spot_img
Homeຂ່າວທ້ອງຖິ່ນແຮງງານລາວຕົກຄ້າງທີ່ດ່ານໜອງຄາຍ 349 ຄົນກັບຄືນປະເທດຢ່າງປອດໄພ

ແຮງງານລາວຕົກຄ້າງທີ່ດ່ານໜອງຄາຍ 349 ຄົນກັບຄືນປະເທດຢ່າງປອດໄພ

Published on

ອີງຕາມການລາຍງານຈາກ ເພຈຂ່າວຈາກປະເທດໄທ ໃຫ້ຮູ້ວ່າ ຕອນເຊົ້າວັນທີ 7 ພຶດສະພາ 2020 ເວລາ 9:00 ບໍລິເວນຂ້າງເສັ້ນທາງ ແລະ ລານອາຄານການຄ້າ ຂົວມິດຕະພາບລາວ-ໄທ ຈັງຫວັດໜອງຄາຍ ເຈົ້າໜ້າທີ່ສາທາລະນາສຸກ ຈັງຫວັດໜອງຄາຍ ໄດ້ຮ່ວມກັນກວດຄັດກອງ ແລະ ເຮັດບັນທຶກປະຫວັດແຮງງານລາວ ຈຳນວນ 250 ຄົນ ທີ່ລໍຖ້າຂ້າມແດນກັບປະເທດ.

ພໍມາຮອດວັນທີ 09 ພຶດສະພາ 2020, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ປະຈຳດ່ານສາກົນ ຂົວມິດຕະພາບລາວ-ໄທ 1 ແມ່ນຈຶ່ງໄດ້ສືບຕໍ່ຮັບເອົາບັນດາແຮງງານລາວ ທີ່ເດີນທາງກັບຄືນເຂົ້າມາປະເທດ ລວມມີ 349 ຄົນ, ຍິງ 177 ຄົນ; ໃນນີ້ ເຈົ້າ ໜ້າທີ່ໄດ້ນໍາສົ່ງເຂົ້າສູນກັ່ນຕອງ ທີ່ສະໜາມຍິງປືນກອງທັບ ຫຼັກ 27 ເພື່ອໄຈ້ແຍກກໍລະນີສົງໄສຕິດເຊື້ອໂຄວິດ-19.

ໃນກໍລະນີສົງໄສແມ່ນຈະໄດ້ນຳສົ່ງໄປໂຮງໝໍທັນທີ, ແຕ່ຖ້າບໍ່ມີອາການຫຍັງ ສຳລັບຄົນຕ່າງແຂວງແມ່ນຈະໄດ້ມອບໃຫ້ຄະນະສະເພາະກິດ ຂອງແຕ່ລະແຂວງນຳຕົວໄປສູນກັກກັນຂອງແຂວງ ເພື່ອສືບຕໍ່ຕິດຕາມອາການ ເປັນໄລຍະເວລາ 14 ວັນ, ຖ້າບໍ່ມີອາການຫຍັງ ຈຶ່ງຈະໃຫ້ກັບເມືອບ້ານ ແລ້ວໄປຕິດຕາມອາການຂອງຕົນຕື່ມອີກ 14 ວັນ ເພື່ອເຮັດໃຫ້ທຸກຄົນທີ່ເຂົ້າມາໃນປະເທດລາວເຮົາ ມີຄວາມປອດໄພ ບໍ່ຕິດເຊື້ອພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ-19) ເພີ່ມ ແລະ ເພື່ອເປັນການກັນບໍ່ໃຫ້ພະຍາດມີການແຜ່ຂະຫຍາຍອອກໄປວົງກວ້າງ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...