spot_img
Homeຂ່າວພາຍ​ໃນວຽງທອງການຢາ ນຳເຂົ້າຢາຮັກສາພະຍາດກະດູກຜ່ອຍ

ວຽງທອງການຢາ ນຳເຂົ້າຢາຮັກສາພະຍາດກະດູກຜ່ອຍ

Published on

 

ບໍລິສັດວຽງທອງການຢາ ແລະ ບໍລິສັດ Greaterpharma ໄດ້ຈັດກອງປະຊຸມສຳມະນາກ່ຽວກັບພະຍາດກະດູກຜ່ອຍຂຶ້ນ ໃນວັນທີ
16 ກຸມພາ 2013 ທີ່ໂຮງແຮມລາວພລາຊາ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນໜັກ ໄຊຊະນະສົງຄາມ ຮອງຫົວໜ້າກົມປິ່ນ
ປົວ ກະຊວງສາທາລະນະສຸກ ພ້ອມດ້ວຍທ່ານຫົວໜ້າອຳນວຍການໂຮງໝໍໄຊເຊດຖາ ຮອງຫົວໜ້າອຳນວຍການໂຮງໝໍມິດຕະພາບ
ທ່ານຜູ້ອຳນວຍການບໍລິສັດວຽງທອງການຢາ ແລະ ແພດໝໍ ນັກວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດວຽງທອງການຢາ ແລະ ບໍລິສັດ Greaterpharma ໄດ້ຈັດສຳມະນາຂຶ້ນ ກໍເພື່ອແນໃສ່ໃຫ້ພະນັກງານແພດໝໍ ແລະ ນັກວິ
ຊາການໄດ້ເຂົ້າໃຈເຖິງບັນຫາຂອງພະຍາດກະດູກຜ່ອຍ ສາເຫດ ແລະ ວິທີການປິ່ນປົວທີ່ຖືກຕ້ອງ ດ້ວຍການນຳໃຊ້ຢາມາຍແຄລຊິ
ໂຕນິນ (MYCALCITONIN) ເຊິ່ງບໍລິສັດວຽງທອງການຢາ ໄດ້ນຳເຂົ້າມາເປັນຕົວແທນຈຳໜ່າຍພຽງຜູ້ດຽວໃນ ສປປ ລາວ ເຊິ່ງ
ຢາຊະນິດນີ້ ຈະເປັນຢາປ່ິນປົວພະຍາດກະດູກຜ່ອຍ ໂດຍຈະໄປຊ່ວຍກະຕຸ້ນການເຮັດວຽກຂອງ osteobal ໃນການເສີມສ້າງກະດູກ
ແລະ ຫຼຸດການສະລາຍກະດູກ ເຊິ່ງເປັນຜະລິດຕະພັນທີ່ຊ່ວຍແກ້ບັນຫາການປວດກະດູກຈາກພະຍາດກະດູກຜ່ອຍ ຢາຊະນິດນີ້ໄດ້
ຜ່ານການຮັບຮອງຈາກກົມອາຫານ ແລະ ຢາ ແລະ ກ່ອນຈະນຳໃຊ້ຢາດັ່ງກ່າວ ຄວນໄດ້ຮັບການແນະນຳຈາກແພດໝໍ.
ບໍລິສັດວຽງທອງການຢາ ສ້າງຕັ້ງມາໄດ້ 20 ປີ ເປັນຕົວແທນຈຳໜ່າຍຢາ ແລະ ອຸປະກອນການແພດຈາກບໍລິສັດທີ່ມີຊື່ສຽງ ໂດຍ
ຢຶດໝັ້ນໃນເລື່ອງຄຸນນະພາບ ແລະ ການບໍລິການໃຫ້ກັບລູກຄ້າດ້ວຍຄວາມຊື່ສັດຕະຫຼອດມາ ພະຍາຍາມຫາຢາທີ່ດີມີຄຸນນະພາບ
ເພື່ອມາສະໜອງໃຫ້ກັບຄົນເຈັບທີ່ມີບັນຫາສຸຂະພາບ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...