spot_img
Homeຂ່າວຕ່າງປະເທດປະຊາຊົນອິນເດຍສ່ວນໃຫຍ່ເກີດຄວາມກັງວົນວ່າໄວຣັສນິປາ (Nipah) ຈະກັບມາລະບາດອີກຄັ້ງໜຶ່ງ

ປະຊາຊົນອິນເດຍສ່ວນໃຫຍ່ເກີດຄວາມກັງວົນວ່າໄວຣັສນິປາ (Nipah) ຈະກັບມາລະບາດອີກຄັ້ງໜຶ່ງ

Published on

ເວັບໄຊ້ Khaosod ໄດ້ລາຍງານວ່າ ກະຊວງສາທາລະນະສຸກຂອງລັດເກລະ ທາງຕາເວັນຕົກສ່ຽງໃຕ້ຂອງປະເທດອິນເດຍໄດ້ອອກຖະແຫຼງການວ່າ ມີເດັກນ້ອຍເພດຊາຍ ອາຍຸ 12 ປີ ໄດ້ເຂົ້າຮັບການປິ່ນປົວໃນໂຮງໝໍພາຍຫຼັງທີ່ມີການຕິດເຊື້ອໄວຣັສນິປາ (Nipah Virus) ໃນວັນທີ 3 ກັນຍາ 2021 ທີ່ຜ່ານມາ ແລະ ເສຍຊີວິດໃນວັນທີ 5 ກັນຍາ 2021.

ພາຍຫຼັງທີ່ກະຊວງສາທາລະນະສຸກອອກມາຖະແຫຼງຂ່າວ ປະຊາຊົນສ່ວນໃຫຍ່ກໍເກີດຄວາມກັງວົນວ່າໄວຣັສນິປາຈະກັບມາລະບາດອີກຄັ້ງໜຶ່ງ ແລະ ຈະລະບາດຮ່ວມກັບພະຍາດໂຄວິດ-19 ໃນຂະນະນີ້ມີຜູ້ຕິດເຊື້ອໂຄວິດ-19 ໃໝ່ 42,924 ຄົນ ພາຍໃນໄລຍະເວລາ 24 ຊົ່ວໂມງ ສົ່ງຜົນເຮັດໃຫ້ຈຳນວນຜູ້ຕິດເຊື້ອສະສົມທັງໝົດຢ່າງໜ້ອຍ 32,9 ລ້ານຄົນ ແລະ ມີຜູ້ເສຍຊີວິດ 440,567 ຄົນ.

ເຊື້ອໄວຣັສ ນິປາ (Nipah) ເປັນພະຍາດຕິດຕໍ່ລະຫວ່າງສັດ ແລະ ຄົນ ໂດຍຜ່ານການ ສຳຜັດກັບມູນຂອງສັດ ແລະຂອງເຫຼວຈາກສັດ ໂດຍສະເພາະຈາກໂຕເຈຍ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...