ແຄມເປນປູກຈຶດສໍານຶກດ້ານ “ພະລັງຂອງຄຳວ່າບໍ່” ເມື່ອມີການດື່ມແລ້ວຂັບ

0
912

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແລະບໍລິສັດ ອາດີເຄ ກຣຸບ ຈຳກັດຜູ້ດຽວ ໄດ້ຮ່ວມມືກັບບັນດາຄູ່ຄ້າສາກົນເພື່ອລົນນະລົງປູກຈຶດສໍານຶກດ້ານ “ພະລັງຂອງຄຳວ່າບໍ່” ເມື່ອມີການດື່ມແລ້ວຂັບ

ແຄມເປນປູກຈິດສໍານຶກຜ່ານຫຼາຍຊ່ອງທາງທີ່ແນ່ໃສ່ສົ່ງເສີມພຶດຕິກໍາຄວາມຮັບຜິດຊອບຕໍ່ການດື່ມແລ້ວຂັບໃນອາຊີຕາເວັນອອກສຽງໃຕ້ ເພື່ອຊ່ວຍຫຼຸດຜ່ອນການເກີດອຸປະຕິເຫດທາງຖະໜົນ, ປັດໄຈອັນດັບ 1 ທີ່ຂ້າຊີວິດຂອງບັນດາໄວໜຸ່ມ.

ໃນວັນທີ 28 ມີນາ 2022  [ນະຄອນຫຼວງວຽງຈັນ]  ໜຶ່ງໃນໄພຄຸກຄາມທີ່ໃຫຍ່ຫຼວງທີ່ສຸດຕໍ່ຊີວິດຂອງໄວໜຸ່ມໃນທຸກມື້ນີ້ແມ່ນຄວາມສ່ຽງຕໍ່ການເກີດອຸປະຕິເຫດ ແລະ ການບາດເຈັບທາງທ້ອງຖະໜົນທີ່ສືບເນື່ອງມາຈາກການບໍລິໂພກສິ່ງມືນເມົາ. ໃນພາກພື້ນອາຊີປາຊີຟິກເກີດອຸປະຕິເຫດທາງທ້ອງຖະໜົນເຮັດໃຫ້ມີຜູ້ເສຍຊີວິດເຖິງ 2,000 ຄົນ ໃນແຕ່ລະມື້; ເຊິ່ງເປັນຈຳນວນ 1/3 ຂອງອຸປະຕິເຫດຮ້າຍແຮງດັ່ງກ່າວນັ້ນເກີດມາຈາກປັດໄຈທີ່ກ່ຽວພັນກັບສິ່ງມຶນເມົາ ໂດຍຜູ້ທີ່ມີຄວາມສ່ຽງສູງທີ່ສຸດແມ່ນບັນດາໄວໜຸ່ມທີ່ມີຄວາມຫ້າວຫັນ, ມີອະນາຄົດທີ່ສົດໃສ ແລະ ຫາກໍ່ເລີ່ມຕົ້ນສ້າງເນື້ອສ້າງໂຕ1. ສໍາລັບ ສປປ ລາວ, ອັດຕາການບາດເຈັບຈາກອຸປະຕິເຫດທາງທ້ອງຖະໜົນຍ້ອນບໍລິໂພກສິ່ງມຶນເມົາ 22 ສ່ວນຮ້ອຍ ແມ່ນ ຜູ້ຊາຍ ແລະ 32 ສ່ວນຮ້ອຍ ແມ່ນແມ່ຍິງ.

ນອກຈາກນັ້ນ, ອີງຕາມຂໍ້ມູນຈາກ ອົງການອະນາໄມໂລກ, 50 ສ່ວນຮ້ອຍ ຂອງການເສຍຊີວິດທາງທ້ອງຖະໜົນໃນ ສປປ ລາວ ແມ່ນຕິດພັນກັບການບໍລິໂພກສິ່ງມືນເມົາ .

