spot_img
Home​ຂ່າວທ່ອງທ່ຽວລົດໄຟລາວ-ຈີນ ເນັ້ນສ້າງເຂດເສດຖະກິດທ່ອງທ່ຽວທາງວັດທະນະທຳ

ລົດໄຟລາວ-ຈີນ ເນັ້ນສ້າງເຂດເສດຖະກິດທ່ອງທ່ຽວທາງວັດທະນະທຳ

Published on

ໃນວັນທີ 18 ພະຈິກ 2023 ທີ່ ສປ ຈີນ ໄດ້ຈັດກອງປະຊຸມກ່ຽວກັບການສ້າງເຂດເສດຖະກິດການທ່ອງທ່ຽວທາງວັດທະນະທຳ ລະຫວ່າງປະເທດຕາມທາງລົດໄຟລາວ-ຈີນ ໂດຍມີການເປີດແຜນການຮ່ວມກໍ່ສ້າງເຂດເສດຖະກິດດັ່ງກ່າວ ເພື່ອມຸ່ງແກ້ໄຂຈຸດອ່ອນ ແລະ ສົ່ງເສີມຈຸດເດັ່ນຂອງການພັດທະນາອຸດສາຫະກຳການທ່ອງທ່ຽວທາງວັດທະນະທຳຕາມທາງລົດໄຟລາວ-ຈີນ.

ກອງປະຊຸມຈັດຂຶ້ນ ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວສະໜັບສະໜູນການສ້າງ ແລະ ພັດທະນາເສັ້ນທາງແຫ່ງຄວາມສຸກ ເສັ້ນທາງແຫ່ງມິດຕະພາບ ຕາມເສັ້ນທາງລົດໄຟລາວ-ຈີນ” ເພື່ອເປັນການແລກປ່ຽນ ແລະ ຮ່ວມມືລະຫວ່າງປະເທດ ໂດຍມີວິຊາການສະເພາະຕົວແທນເມືອງທ່ອງທ່ຽວ ແລະ ຜູ້ໃຫ້ບໍລິຫານດ້ານການເດີນທາງທ່ອງທ່ຽວຈາກ ຈີນ ລາວ ໄທ ເນປານ ສີລັງກາ ແລະ ປະເທດອື່ນໆ ຈຳນວນ 200 ຄົນ ທີ່ເຂົ້າຮ່ວມ.

ເໝິງລຸ່ຍ ຜູ້ອຳນວຍການສະຖາບັນວາງແຜນ ແລະ ວິໄຈການທ່ອງທ່ຽວ ຂອງອິ່ນໜານ ກ່າວວ່າ: ການບໍລິການຂົນສົ່ງຜູ້ໂດຍສານຂ້າມແດນຂອງທາງລົດໄຟລາວ-ຈີນ ບໍ່ພຽງແຕ່ເປັນການສະໜັບສະໜູນການເດີນທາງຂອງປະຊາຊົນ ແລະ ສົ່ງເສີມການພັດທະນາການທ່ອງທ່ຽວຂອງທັງ 2 ປະເທດ ແຕ່ຍັງມີບົດບາດສຳຄັນຕໍ່ການສົ່ງເສີມການແລກປ່ຽນທາງເສດຖະກິດ ແລະ ການຄ້າລະຫວ່າງປະເທດ ແລະ ຮ່ວມສ້າງແຜນ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ມີຄຸນະພາບສູງ.

ກອງປະຊຸມໃນຄັ້ງນີ້ ເປັນການສົ່ງເສີມການເພີ່ມສິ່ງອຳນວຍຄວາມສະດວກ ແລະ ຜະລິດຕະພັນທາງການທ່ອງທ່ຽວຕາມລົດໄຟລາວ-ຈີນ ພ້ອມຍັງຍົກລະດັບໂຄງສ້າງພື້ນຖານ ແລະ ການບໍລິຫານສາທາລະນະຂອງເມືອງທ່ອງທ່ຽວຕາມເສັ້ນທາງ.

ແຫຼ່ງຂ່າວ ຊິນຫົວ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...