spot_img
Homeຂ່າວທ້ອງຖິ່ນມອບ-ຮັບ ຢ່າງເປັນທາງການເສັ້ນ ທາງ 4 ແຍກໄຟອໍານາດຕານມີໄຊ ຫາ 3 ແຍກສີເກີດ

ມອບ-ຮັບ ຢ່າງເປັນທາງການເສັ້ນ ທາງ 4 ແຍກໄຟອໍານາດຕານມີໄຊ ຫາ 3 ແຍກສີເກີດ

Published on

ໜັງສືພິມວຽງຈັນໃໝ່ ລາຍງານວ່າ ພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ 4 ແຍກໄຟອໍານາດຕານມີໄຊ ເມືອງໄຊທານີ ຫາ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 10 ທັນວາ 2020.

ທ່ານ ຮົວ ແສງອາລຸນ ກ່າວວ່າ: ເພື່ອປະຕິບັດຕາມນະໂຍບາຍຂອງລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມ ເຊິ່ງຖືເອົາການພັດທະນາພື້ນຖານໂຄງລ່າງເປັນພື້ນຖານໃຫ້ການພັດທະນາດ້ານອື່ນໆ ຂະຫຍາຍຕົວ ແລະ ມີຄວາມສະດວກສະບາຍ ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ 4 ແຍກໄຟອໍານາດຕານມີໄຊ ຫາ 3 ແຍກສີເກີດ ເປັນເສັ້ນທາງໜຶ່ງທີ່ເຂົ້າແຜນບູລິມະສິດທຶນເປົ້າໝາຍຂອງລັດຖະບານ ເລີ່ມແຕ່ປີ 2017 ເປັນຕົ້ນມາ.

ເສັ້ນທາງດັ່ງກ່າວ ມີຄວາມຍາວ 9,3 ກິໂລ ແມັດ ກວ້າງ 28 ແມັດ ໜ້າທາງປູດ້ວຍເບຕົງເສີມເຫຼັກ ໜາ 23 ຊັງຕີແມັດ ມີ 6 ເລນລົດແລ່ນ ພ້ອມທັງດອນກາງທາງ ທາງຄົນຍ່າງສອງເບື້ອງ ໄຟເຍືອງທາງ ຍົກຍ້າຍ-ຕິດຕັ້ງຕາຂ່າຍໄຟຟ້າ 22 Kv ຄືນໃໝ່ ຍົກຍ້າຍ-ຕິດຕັ້ງສາຍເຄເບິນໃໝ່ ຍົກຍ້າຍ-ຕິດຕັ້ງລະບົບນ້ໍາປະປາໃໝ່ ແລະ ລະບົບລະບາຍນໍ້າສອງຂ້າງທາງ ລວມມູນຄ່າ 45.110.661,61 ໂດລາ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...