spot_img
Home​ຂ່າວທ່ອງທ່ຽວປີ 2023 ຈະມີນັກທ່ອງທ່ຽວຕ່າງປະເທດເຂົ້າມາຢ້ຽມຢາມ ສປປ ລາວ ຕາມເປົ້າໝາຍທີ່ວາງໄວ້

ປີ 2023 ຈະມີນັກທ່ອງທ່ຽວຕ່າງປະເທດເຂົ້າມາຢ້ຽມຢາມ ສປປ ລາວ ຕາມເປົ້າໝາຍທີ່ວາງໄວ້

Published on

ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາຢ້ຽມຢາມ ສປປ ລາວ ນັບແຕ່ເດືອນ ມັງກອນ-ກັນຍາ ປີ 2023 ມີ ຈໍານວນທັງໝົດ 2,498,691 ເທື່ອຄົນ, ເພີ່ມຂຶ້ນ 285% ຈາກປີ 2022. ແຕ່ຖ້າສົມທຽບໃສ່ປີ 2019 ກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນຫລຸດລົງ – 28% (ປີ 2019 ມີຈໍານວນນັກທ່ອງທ່ຽວ 3,446,587 ເທື່ອຄົນ).

ນັກທ່ອງທ່ຽວຕ່າງປະເທດທີ່ມາທ່ອງທ່ຽວ ສປປ ລາວ ໃນ 9 ເດືອນ ປີ 2023 ກວມອັດຕາສ່ວນຫຼາຍກວ່າໝູ່ ແມ່ນນັກທ່ອງທ່ຽວມາຈາກກຸ່ມອາຊຽນ ມີຈໍານວນທັງຫມົດ 1,656,128 ເທື່ອຄົນ, ກວມເອົານັກທ່ອງທ່ຽວທັງໝົດ 66.3%; ຮອງລົງມາແມ່ນນັກທ່ອງທ່ຽວຈາກພາກພື້ນ ອາຊີ ແລະ ປາຊີຟິກ ມີ 636,687 ເທື່ອຄົນ, ກວມເອົາ 25.5%, ນັກທ່ອງທ່ຽວຈາກກຸ່ມ ເອີຣົບ ມີ 142,845 ເທື່ອຄົນ, ກວມເອົາ 5.7%; ນັກທ່ອງທ່ຽວຈາກກຸ່ມ ອາເມລິກາ ມີ 54,686 ເທື່ອຄົນ, ກວມເອົາ 2.2% ແລະ ນັກທ່ອງທ່ຽວຈາກກຸ່ມ ອາຟຣິກາ ແລະ ຕາເວັນອອກກາງ ມີ 8.347 ເທື່ອຄົນ, ກວມເອົາ 0,3%.

ນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ສປປ ລາວ ໃນແຕ່ລະໄຕມາດໃນໄລຍະທີ່ຜ່ານມາ ສະແດງໃຫ້ເຫັນວ່າ ແນວໂນ້ມຂອງການທ່ອງທ່ຽວລາວກໍາລັງຟື້ນຕົວຢ່າງຕໍ່ເນື່ອງ ເຊິ່ງຄາດການວ່າ 3 ເດືອນທ້າຍປີ (ໄຕມາດ 4) ຈະໄດ້ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາຢ້ຽມຢາມ ສປປ ລາວ ຕາມເປົ້າໝາຍທີ່ວາງໄວ້.

ແຫຼ່ງຂ່າວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...