spot_img
Homeຂ່າວຕ່າງປະເທດສະຫຼຸບຜົນການສຶກສາຂົວມິດຕະພາບລາວ-ໄທ ວຽງຈັນ-ໜອງຄາຍ 2

ສະຫຼຸບຜົນການສຶກສາຂົວມິດຕະພາບລາວ-ໄທ ວຽງຈັນ-ໜອງຄາຍ 2

Published on

ໄດ້ສະຫຼຸບຜົນການສຶກສາຄວາມເໝາະສົມທາງດ້ານເສດຖະກິດ ວິສະວະກຳ ແລະ ຜົນກະທົບທາງສິ່ງແວດລ້ອມເບື້ອງຕົ້ນຂອງໂຄງການກໍ່ສ້າງ ຂົວມິດຕະພາບລາວ-ໄທ ວຽງຈັນ-ໜອງຄາຍ 2 ສຳເລັດຮຽບຮ້ອຍ.

อาจเป็นรูปภาพของ ข้อความพูดว่า "4.50 24:20 -ች 660 TRጋና TRACK MRL สะพานใหม่ สะพานเดิม :0 สะพานใหม่"

ປັດຈຸບັນ ຢູ່ໃນລະຫວ່າງການນຳສະເໜີຜົນການສຶກສາໃຫ້ກະຊວງຄົມມະນາຄົມພິຈາລະນາ ເພື່ອມອບໝາຍໃຫ້ໜ່ວຍງານທີ່ກ່ຽວຂ້ອງສ້າງຕໍ່ໄປ.

ໂດຍຜົນການສຶກສາຈະກໍ່ສ້າງຂົວໃໝ່ 2 ແຫ່ງ ເພື່ອຮອງຮັບປະລິມານການເດີນທາງ ແລະ ການຂົນສົ່ງສິນຄ້າໃຫ້ເພີ່ມຂຶ້ນເຊັ່ນ: ກໍ່ສ້າງຂົວທາງລົດໄຟ ແລະ ກໍ່ສ້າງຂົວທາງລົດໂດຍສານ.

ທັ້ງນີ້ ໂຄງການມີເງິນລົງທຶນປະມານ 3.117 ລ້ານບາດ ກຳນົດການກໍ່ສ້າງເປັນ 2 ໄລຍະຕາມປະລິມານການເດີນທາງ ແລະ ຂົນສົ່ງສິນຄ້າ.

ไม่มีคำอธิบายรูปภาพ

ສຳລັບ ກໍລະນີທີ່ພັດທະນາໂຄງຂ່າຍຄົມມະນາຄົມຂົນສົ່ງນີ້ຍ້ອນເຫັນໄດ້ວ່າ ນັບມື້ຍິ່ງມີການຂົນສົ່ງ ແລະ ການຄົມມະນາຄົມຫຼາຍຂຶ້ນ ທີ່ເຮົາເຫັນຢູ່ໃນປັດຈຸບັນນີ້ ພົບວ່າເວລາທີ່ຂະບວນລົດໄຟຕ້ອງຜ່ານຂົວມິດຕະພາບລາວ-ໄທ 1 ຈຳເປັນຕ້ອງໄດ້ປິດຂົວບໍ່ໃຫ້ລົດແລ່ນຜ່ານ ສົ່ງຜົນໃຫ້ບໍລິເວນໜ້າຂົວເກີດຄວາມແອອັດ ລວມໄປເຖິງຄວາມຫຼ້າຊ້າໃນການຂົນສົ່ງສິນຄ້າທາງລົດໄຟອີກດ້ວຍ.

ຍ້ອນວ່າແນວນັ້ນ ອະນາຄົດຂົວອາດບໍ່ສາມາດຮອງຮັບປະລິມານການຈະລາຈອນທີ່ອາດເພີ່ມຂຶ້ນ ຈຶ່ງມີການພັດທະນາຂົວໃໝ່ຂຶ້ນເພີ່ມ.

ທີ່ມາ Dailynews

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...