spot_img
Homeນານາສາລະສັງເກດອາການ "ໂຣກຫຼົງຕົວເອງ"

ສັງເກດອາການ “ໂຣກຫຼົງຕົວເອງ”

Published on

ເຈົ້າກໍອາດຈະເຄີຍເຫັນ “ຄົນຫຼົງຕົວເອງ” (Narcissistic Personality Disorder) ແລະ ອາດຄິດວ່າມັນພຽງແຕ່ນິດໄສເທົ່ານັ້ນ ແຕ່ແທ້ໆແລ້ວການຫຼົງຕົວເອງອາດບໍ່ໄດ້ເປັນພຽງແຕ່ນິດໄສ ເຊັ່ນດຽວກັນກັບນິດໄສທີ່ບຶດດີບຶດຮ້າຍທີ່ອາດເປັນໄບໂພລາ ອາການ “ຫຼົງຕົວເອງ” ກໍອາດເປັນໂຣກປະຈຳຕົວເຊັ່ນກັນ.

ລັກສະນະອາການຂອງຜູ້ເປັນໂຣກຫຼົງຕົວເອງ

  1. ມັກເຮັດໃຫ້ຄົນອື່ນສົນໃຈ ໂດຍການສະແດງດ້ານດີໆໃຫ້ຜູ້ອື່ນເຫັນ ອວດຄວາມສາມາດຂອງຕົວເອງໃຫ້ຜູ້ອື່ນເຫັນ.
  2. ສຳຄັນຕົວເອງ ເຫດຜົນຂອງຕົວເອງມັກຈະດີກວ່າຂອງຄົນອື່ນ ເຂົ້າໃຈວ່າຕົວເອງດີກວ່າຄົນອື່ນ.
  3. ເຂົ້າໃຈສະເພາະຄົນທີ່ດີຫຼາຍໆ ເກັ່ງຫຼາຍ ງາມລໍ່ ເທົ່ານັ້ນທີ່ຈະເຂົ້າໃຈຕົວເອງ.
  4. ມັກໃຊ້ ຫຼື ໃຫ້ຄົນອື່ນເຮັດຫຍັງໃຫ້ ບໍ່ຊ່ວຍເຫຼືອຄົນອື່ນທີ່ເບິ່ງດ້ອຍກວ່າຕົວເອງ.
  5. ຈິດໃຈຫຍາບກະດ້າງ ເຢັນຊາ ບໍ່ສົນໃຈຄວາມຮູ້ສຶກຂອງຄົນອື່ນ ບໍ່ມີຄວາມເຫັນໃຈແກ່ຜູ້ອື່ນ.
  6. ຄວາມຄິດ ທັດສະນະຄະຕິ ຄຳເວົ້າ ແລະ ພຶດຕິກຳຕ່າງ ທີ່ບໍ່ເຫັນນຳຕົວເອງຈະຖືວ່າຄົນອື່ນບໍ່ມີເຫດຜົນ.
  7. ດູໝິ່ນຄົນອື່ນ ກ່າວຫາ ວ່າຮ້າຍຄົນອື່ນ ໂດຍບໍ່ຮູ້ສຶກຜິດ.
  8. ມັກໃຊ້ຄຳເວົ້າຮຸນແຮງ ທຳຮ້າຍຈິດໃຈຄົນອື່ນ.
  9. ຕົວະເລື່ອງເລັກໜ້ອຍ ເພື່ອໃຫ້ຄົນອື່ນຍອມຮັບ.
  10. ມັກເຮັດຕາມຄົນອື່ນ ຄົນທີ່ດີກວ່າຕົວເອງ ເພື່ອໃຫ້ຄົນອື່ນມາສົນໃຈຕົວເອງຫຼາຍກ່ອນ.

ວິທີຮັກສາຈາກໂຣກຫຼົງຕົວເອງ

ເນື່ອງຈາກໂຣກນີ້ ເປັນອາການທາງຈິດ ຜູ້ປ່ວຍຈຶ່ງຕ້ອງຍອມຮັບວ່າຕົນເອງມີຄວາມຜິດປົກກະຕິ ພ້ອມກັບເປີດໃຈ ແລະ ຮັບຄຳແນະນຳຈາກແພດ ແຕ່ບໍ່ແມ່ນວ່າທຸກຄົນຈະເປັນໂຣກຫຼົງຕົວເອງ ສະນັ້ນຕ້ອງໃຫ້ແພດເປັນຜູ້ບົ່ງເຖິງຄວາມຜິດປົກກະຕິຫຼາຍເຖິງຂັ້ນເປັນອາການທາງຈິດ ຫຼື ບໍ່.

ຂໍ້ມູນຈາກ mayoclinic

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...