ເປົ້າໝາຍການພັດທະນາແບບຍືນຍົງຂອງ ອົງການສະຫະປະຊາຊາດ ທີ 3 ໄດ້ແນໃສ່ການຫຼຸດຈຳນວນຜູ້ເສຍຊີວິດ ແລະ ບາດເຈັບຈາກອຸປະຕິເຫດທາງຖະໜົນໃຫ້ໜ້ອຍລົງເຄິ່ງໜຶ່ງພາຍໃນປີ 2030 ເຊິ່ງໃນໄລຍະປັດຈຸບັນແມ່ນຊ່ວງເວລາທີ່ທຸກໆພາກສ່ວນຕ້ອງໄດ້ຮ່ວມກັນລົງມືປະຕິບັດເພື່ອບັນລຸເປົ້າໝາຍດັ່ງກ່າວ. ດ້ວຍເຫດນີ້ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແລະ ບໍລິສັດ ອາດີເຄ ກຣຸບ ຈຳກັດຜູ້ດຽວ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ສະຖານທູດອັງກິດ ທີ່ນະຄອນຫຼວງວຽງຈັນ ໄດ້ມີການລິເລີ່ມຮ່ວມມືກັບບັນດາຄູ່ຮ່ວມມືຈາກສາກົນຄື ສະມາຄົມເຫຼົ້າ ແລະ ເຫຼົ້າແວງ ສາກົນ ອາຊີປາຊີຟິກ (APISWA), ສະມາຄົມລົດຍົນຫວຽດນາມ (AA Vietnam, ສະມາຊິກຂອງ Fédération Internationale de l’Automobile ຫຼື FIA), ແລະ ອົງການຜະລິດສື່ Orès ເພື່ອຮ່ວມກັນລຸກຂຶ້ນຕອບໂຕ້ກັບບັນຫາທ້າທາຍດັ່ງກ່າວໃນຊຸມຊົນຂອງ ສປປ ລາວ. ອົງການເຫຼົ່ານີ້ໄດ້ຮ່ວມກັນເປີດຂະບວນການໂຄສະນາ ພະລັງຄຳວ່າບໍ່, ແຄມແປນປູກຈິດສໍານຶກທາງດິຈິຕ້ອນແກ່ມວນຊົນເພື່ອໂຄສະນາສົ່ງເສີມພຶດຕິກໍາທີ່ມີຄວາມຮັບຜິດຊອບຕໍ່ບັນຫາເມົາແລ້ວຂັບ. ຂໍ້ລິເລີ່ມດັ່ງກ່າວມີຈຸດປະສົງເພື່ອຢາກເຂົ້າເຖິງບັນດາໄວໜຸ່ມໃນ ສປປ ລາວ ທີ່ຢູ່ໃນເກນອາຍຸທີ່ສາມາດດື່ມສິ່ງມືນເມົາໄດ້ຖືກຕ້ອງຕາມກົດໝາຍ ກໍ່ຄືລະຫວ່າງ 18-30 ປີ.

