spot_img
Homeຂ່າວທ້ອງຖິ່ນອາທິດນີ້ ແຂວງພາກເໜືອອາກາດໜາວເຢັນລົງອີກ 1-3 ອົງສາ

ອາທິດນີ້ ແຂວງພາກເໜືອອາກາດໜາວເຢັນລົງອີກ 1-3 ອົງສາ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດນະເນສະພາບອາກາດຕະຫຼອດອາທິດນີ້ ພ້ອມມີຄຳເຕືອນເຝົ້າລະວັງ ມວນອາກາດໜາວເຢັນຈາກປະເທດຈີນໄດ້ມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫ່ຍ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 1 ຫາ 3 ອົງສາ ຢູ່ແຂວງ ພາກເໜືອ ພ້ອມມີໜອກໜາປົກຫຸ້ມຢູ່ທົ່ວໄປ ໃນຕອນກາງຄືນ ຫາ ຕອນເຊົ້າ, ໂດຍສະເພາະຢູ່ເຂດພູດອຍ ບັນດາແຂວງ ພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫຼາຍ.​

ຕາມການລາຍງານຈາກທ້ອງຖິ່ນ ໃນຕອນເຊົ້າຂອງວັນທີ 9 ທັນວາ ທີ່ແຂວງຊຽງຂວາງ ເຂດເມືອງງານ ມີສະພາບ ນໍ້າໝອກຄ້າງ ເປັນສະເກັດ ຄ້າຍຄືຫິມະຢູ່ທົ່ວເດີນຫຍ້າ ອຸນຫະພຸມວັດແທກໄດ້ 8 ອົງສາ ໃນເວລາ 07:00 ໂມງ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ,ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ,ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ, ເຊິ່ງອາດຈະມີຜົນກະທົບຕໍ່ສຸຂະພາບໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໜີ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...