spot_img
Homeຂ່າວພາຍ​ໃນສປຊ ຮັບຮອງເອົາ ສປປ ລາວ ຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ

ສປຊ ຮັບຮອງເອົາ ສປປ ລາວ ຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ

Published on

ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ໄດ້ຮັບຮອງເອົາ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກ ສະຖານະປະເທດດ້ອຍພັດທະນາ ໂດຍກຳນົດເວລາ 5 ປີໃນການກຽມຄວາມພ້ອມ ຂະນະທີ່ໄລຍະເວລາມາດຕະຖານທີ່ກຳນົດຕົວຈິງແມ່ນ 3 ປີ.

ອີງຕາມຂໍ້ມູນທີ່ປະກາດໃນເວັບໄຊ UN ຮູ້ວ່າ: ໃນວັນທີ 24 ພະຈິກຜ່ານມາ, ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ໄດ້ຮັບຮອງເອົາ 3 ປະເທດ ໄດ້ແກ່ ລາວ, ບັງກະລາເທດ ແລະ ເນປານ ໃຫ້ຫຼຸດພົ້ນຈາກສະຖານະດ້ອຍພັດທະນາ ບົນ​ພື້ນຖານ​​ພິ​ເສດ, ​ໂດຍ​ໃຫ້ມີ​ໄລຍະ​ກະກຽມເປັນເວລາ 5 ປີ ເພື່ອກ້າວອອກຈາກສະຖານະປະເທດດ້ອຍພັດທະນາ ໂດຍສະເພາະ ແມ່ນການຟື້ນຟູ ແລະຜັນຂະຫຍາຍ ບັນດາຍຸດທະສາດ ເພື່ອຕອບໂຕ້ ຜົນກະທົບອັນໜັກໜ່ວງ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19.

ສປປ ລາວ ມີກຳນົດທີ່ຈະກາຍເປັນປະເທດກຳລັງພັດທະນາຢ່າງເປັນທາງການໃນປີ 2026 ເນື່ອງຈາກຄະນະກຳມະການ ສປຊ ໃຫ້ເວລາໃນການກະກຽມ 5 ປີ ແທນທີ່ຈະເປັນສາມປີ ເພື່ອກຽມຄວາມພ້ອມສຳລັບການປ່ຽນແປງອັນເນື່ອງມາຈາກຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດຂອງປະເທດ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...