ເມົາແລ້ວຂັບບໍ່ພຽງແຕ່ສົ່ງຜົນຕໍ່ຄວາມເປັນຄວາມຕາຍຂອງບຸກຄົນເທົ່ານັ້ນ, ແຕ່ຍັງມີຜົນກະທົບທາງລົບຕໍ່ GDP ຂອງປະເທດທີ່ກໍາລັງພັດທະນາ. ເນື່ອງຈາກອາຊີຕາເວັນອອກສຽງໃຕ້ ມີການຂະຫຍາຍຕົວຂອງຈໍານວນຍານພະຫະນະໄວກວ່າການພັດທະນາພື້ນຖານໂຄງລ່າງດ້ານຄົມມະນາຄົມທີ່ປອດໄພ, ພາກພື້ນດັ່ງກ່າວຈຶ່ງຕ້ອງປະເຊີນກັບອັດຕາຜູ້ເສຍຊີວິດຍ້ອນອຸປະຕິເຫດທາງຖະໜົນທີ່ສູງເປັນອັນດັບສອງຂອງໂລກ (ເສຍຊີວິດ 20,7 ຄົນຕໍ່ທຸກໆ 100.000 ຄົນ), ເຊິ່ງສ້າງຄວາມເສຍຫາຍແກ່ເສດຖະກິດເຖິງ 3-6% ຂອງ GDP. ພະລັງຂອງຄຳວ່າບໍ່ ເປັນສ່ວນໜຶ່ງຂອງແຄມເປນລະດັບພາກພື້ນທີ່ຖືກຈັດຕັ້ງປະຕິບັດໃນອີກ 5 ປະເທດຄື: ໄທ, ກຳປູເຈຍ, ຟີລິບປິນ, ມາເລເຊຍ ແລະ ຫວຽດນາມ. ເປົ້າໝາຍແມ່ນການເຂົ້າເຖິງໄວໜຸ່ມຈໍານວນ 10 ລ້ານຄົນ ໃນ 6 ປະເທດ ທີ່ຢູ່ໃນເກນອາຍຸສາມາດດື່ມສິ່ງມືນເມົາໄດ້ຢ່າງຖືກຕ້ອງຕາມກົດໝາຍເພື່ອເປັນການໃຫ້ຄວາມຮູ້ກ່ຽວກັບຄວາມອັນຕະລາຍຮ້າຍແຮງຂອງການເມົາແລ້ວຂັບແກ່ພວກເຂົາ, ຊ່ວຍໃຫ້ພວກເຂົາສາມາດຕັດສິນໃຈໄດ້ໂດຍທີ່ຮັບຮູ້ເຖິງຜົນຮ້າຍຜົນເສຍ ແລະ ສ້າງແຮງບັນດານໃຈໃຫ້ພວກເຂົາກ້າວໄປສູ່ວັດທະນະທໍາການດື່ມສິ່ງມືນເມົາພາຍໃນຊຸມຊົນທ້ອງຖິ່ນຂອງຕົນຢ່າງຮອບຄອບມີຄວາມຮັບຜິດຊອບຫຼາຍຂຶ້ນ.

ແຄມເປນ ພະລັງຂອງຄຳວ່າບໍ່ ແມ່ນໄດ້ຮັບການຊີ້ນໍານຳພາໃນລະດັບພາກພື້ນໂດຍ ສະມາຄົມເຫຼົ້າ ແລະ ເຫຼົ້າແວງ ສາກົນ ອາຊີປາຊີຟິກ (APISWA) ເຊິ່ງຕາງໜ້າໃຫ້ບັນດາບໍລິສັດຜູ້ຜະລິດເຫຼົ້າ ແລະ ເຫຼົ້າແວງໃນທົ່ວໂລກ, ສະມາຄົມລົດຍົນຫວຽດນາມ (AA ຫວຽດນາມ, ສະມາຊິກຂອງ Fédération Internationale de l’Automobile ຫຼື FIA) ແລະ ອົງການຜະລິດສື່ Orès ໂດຍການສະໜັບສະໜູນຈາກ ສະພາທຸລະກິດສະຫະລັດອາເມລິກາ-ອາຊຽນ (USABC) ແລະ ສະພາທຸລະກິດ ສະຫະພາບເອີຣົບ-ອາຊຽນ (EUABC).

ໃນເດືອນ ມີນາ ນີ້, ພະລັງຂອງຄຳວ່າບໍ່ ຈະຖືກເປີດຕົວອອກສູ່ສື່ສັງຄົມອອນລາຍເພື່ອຈໍາກັດຄວາມຄໍາວ່າ ‘ບໍ່’ ໃຫ້ກັບໄວໜຸ່ມຄືນໃໝ່ ແລະ ຊ່ວຍໃຫ້ພວກເຂົາຄົ້ນພົບເຖິງພະລັງທີ່ສາມາດສ້າງຄວາມປ່ຽນແປງຕໍ່ການດື່ມສິ່ງມືນເມົາ ແລະ ການຂັບຂີ່. ໃນໄລຍະທຳອິດຂອງແຄມເປນ ກໍ່ຄືຊ່ວງ ຫົກອາທິດທໍາອິດແມ່ນຈະມີການປ່ອຍວິດີໂອຕົວຢ່າງ, ໂຄສະນາ ແລະ ຂໍ້ມູນໃຫ້ຄວາມຮູ້ຕ່າງໆຢູ່ທີ່ໜ້າ Facebook ຂອງແຄມເປນໃນແຕ່ລະປະເທດ. ຈາກນັ້ນ ເປົ້າໝາຍຂອງແຄມເປນໃນໄລຍະຕໍ່ມາ ຈະເປັນການປະເມີນວ່າແຄມເປນດັ່ງກ່າວມີອິດທິພົນຜົນດີຕໍ່ກັບການປ່ຽນແປງດ້ານພຶດຕິກໍາແນວໃດແດ່.

“ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ, ພວກເຮົາໄດ້ເລີ່ມໃຫ້ການຊ່ວຍເຫຼືອແກ່ຜູ້ເຄາະຮ້າຍຕາມທ້ອງຖະໜົນແບບບໍ່ເກັບຄ່າໃຊ້ຈ່າຍໃດໆ, ເຊິ່ງທີມງານຂອງພວກເຮົາໄດ້ພົບວ່າຍັງມີຈໍານວນຜູ້ບາດເຈັບ ແລະ ເສຍຊີວິດຈາກອຸປະຕິເຫດເພີ່ມຂຶ້ນຢ່າງຫຼວງຫຼາຍ,” ທ່ານ ເຊບາສຕຽງ ແປເຣ, ຜູ້ກໍ່ຕັ້ງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ໄດ້ກ່າວໄວ້. “ບັນດາອຸປະຕິເຫດເຫຼົ່ານີ້ເກີດຈາກສາຍເຫດທີ່ຄ້າຍໆກັນຄື: ເກີດຍາມກາງຄືນ, ເກີດຈາກການທີ່ຜູ້ຂັບຂີ່ລົດຈັກເມົາເຫຼົ້າແລ້ວຂັບລົດດ້ວຍຄວາມໄວສູງ, ບໍ່ໃສ່ໝວກກັນກະທົບ, ເສຍຫຼັກຢູ່ທາງໂຄ້ງແລ້ວໄປຕຳເອົາເຮືອນ ຫຼື ເສົາໄຟຟ້າ. ການບໍລິຈາກຊ່ວຍເຫຼືອຜູ້ເຄາະຮ້າຍຈາກອຸປະຕິເຫດຕາມທ້ອງຖະໜົນໃນທຸກມື້ນີ້ແມ່ນຍັງບໍ່ພຽງພໍ. ພວກເຮົາຕ້ອງຫ້າວຫັນຊ່ວຍກັນຫຼຸດຕົວເລກອຸປະຕິເຫດດັ່ງກ່າວໃຫ້ຫຼຸດລົງໄວໆ.”

“ພວກເຮົາຮູ້ສຶກຕື່ນເຕັ້ນຫຼາຍທີ່ໄດ້ຮ່ວມມືກັບ AA ຫວຽດນາມ, Orès ແລະ ບັນດາຄູ່ຮ່ວມມືທີ່ໃຫ້ການສະໜັບສະໜູນໃນແຄມເປນດັ່ງກ່າວນີ້, ເຊິ່ງກໍ່ເປັນສ່ວນໜຶ່ງໃນຄວາມໝັ້ນໝາຍຂອງ APISWA ທີ່ຈະຊ່ວຍຫຼຸດຜ່ອນອຸປະຕິເຫດທາງຖະໜົນໃນກຸ່ມໄວໜຸ່ມ,” ກ່າວໂດຍ ທ່ານ ແຊມ ຟິສເຊີ້, ປະທານບໍລິສັດທ່ອງທ່ຽວສາກົນ ແລະ ອາຊີປາຊີຟິກ Diageo ແລະ ທັງເປັນ ປະທານຂອງ APISWA. ທ່ານ ແຊມ ກ່າວເສີມວ່າ “ພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດ ແລະ ຢ່າງໜັກກັບບັນດາເຈົ້າໜ້າທີ່ໃນປະເທດເປົ້າໝາຍເພື່ອແກ້ໄຂບັນຫາເມົາແລ້ວຂັບ ແລະ ແຄມເປນນີ້ຈະເປັນສ່ວນຊ່ວຍເສີມຂະຫຍາຍບັນດາແຜນງານ ແລະ ຄວາມພະຍາຍາມທີ່ພວກເຮົາກໍາລັງເຮັດໃນຮູບແບບກຸ່ມບໍລິສັດ ແລະ ຜ່ານບໍລິສັດຂອງຕົນ. ພວກເຮົາເຊື່ອວ່າຄວາມປອດໄພທາງທ້ອງຖະໜົນແມ່ນໜ້າທີ່ຮັບຜິດຊອບສ່ວນລວມ ທັງຂອງລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນທີ່ຕ້ອງຮ່ວມກັນແກ້ໄຂກັບບັນຫາທ້າທາຍນີ້”.

