spot_img
Homeຂ່າວພາຍ​ໃນສິນຄ້າຜ່ານແດນລາວ ລະຫວ່າງປະເທດ ຈີນ ແລະ ໄທ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ

ສິນຄ້າຜ່ານແດນລາວ ລະຫວ່າງປະເທດ ຈີນ ແລະ ໄທ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ

Published on

ສິນຄ້າຜ່ານແດນລາວ ລະຫວ່າງປະເທດ ຈີນ ແລະ ໄທ ແມ່ນຜ່ານ 3 ເສັ້ນທາງຫຼັກ ຄື: ເສັ້ນທາງຜ່ານດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ) – ບໍ່ເຕັນ, ຂົວມິດຕະພາບ I (ນະຄອນຫຼວງວຽງຈັນ) – ບໍ່ເຕັນ ແລະ ທາງລົດໄຟລາວ-ຈີນ. ໃນປີ 2022, ສະຖິຕິການນໍາເຂົ້າ ແລະ ສົ່ງອອກ ໂດຍຜ່ານແດນລາວ ລະຫວ່າງ ຈີນ ແລະ ໄທ ມີ ມູນຄ່າປະມານ 2,397 ລ້ານໂດລາສະຫະລັດ ຫຼື ທຽບເທົ່າ ຈຳນວນ 1,284,000 ໂຕນ, ເພີ່ມຂຶ້ນປະມານ 44.4% ເມື່ອທຽບໃສ່ປີ 2021 ທີ່ມີມູນຄ່າປະມານ 1,661 ລ້ານໂດລາສະຫະລັດ.

ອີງຕາມສະຖິຕິຜ່ານແດນ ຈາກກົມພາສີ ກະຊວງການເງິນ ເຫັນວ່າ ປີ 2022 ຜ່ານມາ ສະຖິຕິການນໍາເຂົ້າ ແລະ ສົ່ງອອກສິນ​ຄ້າ ຜ່ານແດນລາວ ລະຫວ່າງ ຈີນ ແລະ ໄທ ມີ ມູນຄ່າປະມານ 2,397 ລ້ານໂດລາສະຫະລັດ ຫຼື ທຽບເທົ່າ 1,284,000 ໂຕນ, ເພີ່ມ​ຂຶ້ນ​ປະ​ມານ 44.4% ເມື່ອ​ທຽບ​ໃສ່​ປີ 2021 ທີ່​ມີ​ມູນ​ຄ່າປະ​ມານ 1,661 ລ້ານ​ໂດ​ລາ​ສະ​ຫະ​ລັດ.

​ໃນ​ນີ້ ສິນຄ້າຜ່ານແດນ ຈາກ ໄທ ຜ່ານ ລາວ ໄປ ຈີນ ມີມູນຄ່າປະມານ 1,339 ລ້ານໂດລາສະຫະລັດ, ເພີ່ມ​ຂຶ້ນປະ​ມານ 5% ເມື່ອ​ທຽບ​ໃສ່​ປີ 2021, ສິນຄ້າສ່ວນໃຫຍ່ແມ່ນປະເພດໝາກໄມ້ ກວມເຖິງ 95.8% ຫຼື ຄິດເປັນມູນຄ່າປະມານ 1,283 ລ້ານໂດລາສະຫະລັດ. ນອກນັ້ນ, ຍັງມີສິນຄ້າປະເພດ ເຄື່ອງເອເລັກໂຕຣນິກ, ພືດຜັກ ແລະ ດອກເຜິ້ງ. ສິນຄ້າປະມານ 95.3% ແມ່ນຜ່ານດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ), 2.6% ຜ່ານທາງລົດໄຟ ລາວ-ຈີນ ແລະ ອີກ 2.1% ຜ່ານຂົວມິດຕະພາບ I ໄປ ສປ ຈີນ.

ສຳ​ລັບສິນຄ້າຈາກ ຈີນ ຜ່ານ ລາວ ໄປ ໄທ ແມ່ນມີມູນຄ່າ 1,058 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 175%, ສິນຄ້າຜ່ານ​ແດນສ່ວນໃຫຍ່ແມ່ນປະ​ເພດ ພືດຜັກ, ເຄື່ອງຕັດຫຍິບ, ໝາກໄມ້, ປຸ໋ຍ, ເຄື່ອງໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ. ສິນຄ້າປະມານ 64.6%  ແມ່ນຜ່ານດ່ານພາສີສາກົນຂົວມິດຕະພາບ IV (ແຂວງບໍ່ແກ້ວ) ແລະ ອີກ 35.4% ​ແມ່ນຜ່ານທາງລົດໄຟລາວ-ຈີນ.

ແຫຼ່ງຂ່າວ laotradeportal

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...