spot_img
Homeຂ່າວຄາດຕະກຳຄົນລາວຖືກຍິງເສຍຊີວິດທີ່ປະເທດໄທ

ຄົນລາວຖືກຍິງເສຍຊີວິດທີ່ປະເທດໄທ

Published on

ໃນວັນທີ 17 ພຶດສະພາ 2023 ຜ່ານມາ, ເຈົ້າໜ້າທີ່ໄທຮັບແຈ້ງພົບສົບຄົນຖືກຍິງເສຍຊີວິດ ຢູ່ແຄມທາງໃນປ່າທາງທ້າຍໝູ່ບ້ານ ວາຣິນ ເມືອງ ສີເມືອງໃໝ່ ແຂວງ ອຸບົນຣາຊທານີ ປະເທດໄທ.

ຕາມການລາຍງານຂອງເຈົ້າໜ້າທີ່ກ່າວວ່າ: ຜູ້ເສຍຊີວິດເປັນຄົນລາວ ຊື່ວ່າ: ທ້າວ ບຸນສ່ວນ ກິດຕິຍາໂນ ອາຍຸ 55 ປີ ມີສະພາບບາດແຜຖືກຍິງທີ່ໂໜກແກ້ມເບື້ອງຊ້າຍ ທະລຸຂະມັບເບື້ອງຂວາ 1 ນັດ, ບໍລິເວນໜ້າເອິກ 1 ນັດ, ແລະ ໜ້າທ້ອງອີກ 1 ນັດ, ເຈົ້າໜ້າທີ່ຍັງກ່າວຕື່ມອີກວ່າ: ຜູ້ເສຍຊີວິດເຄີຍອາໄສຢູ່ທີ່ ເມືອງປາກເຊ ແຂວງຈຳປາສັກ ປະເທດລາວ ກ່ອນທີ່ຈະເດີນທາງມາອາໄສຢູ່ປະເທດໄທ ເຊິ່ງອາໄສໄດ້ຫຼາຍປີແລ້ວ.

ເບື້ອງຕົ້ນເຈົ້າໜ້າທີ່ຄາດການວ່າ: ຜູ້ກໍ່ເຫດອາດຈະເປັນພີ່ນ້ອງຂອງຜູ້ເສຍຊີວິດ ທີ່ເຄີຍຮ່ວມງານກັນ ແລະ ມີເລື່ອງບໍ່ພໍໃຈກັນ ຈຶ່ງຕາມມາຂ້າ ເພາະຜູ້ຕາຍກຳລັງຈະເດີນທາງໄປກຸງເທບ ເພື່ອໄປຕິດຕາມເລື່ອງຂໍລີ້ໄພຢູ່ປະເທດອົດສະຕຣາລີ ແຕ່ຍັງບໍ່ທັນໄດ້ໄປກໍມາຖືກຍິງເສຍຊີວິດກ່ອນ.

ທີ່ມາ: ໄທລັດ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...