“ການເມົາແລ້ວຂັບມີຄວາມເຊື່ອມໂຍງຢ່າງເລິກຕໍ່ກັບຜົນສຳເລັດຂອງປະເທດຕໍ່ກັບບັນດາຕົວຊີ້ວັດທາງສັງຄົມ,” ທ່ານ ເກຣກ ຄຣາບ, ປະທານ AA ຫວຽດນາມ ແລະ ປະທານ FIA ພາກພື້ນ II – ອາຊີປາຊີຟິກ ໄດ້ກ່າວອະທິບາຍ. “ໄວໜຸ່ມຍຸກສະໄໝນີ້ ມີທ່າແຮງທີ່ດີທີ່ຈະຊ່ວຍສ້າງວັດທະນະທຳພຶດຕິກຳທີ່ຊ່ວຍເຮັດໃຫ້ຖະໜົນຫົນທາງຂອງພວກເຮົາປອດໄພຂຶ້ນ ແລະ ພວກເຮົາເອງກໍ່ພູມໃຈທີ່ໄດ້ມີສ່ວນຮ່ວມໃນແຄມເປນເພື່ອຊ່ວຍສ້າງແຮງບັນດານໃຈໃຫ້ມີການປ່ຽນແປງໃນຊຸມຊົນທ້ອງຖິ່ນໃນທົ່ວອາຊີປາຊີຟິກດັ່ງກ່າວນີ້.”

ຮຽນຮູ້ເພີ່ມເຕີມກ່ຽວກັບ ພະລັງຂອງຄຳວ່າບໍ່, ສາມາດເຂົ້າເບິ່ງໄດ້ທີ່ໜ້າ Facebook page ຫຼື website ຂອງແຄມເປນດັ່ງກ່າວ.

ກ່ຽວກັບ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623
ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ເປັນໜ່ວຍງານບໍລິການຂົນສົ່ງຄົນເຈັບ, ດັບເພີງ ແລະ ກູ້ໄພແຫ່ງແຫ່ງທຳອິດ ແລະ ແຫ່ງດຽວໃນ ສປປ ລາວ. ໜ່ວຍງານດັ່ງກ່າວໄດ້ມີການລິເລີ່ມດໍາເນີນງານໃນ ນະຄອນຫຼວງວຽງຈັນ ໂດຍມີອາສາສະໝັກຈໍານວນໜຶ່ງເຂົ້າຮ່ວມນັບຕັ້ງແຕ່ປີ 2010 ເປັນຕົ້ນມາ. ປັດຈຸບັນໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຄອບຄຸມເອົາ 4 ຕົວເມືອງໃນ 4 ແຂວງ ໂດຍມີຈໍານວນອາສາສະໝັກຫຼາຍກວ່າ 600 ຄົນ ທີ່ເຮັດວຽກທັງເວັນທັງຄືນແບບບໍ່ເກັບຄ່າໃຊ້ຈ່າຍໃດໆ, ເພື່ອຍື່ນມືເຂົ້າໄປຊ່ວຍໃນເກືອບທຸກໆເຫດການຮ້າຍແຮງທີ່ເກີດຂຶ້ນ.

