spot_img
Homeຂ່າວພາຍ​ໃນແຂວງໄຊຍະບູລີ ນໍາເຂົ້າສິນຄ້າທີ່ຈໍາເປັນ ມູນຄ່າ 50,50 ລ້ານໂດລາ

ແຂວງໄຊຍະບູລີ ນໍາເຂົ້າສິນຄ້າທີ່ຈໍາເປັນ ມູນຄ່າ 50,50 ລ້ານໂດລາ

Published on

ແຂວງໄຊຍະບູລີ ໄລຍະຜ່ານມາແມ່ນໄດ້ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດ ການຕິດຕາມກວດກາການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ການຄຸ້ມຄອງລາຄາສິນຄ້າ ດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ກໍານົດນໍາເຂົ້າສິນຄ້າທີ່ຈໍາເປັນ ຈໍານວນໜຶ່ງມູນຄ່າ 50,50 ລ້ານໂດລາສະຫະລັດ.

ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ລາຍງານກ່ຽວກັບການຕິດຕາມກວດກາການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ການຄຸ້ມຄອງລາຄາສິນຄ້າ ຕໍ່ກອງປະຊຸມ ອົງການປົກຄອງແຂວງເປີດກວ້າງຄັ້ງທີ II ໃນຕອນເຊົ້າຂອງວັນທີ 22 ທັນວາ 2023 ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ວ່າ: ໃນໄລຍະ 11 ເດືອນ ປີ 2023 ແມ່ນໄດ້ກໍານົດການນໍາເຂົ້າສິນຄ້າທີ່ຈໍາເປັນມູນຄ່າ 50,50 ລ້ານໂດລາສະຫະລັດ ຖ້າທຽບໃສ່ແຜນການປີ 2023 ແມ່ນກວມເອົາ 42,40%, ເຊິ່ງປະກອບມີ: ນໍ້າມັນເຊື້ອໄຟ, ເຄື່ອງອຸປະໂພກ-ບໍລິໂພກ, ແນວພັນ, ສັດ ແລະ ເຄື່ອງຮັບໃຊ້ການຜະລິດ, ພາຫະນະ ແລະ ອາໄລ່, ເຄື່ອງກໍ່ສ້າງ ແລະ ເຄື່ອງໄຟຟ້າ, ແກ໊ດຫຸງຕົ້ມ-ນໍ້າມັນລໍ່ລື່ນ, ແກັດເຈ້ຍ ແລະ ສານເຄມີຮັບໃຊ້ໂຮງງານໄຟຟ້າຫົງສາ.

ພ້ອມດຽວກັນຍັງໄດ້ກໍານົດລາຍການສິນຄ້າທີ່ບໍ່ຈໍາເປັນນໍາເຂົ້າຈາກຕ່າງປະເທດມີ 137 ລາຍການໃນນັ້ນ: ປະເພດຜັກມີ 59 ລາຍການ, ໝາກໄມ້ມີ 23 ລາຍການ, ປາສົດ ແລະ ປາແຫ້ງມີ 10 ລາຍການ, ສັດປີກ 4 ລາຍການ, ສັດໃຫຍ່ 5 ລາຍການ, ຜະລິດຕະພັນສັດ 20 ລາຍການ, ສິນຄ້າອຸດສາຫະກໍາ-ຫັດຖະກໍາ 16 ລາຍການ, ສໍາລັບການສົ່ງອອກສິນຄ້າໄປຕ່າງປະເທດມີມູນຄ່າທັງໝົດ 84,96 ລ້ານໂດລາສະຫະລັດ, ເທົ່າກັບ 70,21%, ສິນຄ້າສົ່ງອອກສ່ວນໃຫຍ່ແມ່ນຜົນຜະລິດກະສິກໍາກວມເອົາ 99,15%ເຊັ່ນ: ມັນຕົ້ນ, ສາລີ, ໝາກເດືອຍ, ໝາກກ້ວຍ, ໝາກໂມ, ຖົ່ວເຫຼືອງ ແລະ ຢາງພາລາ, ເຄື່ອງປ່າຂອງດົງກວມເອົາ 0,33% ແລະ ຫີນຄົບກວມເອົາ 0,52%, ສ່ວນການຄຸ້ມຄອງລາຄາສິນຄ້າແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຮັດໃຫ້ລາຄາສິນຄ້າປະເພດຕ່າງໆໃນທ້ອງຕະຫຼາດຢູ່ໃນເກນປົກກະຕິ.

ແຫຼ່ງຂ່າວ News.XBL

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...