spot_img
Homeຂ່າວການຮ່ວມມືUSAID-UNFPA ເຊັນຂໍ້ຕົກລົງຮ່ວມກັນ ສະໜັບສະໜູນການກະກຽມ ການສຳຫລວດພົນລະເມືອງ

USAID-UNFPA ເຊັນຂໍ້ຕົກລົງຮ່ວມກັນ ສະໜັບສະໜູນການກະກຽມ ການສຳຫລວດພົນລະເມືອງ

Published on

ອົງການ USAID ແລະ ອົງການ UNFPA ເຊັນຂໍ້ຕົກລົງຮ່ວມກັນ ເພື່ອສະໜັບສະໜູນການກະກຽມການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໃສ ຄັ້ງທີ5 ປີ2025

ທີ່ນະຄອນຫລວງວຽງຈັນ, ເດືອນສິງຫາ 2022 ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ໄດ້ໃຫ້ການຊ່ວຍເຫຼືອ ມູນຄ່າ 500,000 ໂດລາສະຫະລັດ ເພື່ອສະໜັບສະໜູນ ການກະກຽມ ການສຳຫລວດ ປະຊາກອນ ແລະ ທີ່ຢູອາໃສ ຄັ້ງທີ 5 ປີ 2025. ງົບປະມານຊ່ວຍເຫລືອດັ່ງກ່າວ ຈະໄດ້ຖືກນຳໃຊ້ໂດຍຜ່ານ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ປະຈຳ ສປປລາວ.

ການສຳຫລວດ ປະຊາກອນ ແລະ ທີ່ຢູ່ອາໃສ ແມ່ນໄດ້ດຳເນີນການຈັດຕັ້ງປະຕິບັດໃນທຸກໆ 10 ປີ ເພື່ອຜະລິດຂໍ້ມູນທີ່ອຸດົມສົມບູນ ເຊິ່ງລວມມີ ຂໍ້ມູນ ຈຳນວນຂອງປະຊາກອນ, ຂໍ້ມູນປະຊາກອນແບ່ງຕາມເຂດ, ຕາມກຸ່ມອາຍຸ ແລະ ເພດ ແລະ ໃນນັ້ນ ລວມທັງຂໍ້ມູນກ່ຽວກັບສະພາບຂອງການດຳລົງຊີວິດ ແລະ ທີ່ຢູ່ອາໃສ, ຂໍ້ມູນໂຕຊີ້ບອກກ່ຽວກັບສະພາບ ດ້ານເສດຖະກິດ ແລະ ສັງຄົມທີ່ສຳຄັນ. ຂໍ້ມູນຈາກການສຳຫລວດປະຊາກອນ ແລະ ທີ່ຢູ່ອາໃສ ເປັນຂໍ້ມູນທີ່ສຳຄັນ ເພື່ອສະໜອງເຂົ້າໃນແຜນການຄຸ້ມຄອງການປົກຄອງທີ່ດີ, ການສ້າງນະໂຍບາຍ ແລະ ການວາງແຜນພັດທະນາ, ການປ້ອງກັນ, ການຫລຸດຜ່ອນ ແລະ ຕອບໂຕ້ບັນຫາ ວິກິດການ, ແຜນງານດ້ານສະຫວັດການສັງຄົມ ແລະ ການວິເຄາະດ້ານການຕະຫລາດທາງເສດຖະກິດເປັນຕົ້ນ.

ສປປ ລາວ, ໂດຍຜ່ານ ສູນສະຖິຕິແຫ່ງຊາດ (LSB), ໄດ້ສຳເລັດການສຳຫລວດປະຊາກອນ ແລະ ທີ່ຢູ່ອາໃສ 4 ຄັ້ງ, ເຊິ່ງຄັ້ງສຸດທ້າຍ ແມ່ນດຳເນີນການສຳຫລວດໃນປີ 2015. ຜ່ານການຖອດຖອນຈາກບົດຮຽນຕ່າງໆ ຂອງການສຳຫລວດໃນຫລາຍຄັ້ງ ຜ່ານມາ, ການສຳຫລວດຄັ້ງນີ້ ຈຶ່ງໄດ້ລິເລີ່ມການວາງແຜນ ແລະ ກະກຽມການສຳຫລວດປີ 2025 ໃຫ້ໄວຂື້ນ ແລະ ຈະໄດ້ນຳໃຊ້ນະວັດຕະກຳ ໃໝ່ໆເຂົ້າມາຊ່ວຍໃນຂັ້ນຕອນການສຳຫລວດ ໄປຕາມກອບເວລາທີ່ກຳນົດ, ມີປະສິດທິພາບ ຕໍ່ງົບປະມານທີ່ລົງທຶນ, ມີຂະບວນການເຮັດການສຳຫລວດ ແລະ ຜົນຮັບທີ່ມີຄຸນນະພາບສູງ. ການນຳໃຊ້ເຕັກນິກ ແລະ ນະວັດຕະກຳໃໝ່ໆນັ້ນ ແມ່ນຈະປະກອບມີ: ການເກັບກຳຂໍ້ມູນໂດຍເຄື່ອງ ໂອເລັກໂຕຣນິກ ແລະ ນໍາໃຊ້ແຜນທີ່ GIS ເຂົ້າໃນການສຳຫລວດເພື່ອໃຫ້ສາມາດຜະລິດຂໍ້ມູນທີ່ວ່ອງໄວ, ທັນເວລາ ແລະ ມີຄຸນະພາບສູງ.

ທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖະຕິແຫ່ງຊາດ ກ່າວວ່າ: ສູນສະຖິຕິແຫ່ງຊາດ ເປັນຂະແໜງການຫລັກຂອງລັດຖະບານ ທີ່ມີບົດບາດໃນການນຳພາ ໃນຂະບວນການກະກຽມ ແລະ ດຳເນີນການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໃສຄັ້ງທີ 5 ປີ 2025 ຂອງ ສປປລາວ. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນ ຕໍ່ການສະຫນັບສະໜູນ ຂອງຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນໃນລະດັບຊາດ ແລະ ສາກົນ ໃຫ້ແກ່ ສປປ ລາວ ໂດຍຜ່ານກອບການຮ່ວມມືຂອງ ສອງຝ່າຍ ແລະ ຫລາຍຝ່າຍ. ນີ້ແມ່ນໜຶ່ງໃນຕົວຢ່າງທີ່ດີ ຂອງການຮ່ວມມືທີ່ຈະປະກອບສ່ວນອັນສຳຄັນໃຫ້ແກ່ການເກັບກຳ, ການວິເຄາະ ແລະ ການເຜີຍແຜ່ຂໍ້ມູນ, ຮັບປະກັນດ້ານຄຸນນະພາບ ແລະ ຊ່ວຍໃຫ້ມີຂໍ້ມູນສະຖິຕິແຍກປະເພດປະຊາກອນ ທີ່ສຳເລັດຕາມກຳນົດເວລາ, ແລະ ໄດ້ຂໍ້ມູນປະຊາກອນຖືກຕາມມາດຕະຖານສາກົນ.

ທ່ານ ໄມໂຄ ຣອນນິ້ງ, ຜູ້ຕາງໜ້າອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ປະຈຳ ສປປ ລາວ ກ່າວວ່າ: ອົງການ USAID ມີຄວາມພູມໃຈໃນການໃຫ້ການສະໜັບສະໜູນ ແກ່ສູນສະຖິຕິແຫ່ງຊາດ ໃນການກະກຽມການສຳຫລວດປະຊາກອນ ແລະ ທີ່ຢູ່ອາໃສ ຄັ້ງທີ 5 ນີ້. ການເປັນຄູ່ຮ່ວມງານກັບສູນສະຖິຕິແຫ່ງຊາດ ແລະ ອົງການ UNFPA ໃນຄັ້ງນີ້ ແມ່ນມີຄວາມສຳຄັນຕໍ່ ສປປ ລາວ ເພື່ອຊຸກຍູ້ການນຳໃຊ້ຂໍ້ມູນ ເຂົ້າໃນການຕັດສິນໃຈ ໃນການກຳນົດນະໂຍບາຍ ແລະ ບັນດາແຜນງານ ທີ່ຈະສ້າງຜົນປະໂຫຍດໃຫ້ແກ່ ປະຊາຊົນ ລາວ.

ການສຳຫລວດປະຊາກອນ ປີ 2025 ນີ້ຈະຊ່ວຍຕິດຕາມການປ່ຽນແປງດ້ານປະຊາກອນ ພ້ອມທັງສະໜອງຂໍ້ມູນຫລັກຖານ ໃນການຕິດຕາມ ແລະ ການພັດທະນາ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ຄັ້ງທີ 10 (NSEDP), ເປົ້າໝາຍພັດທະນາແບບຍືນຍົງ (SDGs), ແຜນດຳເນີນງານກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD PoA).

ທ່ານ ນາງ ມາລຽມ ເອຄານ, ຜູ້ຕາງໜ້າອົງການ UNFPA ປະຈຳ ສປປລາວ ກ່າວວ່າ: ການສຳຫລວດປະຊາກອນ ແລະ ທີ່ຢູ່ອາໃສ ແມ່ນການສຳຫລວດທີ່ສຳຄັນເພື່ອບັນລຸວິໃສທັດຮ່ວມກັນ ທີ່ບໍ່ປະປ່ອຍຜູ້ໃດໄວ້ຂ້າງຫລັງ ທັງມີຂໍ້ມູນຊ່ວຍໃຫ້ ສປປ ລາວ ຕິດຕາມ ແລະ ບັນລຸບັນດາຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້ ໃນກອບແຜນພັດທະນາໃນລະດັບຊາດ ແລະ ລະດັບສາກົນ. ອົງການ UNFPA ມີຄວາມຍິນດີ ແລະ ຕ້ອນຮັບ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ມາເປັນຄູ່ຮ່ວມໃນການສະໜັບສະໜູນ ການສຳຫລວດ ປະຊາກອນ ແລະ ທີ່ຢູ່ອາໃສ ປີ 2025.

ໂດຍປົກກະຕີແລ້ວ ການສຳຫລວດແຫ່ງຊາດ ແມ່ນແຫ່ຼງຂໍ້ມູນດຽວ ທີ່ນຳໃຊ້ເຂົ້າໃນການວິເຄາະສະພາບການ ດ້ານສັງຄົມ, ປະຊາກອນ ແລະ ເສດຖະກິດ – ມີເຖິງ 107 ໂຕຊີ້ວັດ ຂອງ 231 ໂຕຊີ້ວັດຫັລກ ຂອງເປົ້າ ໝາຍພັດທະນາແບບຍືນຍົງທີ່ຕ້ອງການຂໍ້ມູນ ເພື່ອຕິດຕາມ ເຊິ່ງ ການສຳຫລວດປະຊາກອນ ແມ່ນແຫ່ງຂໍ້ມູນຫລັກເພື່ອສະໜອງຂໍ້ມູນເຫລົ້ານັ້ນ.

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...