ກ່ຽວກັບບໍລິສັດ ອາດີເຄ ກຣຸບ ຈຳກັດຜູ້ດຽວ
ອາດີເຄ ກຣຸບ ແມ່ນເອເຈັນຊີທີ່ໃຫ້ບໍລິການເຕັມຮູບແບບ ທາງດ້ານການສ້າງສື່ປະຊາສຳພັນ ແລະ ການສ້າງການຮັບຮູ້ທາງດິຈິຕອລໃຫ້ແກ່ສິນຄ້າ, ແບຣນ ແລະ ທຸລະກິດຕ່າງໆ. ດ້ວຍຄວາມຊ່ຽວຊານທາງດ້ານສື່ສັງຄົມອອນລາຍ, ອາດີເຄ ໄດ້ສ້າງຍຸດທະສາດທາງດ້ານການຕະຫຼາດ ແລະ ດຳເນີນແຄມເປນຕ່າງໆທີ່ຫຼາກຫຼາຍ ເພື່ອໃຫ້ໝັ້ນໃຈວ່າ ກຸ່ມເປົ້າໝາຍຈະໄດ້ຮັບ ແລະ ມີສ່ວນຮ່ວມກັບຄອນເທັນທີ່ກົງກັບຈຸດປະສົງຂອງແຄມເປນໄດ້. ນໍາທີມໂດຍຊ່ຽວຊານທີ່ເຮັດວຽກໃນວົງການໂຄສະນາ, ການຈັດງານ, ປະຊາສຳພັນ ແລະ ສື່ ກວ່າ 10 ປີ ພ້ອມໄປດ້ວຍທີມງານລຸ້ນໃໝ່ໄຟແຮງ. ບໍ່ວ່າແພລັດຟອມໃດທີ່ຕ້ອງການເຂົ້າເຖິງ, ອາດີເຄ ກຣຸບ ຈະນໍາພາທຸລະກິດໃຫ້ໄປຍືນຢູ່ໃນແຖວໜ້າໄດ້ສະເໝີ.

ກ່ຽວກັບ ສະມາຄົມເຫຼົ້າ ແລະ ເຫຼົ້າແວງ ສາກົນ ອາຊີປາຊີຟິກ (APISWA)
ສະມາຄົມເຫຼົ້າ ແລະ ເຫຼົ້າແວງ ສາກົນ ອາຊີປາຊີຟິກ (APISWA) ປະກອບດ້ວຍສະມາຊິກ 11 ບໍລິສັດຜູ້ຜະລິດເຫຼົ້າ ແລະ ເຫຼົ້າແວງສາກົນ ທີ່ດໍາເນີນງານໃນທົ່ວພາກພື້ນອາຊີປາຊີຟິກ, ເຊິ່ງລວມມີບໍລິສັດ: Bacardi, Beam Suntory, Brown Forman, Campari, Diageo, Edrington, Moët Hennessy, Pernod Ricard, Proximo, Remy Cointreau ແລະ William Grant & Sons. APISWA ມີຈຸດປະສົງເພື່ອສົ່ງເສີມສະພາບແວດລ້ອມທີ່ ເຫຼົ້າ ແລະ ເຫຼົ້າແວງ ທີ່ຖືກຕ້ອງຕາມກົດໝາຍສາມາດຖືກດື່ມໄດ້ຢ່າງມີຄວາມຮັບຜິດຊອບ ພ້ອມທັງຊຸກຍູ້ອຸດສາຫະກໍາການບໍລິການ ແລະ ການທ່ອງທ່ຽວໃຫ້ທີ່ມີຊີວິດຊີວາ, ຍືນຍົງ, ແລະ ມີຄວາມຮັບຜິດຊອບ. ນອກຈາກນັ້ນ, APISWA ຍັງມີຈຸດປະສົງເພື່ອຮັບປະກັນສະພາບແວດລ້ອມທາງທຸລະກິດທີ່ຍືນຍົງ ແລະ ຮັບປະກັນຄວາມອາດສາມາດໃນການແຂ່ງຂັນໃຫ້ແກ່ສະມາຊິກຂອງຕົນ. APISWA ສຸມໃສ່ການປົກປ້ອງຜົນປະໂຫຍດ ແລະ ຄວາມປອດໄພຂອງຜູ້ບໍລິໂພກ ແລະ ຮັບປະກັນວ່າເຫຼົ້າຖືກບໍລິໂພກຢ່າງເໝາະສົມ, ໃນວິທີການທີ່ແທດເໝາະກັບສະພາບການຂອງທ້ອງຖິ່ນ ແລະ ສອດຄ່ອງກັບຫຼັກການປະຕິບັດທີ່ດີທີ່ສຸດຂອງສາກົນ. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າໄປທີ່: https://apiswa.org/.

