spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີຕ້ອນຮັບປະທານສະພາແຫ່ງຊາດຂອງສອງປະເທດ

ນາຍົກລັດຖະມົນຕີຕ້ອນຮັບປະທານສະພາແຫ່ງຊາດຂອງສອງປະເທດ

Published on

ໃນວັນທີ 4 ທັນວາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຄະນະຜູ້ແທນຂັ້ນສູງ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 2-4 ທັນວານີ້ ແລະ ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດ ລັດຖະສະພາກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 4-7 ທັນວາ 2023.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົົມເຊີຍ ແລະ ຕີລາຄາສູງ ຕໍ່ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະ ເຂົ້າຮ່ວມກອງປະຊຸມສຸດຍອດ ລັດຖະສະພາກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ເຊິ່ງເປັນການປະກອບສ່ວນສໍາຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນຄຽງ, ບ້ານແກ່ວເມືອງດອງ ແລະ ຄວາມສາມັກຄີຮັກແພງ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ສະເພາະ ແມ່ນການພົວພັນຮ່ວມມື ສອງສະພາແຫ່ງຊາດ ລາວ-ກຳປູເຈຍ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຂຶ້ນໄປເລື້ອຍໆ ເຊິ່ງໄລຍະຜ່ານມາເຫັນວ່າ ການນໍາຂອງສອງປະເທດ ກໍໄດ້ມີການພົວພັນແລກປ່ຽນເຊິ່ງກັນ ແລະ ກັນ, ຍົກສູງການພົວພັນຮ່ວມມື ເຮັດໃຫ້ຫລາຍຂະແໜງການມີຜົນສໍາເລັດຫລາຍດ້ານ.

ໂອກາດດຽວກັນນີ້, ສົມເດັດ ມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ພ້ອມດ້ວຍຄະນະ ກໍໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງຖືໂອກາດນີ້ແຈ້ງຈຸດປະສົງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີຮັບຊາບຕື່ມອີກ.

ພ້ອມດຽວກັນນັ້ນ, ໃນມື້ດຽວກັນ ໃນວັນທີ 4 ທັນວາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງສປປ ລາວ ໄດ້ຕ້ອນຮັບ ທ່ານ ເວືອງ ດິງ ເຫວະ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ, ລາວ ແລະ ຫວຽດນາມ ຢູ່ ສປປ ລາວ.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ເວືອງ ດິງ ເຫວະ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມ ກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ, ລາວ ແລະ ຫວຽດນາມ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ສະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ທັງເປັນການສົ່ງເສີມການຮ່ວມມື ໃນຂົງເຂດຕ່າງໆ ສະຫວ່າງສອງປະເທດ ເປັນຕົ້ນ, ການພັດທະນາເສດຖະກິດ-ສັງຄົມ, ການລົງທຶນດ້ານການສຶກສາ, ສາທາລະນະສຸກ, ດ້ານການທ່ອງທ່ຽວ, ດ້ານການຄ້າ-ການລົງທືນ ແລະ ອື່ນໆ. ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດ ໃນການພົບປະສອງຝ່າຍ ລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ເຊິ່ງເປັນນິມິດໝາຍອັນດີ ເຮັດໃຫ້ການຮ່ວມມືດ້ານນິຕິບັນຍັດ ຂອງສອງປະເທດ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.

ທ່ານ ເວືອງ ດິງ ເຫວະ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ແຈ້ງຈຸດປະສົງຂອງການເດີນທາງມາ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບ.

ຂ່າວ ແລະ ພາບ ຈາກ: ປະເທດລາວ

 

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...