spot_img
Home​ຂ່າວທ່ອງທ່ຽວ2 ປີຜ່ານມາມີນັກທ່ອງທ່ຽວເຂົ້າມາແຂວງຄໍາມ່ວນທັງໝົດ 5 ແສນນກວ່າຄົນ

2 ປີຜ່ານມາມີນັກທ່ອງທ່ຽວເຂົ້າມາແຂວງຄໍາມ່ວນທັງໝົດ 5 ແສນນກວ່າຄົນ

Published on

ແຂວງຄໍາມ່ວນ ເລັ່ງສຸມໃສ່ພັດທະນາ ແລະ ປັບປຸງສະຖານທີ່ທ່ອງທ່ຽວເພື່ອຮອງຮັບໃຫ້ແກ່ການເປີດປີທ່ອງທ່ຽວປີ 2024 ຊຶ່ງຈະກໍານົດເອົາການທ່ອງທ່ຽວລະດັບຊາດ ແລະ ລະດັບແຂວງ. ຂະນະທີ່ກຽມເປີດໃໝ່ 2 ແຫ່ງທ່ອງທ່ຽວຕື່ມອີກຄື: ຂຸນກອງແລງເມືອງຫີນບູນ ແລະ ຕາດຊຽງລື ເມືອງບົວລະພາ.

ຈາກການໃຫ້ສໍາພາດ ຂອງ ທ່ານ ສົມສັກດາ ແກ້ວມະນີ ຮອງຫົວໜ້າພະແນກຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ປັດຈຸບັນທົ່ວແຂວງມີທັງໝົດ 209 ແຫ່ງທ່ອງທ່ຽວ, ໃນນັ້ນເປັນແຫລ່ງທ່ອງທ່ຽວທາງດ້ານທໍາມະຊາດ 145 ແຫ່ງ; ແຫລ່ງທ່ອງທ່ຽວທາງດ້ານວັດທະນາທໍາ 33 ແຫ່ງ ແລະ ແຫລ່ງທ່ອງທ່ຽວທາງດ້ານປະຫວັດສາດ 31 ແຫ່ງ; ເປີດໃຊ້ບໍລິການແລ້ວ 87 ແຫ່ງ; ທົ່ວແຂວງມີໂຮງແຮມ 26 ແຫ່ງ; ລີສອດ 9 ແຫ່ງ, ເຮືອນພັກ 93 ແຫ່ງ; ຮ້ານອາຫານ 103 ແຫ່ງ; ຮ້ານກິນດື່ມບັນເທິງ 63 ແຫ່ງ ແລະ ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບການພັດທະນາແລ້ວ 23 ແຫ່ງ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ສໍາລັບແຫລ່ງທ່ອງທ່ຽວທີ່ໂດດເດັ່ນຂອງແຂວງປະກອບມີ: ພະທາດສີໂຄດຕະບອງ; ຖໍ້າກອງລໍ, ຖໍ້ານໍ້າລອດເຊບັ້ງໄຟ, ວົງຈອນເດີລຸບ, ຂຸນກອງແລງ, ຈຸດປິນຜາ, ກໍາແພງຫີນ, ທ່າຝຣັ່ງ, ເສັ້ນທາງໂຮ່ຈີ່ມີນ ແລະ ອື່ນໆ. 2 ປີຜ່ານມາມີນັກທ່ອງທ່ຽວເຂົ້າມາແຂວງຄໍາມ່ວນທັງໝົດ 5 ແສນນກວ່າຄົນ; ນັກທ່ອງທ່ຽວພາຍໃນ 4 ແສນກວ່າຄົນ, ນັກທ່ອງທ່ຽວຕ່າງປະເທດ 1 ແສນກວ່າຄົນ; ຊຶ່ງສາມາດສ້າງລາວຮັບໄດ້ 300 ກວ່າຕື້ກີບ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...