spot_img
Homeນານາສາລະເຈັບຫົວແບບໃດທີ່ເອີ້ນວ່າ '' ເຈັບຫົວໄມເກນ ''

ເຈັບຫົວແບບໃດທີ່ເອີ້ນວ່າ ” ເຈັບຫົວໄມເກນ ”

Published on

ຫຼາຍຄົນອາດຈະເຄີຍມີອາການເຈັບຫົວ ຫຼື ວິນຫົວຮຸນແຮງ, ແຕ່ຈະຮູ້ໄດ້ແນວໃດວ່າອາການເຈັບຫົວນີ້ ເປັນອາການເຈັບຫົວແບບໄມເກນຫຼືບໍ? ດັ່ງນັ້ນ, ມື້ນີ້ເຮົາຈະພາທຸກຄົນໄປຮູ້ຈັກກັບອາການເຈັບຫົວໄມເກນນຳກັນ. ອາການເຈັບຫວໄມເກນແມ່ນຈະມີການເຈັບຫົວເບື້ອງດຽວ ຫຼື ທັງສອງຂ້າງ, ບາງຄັ້ງອາດຈະສະລັບເບື້ອງກັນ ແລະ ອາດຈະມີອາການປວດເບົ້າຕາ ຫຼື ຮູ້ສຶກປວດຮາກໄປນຳກັນ. ສ່ວນຫຼາຍຜູ້ທີ່ເປັນພະຍາດນີ້ມັກຈະເປັນເພດຍິງຫຼາຍກວ່າເພດຊາຍ, ເຊິ່ງມີອາຍຸລະຫວ່າງ 20 – 25 ປີ, ເຊິ່ງເກີດຈາກຫຼາຍປັດໄຈຄື:

1. ການພົບກັບແສງແດດແຮງໆເປັນເວລາດົນ

2. ອາກາດຮ້ອນ

3. ພັກຜ່ອນບໍ່ພຽງພໍ

4. ດື່ມເຄື່ອງດື່ມແອວກໍຮໍ

5. ກິນອາຫານບາງປະເພດເຊັ່ນ: ຊັອກໂກແລັດ, ເນີຍ, ຖົ່ວ, ອາຫານໝັກດອງ…

6. ຄວາມຕຶງຄຽດ

ສຳລັບ, ການຮັກສາພະຍາດດັ່ງກ່າວແມ່ນຈະບໍ່ສາມາດຮັກສາໃຫ້ຫາຍຂາດໄດ້, ມີພຽງແຕ່ວິທີຫຼີກລ່ຽງ ແລະ ປ້ອງກັນເທົ່ານັ້ນຄື: ການຮັກສາອາການໄມເກນຈະພິຈາລະນາຕາມລະດັບຄວາມຮຸນແຮງຂອງອາການປວດ, ໂດຍຫຼັກໆຈະແມ່ນການກິນຢາເພື່ອບັນເທົາ, ນອກນີ້ຍັງສາມາດຮັກສາດ້ວຍການນວດກົດຈຸດ, ສິ່ງສຳຄັນໃນການຫຼີກລ່ຽງກໍຄືການພັກຜ່ອນໃຫ້ພຽງພໍ, ກິນອາຫານໃຫ້ກົງເວລາ, ພະຍາຍາມພັກຜ່ອນໃນບ່ອນມິດງຽບ ແລະ ມືດ, ນວດບັນເທົາເມື່ອມີອາການປວດ, ອອກກຳລັງການສະໝໍ່າສະເໝີ ແລະ ໝັ່ນສັງເກດປັດໄຈທີ່ມັກພາໃຫ້ເກີດອາການດັ່ງກ່າວຂຶ້ນ.

ຂໍ້ມູນ: phyathai Hospital.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...