spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ6 ສິ່ງທີ່ຜູ້ຊາຍຄວນເຮັດເພື່ອເພີ່ມຄວາມແຂງແຮງໃຫ້ສະເປີມ ເພື່ອເພີ່ມໂອກາດມີລູກຫຼາຍຂຶ້ນ

6 ສິ່ງທີ່ຜູ້ຊາຍຄວນເຮັດເພື່ອເພີ່ມຄວາມແຂງແຮງໃຫ້ສະເປີມ ເພື່ອເພີ່ມໂອກາດມີລູກຫຼາຍຂຶ້ນ

Published on

ໃນປັດຈຸບັນນີ້ມີຜູ້ຊາຍຈຳນວນຫຼາຍທີ່ພົບກັບບັນຫາມີລູກຍາກ ເຊິ່ງທ່ານຮູ້ບໍ່ວ່າພຶດຕິກຳບາງຢ່າງທີ່ທ່ານເຮັດໃຫ້ຊີວິດປະຈຳວັນມັນສົ່ງຜົນກະທົບຕໍ່ສະເປີມໂດຍທີ່ທ່ານບໍ່ຮູ້ຕົວ ໃນຄໍລຳ ສຸຂະພາບ ວັນນີ້ເຮົາຈະເຮົາມານຳສະເໜີສິ່ງທີ່ຜູ້ຊາຍຄວນເຮັດ ເພື່ອຊ່ວຍໃຫ້ສະເປີມແຂງແຮງ ແຕ່ຈະມີວິທີໃດແນ່ນັ້ນເຮົາມາຮູ້ຈັກນຳກັນເລີຍ

  1. ກິນໝາກເລັ່ນຫຼາຍໆ    ນັກວິໄຈຊາວອາເມລິກາແນະນຳວ່າ ຜູ້ຊາຍຄວນກິນໝາກລັ່ນສົດໆເປັນປະຈຳ ເພາະໝາກເລັ່ນອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະທີ່ທຮຽກວ່າ  ໄລໂຄປິນ ເຊິ່ງຊ່ວຍໃຫ້ສະເປີມສົມບູນ ແລະ ເພີ່ມໂອກາດໃນການມີລູກຫຼາຍຂຶ້ນອີກດ້ວຍ
  2. ໝັ່ນອອກກຳລັງກາຍ ຜູ້ຊາຍທີ່ອອກກຳລັງກາຍເປັນປະຈຳຈະຊ່ວຍໃຫ້ສະເປີມແຂງແຮງ ແລະ ມີຈຳນວນຕົວສະເປີມເພີ່ມຂຶ້ນກວ່າຜູ້ຊາຍທີ່ບໍ່ມັກອອກກຳລັງກາຍເຖິງ 33% ເມື່ອຮູ້ແບບນີ້ແລ້ວຫັນມາອອກກຳລັງກາຍເປັນປະຈຳເດີ້
  3. ເລີກເອົາມືຖືຍັດໃສ່ຖົງໂສ້ງ ເພາະຄື້ນແມ່ເລັກໄຟຟ້າທີ່ຢູ່ໃນຕົວເຄື່ອງມືຖື ຈະເຮັດໃຫ້ອະສຸຈິອ່ອນແອ ແລະ ເຄື່ອນຕົວໄດ້ຊ້າ ຈິ່ງເຮັດໃຫ້ຕາຍໄວກວ່າຈະໄປປະສົມກັບໄຂ່ນັ້ນເອງ ນີ້ຈິ່ງເປັນອີກໜຶ່ງສາເຫດທີ່ເຮັດໃຫ້ມີລູກຍາກ
  4. ຫຼີກລ່ຽງການໃຊ້ສານລໍ່ລື້ນໃນເວລາມີເພດສຳພັນ ເພາະສານລໍ່ລື່ນແມ່ນຢູ່ວ່າຈະຊ່ວຍໃຫ້ການມີເຊັກສ໌ຂອງທ່ານຮູ້ສຶກສະບາຍເມົາມັນ ແຕ່ຜົນເສຍຂອງມັນແມ່ນສານລໍ່ລື້ນສາມາດຂ້າສະເປີມໄດ້ເຖິງ 70% ໃນເວລາພຽງ 30 ນາທີ
  5. ເວລາຫຼິ້ນໂນ໊ດບຸກຢ່າເອົາມາວາງໄວ້ທີ່ຕັກເປັນເວລາດົນໆ ເພາະຄວາມຮ້ອນຈາກໂນ໊ດບຸກ ຈະຂ້າເຊື້ອອະສຸຈິໃຫ້ຕາຍໄດ້
  6. ຫຼຸດຜ່ອນເຄື່ອງດື່ມທີ່ມີຄາເຟອິນ ແລະ ແອລກໍຮໍ ເພາະສານຈຳພວກນີ້ຈະໄປຂັດຂວາງການຜະລິດສະເປີມ ສະນັ້ນຄົນທີ່ມັກດື່ມກາເຟ, ຊາ, ເຄື່ອງດື່ມຊູກຳລັງ ແລະ ປະເພດແອລກໍຮໍເປັນປະຈຳ ຈະເຮັດໃຫ້ມີລູກຍາກກວ່າຄົນທີ່ບໍ່ຄ່ອຍດື່ມເປັນປະຈຳນັ້ນເອງ

 

ຂໍ້ມູນຈາກ: http://men.kapook.com/view159519.html
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...