່າໄດ້ຮຽນ​ຮູ້ເພີ່ມຂຶ້ນ ຍົກຕົວຢ່າງເຊັ່ນ: ຖ້າ​ເຮົາເປັນຄົນທີ່ມັກ​ເຮັດ​ສິ່ງ​ທີ່ຄືກັນເປັນປະຈຳ ບໍ່​ມັກເລື່ອງແປກໃໝ່ ວິ​ທີງ່າຍໆ ກໍ່ຄືຢ່າ​ເຮັດ​ວຽກຟຣີແລນຊ໌ (ອາຊີບ​ອິດສະຫຼະ) ຖ້າ​ເຮົາເປັນຄົນມັກປະດິດສິ່ງຕ່າງໆ ຢ່າຍອມທີ່ຈະຈົມປັກໄປກັບວຽກບັນຊີພຽງເພື່ອຈະຫາລ້ຽງ​ຊີບ ໃຊ້ຄວາມຮູ້ສຶກຂອງ​ເຮົາໃນການເພີ່ມປະສິດທິພາບໃນຕົວ​ເຮົາໃຫ້ເຕັມທີ່ ແນ່ນອນວ່າໃນທຸກບໍລິສັດຈະມີຄົນແບບ​ໂຕນາກ, ກະລອກ ແລະ ໜູ ມັນເປັນເລື່ອງປົກກະຕິທີ່ເກີດຂຶ້ນ ແຕ່ຢ່າໃຊ້ການກະທຳທີ່ອອກມາຈາກທຳ​ມະ​ຊາດຢ່າງດຽວ ແຕ່ໃຫ້ໃຊ້ມັນຢ່າງມີສະຕິ ແລ້ວ​ເຮົາຈະໃຊ້ຈຸດແຂງຂອງ​ເຮົາໄດ້ຢ່າງເຕັມທີ່ ອີກທັງຍັງສາມາດທີ່ຈະຢູ່ກັບຄົນທີ່ມີທຳ​ມະ​ຊາດຕ່າງຈາກ​ເຮົາໄດ້ອີກດ້ວຍ

  1. 3.    ຮ່ວມງານກັບຄົນທີ່ມີຄວາມສາມາດຕ່າງຈາກ​ເຮົາ

ເມື່ອ​ໂຕນາກ, ​ໂຕຕຸ່ນ, ກະລອກ ແລະ ໜູ ຕ້ອງມາ​ເຮັດ​ວຽກຮ່ວມກັນ ສິ່ງທີ່ດີທີ່ສຸດຂອງທີມແບບນີ້ກໍ່ຄື ແຕ່ລະຄົນຈະສະແດງດ້ານທີ່ຕົວເອງຖະນັດອອກມາ ແລະ ທີມຈະສາມາດ​ເຮັດ​ວຽກໄດ້ຫຼາຍຮູບແບບ ແລະ ມີພະລັງໃນການແກ້ບັນຫາໄດ້ຄົບດ້ານ ຍົກຕົວຢ່າງເຊັ່ນ: ສັດທັງສີ່ຈະສາມາດນໍາເອົາວັດຖຸດິບຕ່າງໆ ມາກັກຕຸນໄວ້ໄດ້ ເຊັ່ນ: ນ້ໍາ, ດິນ, ຕົ້ນໄມ້ ແລະ ຫຍ້າ ນີ້ເປັນອີກຫົນທາງໜຶ່ງທີ່​ເຮົາຈະນຳເອົາສັກກະ​ຍະພາບທີ່ແທ້ຈິງຂອງຕົວ​ເຮົາອອກມາໄດ້ ເພາະຜູ້ຄົນຫຼວງ​ຫຼາຍໃນປັດຈຸບັນນີ້ເສຍເວລາໄປຫຼາຍກັບການພະຍາຍາມເປັນຫຍັງ​ຈັກຢ່າງທີ່ບໍ່​ແມ່ນ​ເຮົາ ເຮົາມັກຈະຮູ້ສຶກບໍ່​ດີກັບຕົວເອງເວລາທີ່ລົ້ມເຫຼວ ແລະ ກໍ່ບໍ່ໄດ້ຮູ້ສຶກດີເທົ່າ​ໃດເວລາທີ່ສຳ​ເລັດ ເຮົາ​ເບິ່ງຂ້າມຂໍ້ດີຂອງເຮົາໄປ ແທນທີ່ຈະຍອມຮັບ ແລະ ຍິນດີໄປກັບມັນ ເພາະເຮົາສາມາດ​​ເຮັດເລື່ອງຕ່າງໆ ໃນຊີວິດໃຫ້ໜ້າຕື່ນເຕັ້ນຂຶ້ນ ມີປະສິດທິພາບຂຶ້ນ ມີຄວາມສຸກຂຶ້ນ ແລະ ຄຸນນະພາບທີ່ດີຂຶ້ນໄດ້ ຊຶ່ງເຮົາຄວນຈະເລີ່ມຕັ້ງແຕ່ຕອນນີ້ເລີຍ

​ແຫຼ່ງຂໍ້​ມູນ: http://th.jobsdb.com/TH/TH/

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...