spot_img
Homeຂ່າວຕ່າງປະເທດອົດສະຕຣາລີກຽມຫ້າມນຳເຂົ້າຢາສູບໄຟຟ້າແບບໃຊ້ແລ້ວຖິ້ມ

ອົດສະຕຣາລີກຽມຫ້າມນຳເຂົ້າຢາສູບໄຟຟ້າແບບໃຊ້ແລ້ວຖິ້ມ

Published on

ຕົ້ນປີໜ້າ ອົດສະຕຣາລີກຽມຫ້າມນຳເຂົ້າຢາສູບໄຟຟ້າແບບໃຊ້ແລ້ວຖິ້ມ ຄາດຫວັງໃຫ້ຄວບຄຸມການເສບຕິດສານນິໂດຕິນຂອງກຸ່ມໄວລຸ່ນ.

ໃນວັນທີ 28 ພະຈິກ 2023 ກະຊວງສາທາລະນະສຸກຂອງອົດສະຕຣາລີຖະແຫຼງການວ່າ: ຫ້າມນຳເຂົ້າຢາສູບໄຟຟ້າແບບໃຊ້ແລ້ວຖິ້ມ ເລີ່ມຕັ້ງແຕ່ເດືອນມັງກອນ 2024 ເປັນຕົ້ນໄປ ໂດຍມີຈຸດປະສົງເພື່ອຄວບຄຸມການເສບຕິດສານນິໂກຕິນຂອງກຸ່ມໄວລຸ່ນ.

ໃນເດືອນມີນາ ມາດຕະການຫ້າມນຳເຂົ້າຈະກວມເອົາເຖິງຢາສູບໄຟຟ້າທີ່ບໍ່ໃຊ້ເພື່ອການບຳບັດທັງໝົດ ຂະນະທີ່ຜູ້ນຳເຂົ້າຢາສູບໄຟຟ້າເພື່ອຈຸດປະສົງທາງການແພດຈະໄດ້ຮັບໃບອະນຸຍາດຈາກສຳນັກງານຄວບຄຸມຢາກ່ອນ.

ລັດຖະບານອົດສະຕຣາລີ ຍັງມີແຜນອອກກົດໝາຍຄວບຄຸມການໃຊ້ ການໂຄສະນາ ແລະ ການຜະລິດຢາສູບໄຟຟ້າແບບໃຊ້ແລ້ວຖິ້ມໃນປະເທດ ເຊິ່ງຄາດວ່າມີຜົນບັງຄັບໃຊ້ໃນປີໜ້າເຊັ່ນດຽວກັນ ແລະ ການຊື້ ຫຼື ນຳເຂົ້າຢາສູບໄຟຟ້າເປັນເລື່ອງຜິດກົດໝາຍໃນອົດສະຕຣາລີຕັ້ງແຕ່ປີ 2021 ໂດຍຜູ້ທີ່ຈະຊື້ ຫຼື ນຳເຂົ້າຕ້ອງມີໃບສັ່ງຈາກແພດເທົ່ານັ້ນ ຢ່າງໃດກໍຕາມ ເຖິງວ່າຈະມີຂໍ້ຫ້າມເຫຼົ່ານີ້ ແຕ່ອັດຕາການເສບຕິດນິໂກຕິນຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ທັ້ງນີ້ ສປປ ລາວ ກໍມີກົດໝາຍຫ້າມຊົມໃຊ້ຢາສູບໄຟຟ້າ ແລະ ມີການໂຄສະນາກ່ຽວກັບຄວາມອັນຕະລາຍຂອງສານນິໂກຕິນທີ່ຢູ່ໃນຢາສູບໄຟຟ້າ ທີ່ມີຜົນຮ້າຍແຮງກວ່າຢາສູບທົ່ວໄປ.

ຢ່າງໃດກໍຕາມ ຜູ້ປົກຄອງຄວນລະມັດລະວັງ ແລະ ເບິ່ງແຍກລູກໃຫ້ຫ່າງໄກຈາກສິ່ງເສບຕິດປະເພດຕ່າງໆ ໂດຍສະເພາະຢາສູບໄຟຟ້າ ທີ່ ສປປ ລາວ ນັບມື້ຍິ່ງພົບກຸ່ມໄວລຸ່ນທີ່ໃຊ້ຢາສູບໄຟຟ້າຫຼາຍຂຶ້ນ ພ້ອມຍັງພົບວ່າເປັນກຸ່ມທີ່ອາຍຸນ້ອຍທີ່ໃຊ້ຢາສູບໄຟຟ້າ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...