spot_img
Homeຄວາມງາມ5 ວິທີ ລີດຜົມບໍ່ໃຫ້ຜົມເສຍ

5 ວິທີ ລີດຜົມບໍ່ໃຫ້ຜົມເສຍ

Published on

1

  1. ແບ່ງຜົມເປັນຊໍ່ໃຫ້ໜາບໍ່ບາງເກີນໄປ ຊໍ່ຜົມທີ່ໜາເກີນໄປຈະເຮັດໃຫ້ທ່ານຕ້ອງລີດຄືນບໍລິເວນເກົ່າກັບໄປກັບມາຫຼາຍຄັ້ງ ໃນຂະນະທີ່ຊໍ່ຜົມທີ່ບາງເກີນໄປແມ່ນວ່າຈະລີດພຽງຄັ້ງດຽວກໍ່ເຮັດໃຫ້ຜົມຖືກຄວາມຮ້ອນໂດຍກົງ ແລະ ເສຍໄດ້ງ່າຍກ່ວາ
  2. ລີດເບົາໆຢ່າດືງຜົມ ໂດຍສະເພາະສາວຜົມຍາວມັກຈະດຶງຜົມໃນຂະນະລີບຜົມໄປນຳ ຍ້ອນຄວາມເຊື່ອທີ່ວ່າມັນຈະເຮັດໃຫ້ຜົມເຮົາ ລີດງ່າຍກ່ວາກົ່າ ເຊິ່ງແທ້ຈິ່ງບໍ່ແມ່ນແບບນັ້ນເລີຍເພາະນັ້ນມັນຄືການທຳຮ້າຍຜົມນັ້ນເອງ
  3. ຢ່າລີດຜົມຄືນກັບໄປກັບມາຫຼາຍຄັ້ງ ຫຼາຍຄົນມັກຈະລີດ ຜົມກັບໄປກັບມາຫຼາຍຮອບຈົນຜົມຮ້ອນຈົນຄວັນຂື້ນ ເພາະເຊືອວ່າຜົມຈະຊື່ຢູ່ໄດ້ດົນ ນັ້ນເປັນຄວາມເຊື່ອທີ່ຜິດໆ ດັ່ງນັ້ນສາວໆ ຈຶ່ງຄວນລີດຜົມ ໃຫ້ຜົມພໍເບິ່ງມີນ້ຳໜັກ ແລະ ຊື່ລຽບກໍ່ພໍ
  4. ໃຊ້ຄີມບຳລຸງປ້ອງກັນຄວາມຮ້ອນກ່ອນລີດຜົມ ເປັນກຸນແຈສໍາຄັນສໍາລັບການລີດຜົມອັນນີ້ສາວໆຮູ້ບໍ່ວ່າການໃຊ້ ຄີມບຳລຸງປ້ອງກັນຄວາມຮ້ອນຈະຊ່ວຍປົກປ້ອງເສັ້ນຜົມຈາກຄວາມຮ້ອນໄດ້ຫຼາຍຂື້ນ ດັ່ງນັ້ນຢ່າຂ້າມຂັ້ນຕອນນີ້ໄປເລີຍ ແລະ ນອກຈາກນີ້ຫລັງລີດຜົມຢ່າລືມສິດສະເປຟື້ນຟູຜົມທີ່ຖືກຄວາມຮ້ອນໄປພ້ອມໆກັນ
  5. ຫຼີກລ້ຽງການລີດຜົມຂະນະຜົມປຽກ ຫຼື ໝາດ ເພາະຜົມຈະເສຍຢ່າງໄວວາ ດັ່ງນັ້ນກ່ອນລີດຜົນຄວນໃຊ້ໄດເປົ່າຜົມໃຫ້ແຫ້ງທຸກຄັ້ງ

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...