spot_img
Homeຂ່າວພາຍ​ໃນເປີດກອງປະຊຸມສຳມະນາ ການເຂົ້າເຖິງລະບົບຍຸຕິທຳສຳລັບແມ່ຍິງໃນ ສປປ ລາວ

ເປີດກອງປະຊຸມສຳມະນາ ການເຂົ້າເຖິງລະບົບຍຸຕິທຳສຳລັບແມ່ຍິງໃນ ສປປ ລາວ

Published on

thu12sep3

ໃນຕອນເຊົ້າຂອງວັນທີ 10 ກັນຍາ 2013 ນີ້, ຢູ່ທີ່ຫ້ອງ ປະຊຸມຫ້ອງການປົກຄອງ ເມືອງຈັນທະບູລີ ໄດ້ເປີດກອງ ປະຊຸມສຳມະນາ ການເຂົ້າ ເຖິງລະບົບຍຸຕິທຳສຳລັບແມ່ ຍິງໃນ ສປປ ລາວ ໂດຍແມ່ນ ກະຊວງຍຸຕິທຳຮ່ວມກັບອົງ ການແມ່ຍິງສະຫະປະຊາ ຊາດ ( UN Women ) ພາຍ ໃຕ້ການເປັນປະທານຂອງ ທ່ານນາງ ບຸນພອນ ເຮືອງມະ ນີ, ຄະນະພັກກະຊວງ, ຫົວໜ້າກົມກົດຫມາຍ, ທ່ານຈັນທອນ ລັດຖະຈັກ ຮອງເຈົ້າເມືອງຈັນ ທະບູລີ, ມີບັນດາສະຫະພັນ ແມ່ຍິງເມືອງຈັນທະບູລີ,ຫ້ອງ ການສະຫະພັນແມ່ຍິງເມືອງ ສີໂຄດຕະບອງ ພ້ອມດ້ວຍບັນ ດາແຂກຖືກເຊີນເຂົ້າຮ່ວມ.
ໃນໂອກາດນີ້ທ່ານນາງບຸນ ພອນ ເຮືອງມະນີ ປະທານ ກອງປະຊຸມໄດ້ກ່າວເປີດກອງ ປະຊຸມສຳມະນາ ຍົກໃຫ້ເຫັນ ເຖິງຈຸດປະສົງຕົ້ນຕໍຂອງການ ສຳມະນາ ເພື່ອການເຂົ້າເຖິງ ຄວາມຍຸຕິທຳສຳລັບແມ່ຍິງ ປັດຈຸບັນໃນ ສປປ ລາວ ທ່ີຄະ ນະກຳມາທິການປະຕິບັດສົນ ທິສັນຍາວ່າດ້ວຍການກຳຈັດ ທຸກຮູບການຈຳແນກຕ້ານແມ່ ຍິງ ຫລື ຊີດໍ ( CEAW ) ທ່ີໄດ້ ໃຫ້ຂ້ໍສັງເກດການໃນປີ 2009 ກ່ຽວກັບບົດລາຍງານໄລຍະ ປະຕິບັດຂອງ ສປປ ລາວ ກ່ຽວກັບ CEAW ໄດ້ສະແດງ ຄວາມຫ່ວງໃຍກ່ຽວກັບການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍທ່ີຍັງຢູ່ໃນລະ ດັບສູງ, ລວມທັງການໃຊ້ ຄວາມຮຸນແຮງພາຍໃນຄອບ ຄົວ ແລະ ຍັງລາຍງານວ່າ ສປປ ລາວ ຈະຕ້ອງໃຫ້ບູລິ ມະສິດແກ່ການຕໍ່ຕ້ານການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍຈະຕ້ອງຮັບຮອງໃຫ້ມີ ບັນດາມາດຕະການທ່ີຄົບ ຖ້ວນລວມທັງກົດຫມາຍສະ ເພາະກ່ຽວກັບການຕ້ານການ ໃຊ້ຄວາມຮຸນແຮງພາຍໃນ ຄອບຄົວ ແລະການໃຊ້ຄວາມ ຮຸນແຮງລະຫວ່າງເພດຍິງ- ຊາຍ. ໂດຍອີງໃສ່ຂ້ໍສະເໜີ ແນະນີ້, ສະພາແຫ່ງຊາດຂອງ ສປປ ລາວ ໄດ້ຮັບຮອງເອົາ ແຜນປະຕິບັດງານເພື່ອປະ ເມີນບັນດານິຕິກຳທ່ີມີຢູ່ ເຊິ່ງ ເປັນບາດກ້າວທຳອິດທ່ີຈະ ກ້າວໄປສູ່ການຂຽນຮ່າງກົດ ຫມາຍທ່ີຄົບຖ້ວນກ່ຽວກັບ ການຕ້ານການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.
ໃນການສຳມະນານີ້ແມ່ນ ຈະໄດ້ສະເໜີກ່ຽວກັບທັດສະ ນະພື້ນຖານກ່ຽວກັບບົດບາດ ຍິງ-ຊາຍ, ບາງມາດຕາຂອງ ສົນທິສັນຍາວ່າດ້ວຍສິດທິ ເດັກ ແລະ ບາງກົດຫມາຍວ່າ ດ້ວຍສິດທິເດັກ. ການໄກ່ເກ່ຍ ຂ້ໍຂັດແຍ່ງຂັ້ນບ້ານ, ບາງມາດ ຕາຂອງກົດຫມາຍທ່ີພົວພັນ ເຖິງການຕ້ານການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກ ນ້ອຍ. ໂດຍຈະມີແຕ່ລະພາກ ສ່ວນຂຶ້ນນຳສະເໜີ ແລະ ໄດ້ ພ້ອມກັນສົນທະນາກັນ. ກອງ ປະຊຸມດັ່ງກ່າວແມ່ນຈະໄດ້ ດຳເນີນໄປເປັນເວລາ 2 ວັນ 10-11/9/2013 ຈຶ່ງຈະໄດ້ ອັດລົງ.

ທີ່ມາhttp://www.kongthap.gov.la

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...