ກ່ຽວກັບ ສະມາຄົມລົດຍົນຫວຽດນາມ (AA ຫວຽດນາມ)
AA ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2017 ໂດຍການເປັນອົງການກຸ່ມສະມາຊິກຊັ້ນນໍາທີ່ສຸມໃສ່ການສະໜອງຜະລິດຕະພັນທີ່ມີຄຸນະພາບຕາມມາດຕະຖານສາກົນໃຫ້ແກ່ຜູ້ໃຊ້ຖະໜົນໃນຫວຽດນາມ. ການບໍລິການຂອງ AAV ກວມເອົາການຊ່ວຍເຫຼືອຕາມຖະໜົນແບບມືອາຊີບ (ເຊັ່ນ: ການບໍລິການແກ່ລົດ); ນະໂຍບາຍດ້ານປະກັນໄພ; ຊຸດແພັກເກດການທ່ອງທ່ຽວ; ໃຫ້ສ່ວນຫຼຸດດ້ານ lifestyle; ແລະ ໂຄສະນາຄວາມປອດໄພທາງຖະໜົນຢູ່ຫວຽດນາມ ແລະ ຕ່າງປະເທດ. ເນື່ອງຈາກຈຳນວນລົດຍົນຢູ່ເທິງທ້ອງຖະໜົນນັບມື້ນັບເພີ່ມຂຶ້ນ – ຄິດໄລ່ເປັນ 13% ໃນແຕ່ລະປີ, AA ຫວຽດນາມ ໄດ້ວາງວິໄສທັດໄວ້ວ່າຕົນເອງຈະຕ້ອງເປັນຜູ້ໃຫ້ບໍລິການທີ່ມີຄຸນະພາບທີ່ຮັບປະກັນຄວາມປອດໄພ ແລະ ຄວາມສະດວກສະບາຍຂອງຜູ້ໂດຍສານເທິງທ້ອງຖະໜົນໃຫ້ໄດ້. ໃນການຮ່ວມມືກັບ ຄະນະກໍາມະການຄວາມປອດໄພດ້ານການຈະລາຈອນແຫ່ງຊາດ, AAV ມີຄວາມພ້ອມທີ່ຈະຊຸກຍູ້ແຜນງານດ້ານຄວາມປອດໄພທາງທ້ອງຖະໜົນ. ໃນປີ 2018, AAV ໄດ້ຮ່ວມມືກັບ FIA ໃນການເປີດຕົວແຄມເປນ #3500Lives ຍ້ອນມີຜູ້ເສຍຊີວິດໃນໂລກເຖິງ 3,500 ຄົນຕາມທ້ອງຖະໜົນໃນແຕ່ລະມື້ ເພື່ອປູກຈິດສໍານຶກກ່ຽວກັບຫຼັກການປະຕິບັດການຂັບຂີ່ທີ່ປອດໄພ. AA ຫວຽດນາມແມ່ນສະມາຊິກຂອງ Fédération Internationale de l’Automobile (FIA), ແລະ ຖືບົດບາດນຳພາບັນດາໂຄງການທາງພາກພື້ນອາຊີ – ປາຊີຟິກຂອງ FIA ໃນດ້ານການສົ່ງເສີມໃຫ້ຄວາມຮູ້ ແລະ ສະໜອງຄວາມປອດໄພໃຫ້ຊຸມຊົນ. ສໍາລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າໄປເບິ່ງທີ່: http://www.aavn.vn/.