spot_img
Homeຂ່າວການພັດທະນາແຂວງສາລະວັນປະກາດ 6 ບ້ານຢຸດຕິການຖ່າຍຊະຊາຍ ແລະ ບ້ານແບບຢ່າງດ້ານສາທາລະນະສຸກ

ແຂວງສາລະວັນປະກາດ 6 ບ້ານຢຸດຕິການຖ່າຍຊະຊາຍ ແລະ ບ້ານແບບຢ່າງດ້ານສາທາລະນະສຸກ

Published on

ເມືອງສາລະວັນ ແຂວງສາລະວັນ ປະກາດ ບ້ານໜອງບົວນ້ອຍ, ທົ່ງປາປົກ, ໜອງໝໍ້, ພະນວນ, ຄໍາທອງ ແລະ ບ້ານກະຊະນ້ອຍ ເປັນບ້ານຢຸດຕິການຖ່າຍຊະຊາຍ ແລະ ບ້ານແບບຢ່າງດ້ານສາທາລະນະສຸກ ວັນທີ 29 ພະຈິກ 2023 ທີ່ໂຮງຮຽນປະຖົມສົມບູນ ບ້ານໜອງບົວນ້ອຍ ໂດຍການເຂົ້າຮ່ວມຂອງ ດຣ ພິດສະໄໝ ເຂັມວິໄລ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງສາລະວັນ, ດຣ ນາງ ບຸນໂຮມ ໂງ່ນກະເສີມສຸກ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ, ທ່ານ ເພັງພະຈັນ ພົນອາສາ ຜູ້ບໍລິຫານອົງການແພຣນສາກົນ ປະຈຳແຂວງສາລະວັນ ພ້ອມດ້ວຍອົງການປົກຄອງບ້ານ 6 ບ້ານ ແລະ ປະຊາຊົນບ້ານໜອງບົວນ້ອຍ ເຂົ້າຮ່ວມ.

ທ່ານ ບັນດິດ ຜິວດາພອນ ຮອງນາຍບ້ານໜອງບົວນ້ອຍ ໄດ້ໃຫ້ຮູ້ວ່າ: ບ້ານຢຸດຕິການຖ່າຍຊະຊາຍ ແລະ ບ້ານແບບຢ່າງດ້ານສາທາລະນະສຸກ ຂອງເມືອງສາລະວັນ ໄດ້ຈັດຕັ້ງປະຕິບັດມາແຕ່ປີ 2022, ເຊິ່ງການຈັດຕັ້ງປະຕິດວຽກງານຊຸມຊົນເປັນເຈົ້າການ ດ້ານສຸຂະອະນາໄມ (ຊຈສ) ໂດຍຜ່ານການປະເມີນຕາມເງື່ອນໄຂ 4 ດາວ ເປັນຕົ້ນ ການຢຸດຕິການຖ່າຍຊະຊາຍ ປະຕິບັດໄດ້ 100%, ອະນາໄມຮ່າງກາຍ ແລະ ລ້າງມືໃສ່ສະບູ 80%, ມີນໍ້າດື່ມ-ນໍ້າໃຊ້ ປະຕິບັດໄດ້ 80%, ດ້ານສິ່ງແວດລ້ອມ 80%, ຜ່ານການກວດກາປະເມີນ ເຫັນວ່າສາມາດປະຕິບັດໄດ້ຄົບ ຕາມມາດຖານຂອງການສ້າງບ້ານແບບຢ່າງ ດ້ານສາທາລະນະສຸກ ແລະ ບ້ານຢຸດຕິການຖ່າຍຊະຊາຍ.

ປັດຈຸບັນທົ່ວເມືອງສາລະວັນ ສາມາດປະກາດບ້ານຢຸດຕິການຖ່າຍຊະຊາຍ ແລະ ບ້ານແບບຢ່າງດ້ານສາທາລະນະສຸກໄດ້ 95 ບ້ານ ຂອງຈໍານວນບ້ານທັງໝົດ 124 ບ້ານ ຍັງເຫລືອພຽງ 29 ບ້ານ ແມ່ນຈະສືບຕໍ່ຊຸກຍູ້ປະຊາຊົນຈັດຕັ້ງປະຕິບັດໃຫ້ສໍາເລັດ ໃນເດືອນມີນາ 2024 ເພື່ອກຽມປະກາດເມືອງສາລະວັນ ເປັນເມືອງຢຸດຕິການຖ່າຍຊະຊາຍ ໃນປີ 2024.
ທົ່ວແຂວງສາລະວັນ ໄດ້ປະກາດເມືອງຢຸດຕິການຖ່າຍຊະຊາຍ 5 ເມືອງ ຄື: ເມືອງວາປີ, ເມືອງຄົງເຊໂດນ, ເມືອງລະຄອນເພັງ, ເມືອງເລົ່າງາມ ແລະ ເມືອງສະໝ້ວຍ.
ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...