spot_img
Homeຂ່າວພາຍ​ໃນສຳເລັດການສັກວັກຊີນ 96,2% ໃນປີ​ 2023

ສຳເລັດການສັກວັກຊີນ 96,2% ໃນປີ​ 2023

Published on

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນກອງປະຊຸມສະຫຼຸບຜົນສຳເລັດຂອງວຽກງານການໃຫ້ວັກຊີນກັນພະຍາດປະຈຳປີ 2023​ ວ່າ: ສປປ​ ລາວ​ ໄດ້ບັນລຸເປົ້າໝາຍອັດຕາການໃຫ້ວັກຊີນ Penta3 ຈາກປີ 2010 ທີ່ບັນລຸໄດ້ 74% ມາຮອດປີ 2023 ບັນລຸໄດ້ 96,2% ໃນຂັ້ນສູນກາງ ແລະ ຕົວເລກໝາກແດງເຂັມ 1 ເພີ່ມຂຶ້ນເຖິງ 86,9% ຖ້າທຽບໃສ່ປີຜ່ານມາ.ນອກຈາກຜົນກະທົບຈາກພະຍາດໂຄວິດ-19 ແລ້ວ ພວກເຮົາຍັງຖືກຜົນກະທົບຈາກພະຍາດທີ່ສາມາດກັນໄດ້ດ້ວຍວັກຊີນເປັນຕົ້ນພະຍາດຄໍຕີບ, ພະຍາດໄອໄກ່ຢູ່ໃນບາງແຂວງ, ບາງເມືອງ; ເຖິງຢ່າງໃດກໍ່ຕາມຫຼາຍແຂວງ, ຫຼາຍເມືອງ ແລະ ໂຮງໝໍນ້ອຍຫຼາຍແຫ່ງກໍ່ຍັງໄດ້ສືບຕໍ່ຈັດຕັ້ງປະຕິບັດການໃຫ້ວັກຊີນກັນພະຍາດແກ່ແມ່ຍິງ ແລະ ເດັກນ້ອຍ ຢ່າງເປັນປົກກະຕິ ພ້ອມທັງເຊື່ອມສານກັບການສັກວັກຊີນກັນມະເຮັງປາກມົດລູກຄຽງຄູ່ກັບວັກຊີນໂຄວິດ-19 ແລະ ເຊື່ອມສານກັບວຽກງານແມ່ ແລະ ເດັກອື່ນໆ ໄປພ້ອມກັນຈົນມາເຖິງທ້າຍປີນີ້ 2023.

ທ່ານລັດຖະມົນຕີກະຊວງສາທາລະນະສຸກຍັງໄດ້ກ່າວຕື່ມອີກວ່າ: ການນໍາແຕ່ລະຂັ້ນຈົ່ງສືບຕໍ່ຊີ້ນຳ ນຳພາວຽກງານການໃຫ້ວັກຊີນກັນພະຍາດພາຍໃນແຂວງ, ພາຍໃນເມືອງຂອງທ່ານທີ່ຍັງບໍ່ບັນລຸເປົ້າໝາຍທີ່ວາງໄວ້ຫຼາຍກວ່າ 95% ໃນທຸກເມືອງ, ເມືອງໃດທີ່ມີທ່າອ່ຽງຈະບໍ່ບັນລຸເປົ້າໝາຍ ໃນປີ 2023 ແມ່ນໃຫ້ວາງຍຸດທະສາດແຕ່ຕົ້ນປີ 2024 ໂດຍຄົ້ນຄວ້າ ວິເຄາະບັນຫາວ່າຍ້ອນຫຍັງ ຈຶ່ງບໍ່ບັນລຸ ເພື່ອວາງແຜນກິດຈະກຳຈຸດສຸມ ທີ່ເປັນບູລິມະສິດ ຄຽງຄູ່ກັບການໃຫ້ວັກຊີນປົກກະຕິ ແລ້ວຍັງຕ້ອງໄດ້ເຊື່ອມສານກັບການໃຫ້ວັກຊີນໂຄວິດ-19, ວັກຊີນກັນມະເຮັງປາກມົດລູກໄປພ້ອມໆກັນ ເພື່ອສ້າງໃຫ້ຊຸມຊົນມີຄວາມເຂົ້າໃຈ ແລະ ມີຄວາມຕ້ອງການດ້ານວຽກງານຮັກສາສຸຂະພາບຫຼາຍຂຶ້ນ ລວມທັງ ວຽກງານການໃຫ້ວັກຊີນກັນພະຍາດ.

ຂ່າວ: ສູນຂ່າວສານການແພດ ແລະ ສຸຂະສຶກສາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...