spot_img
Homeຂ່າວພາຍ​ໃນສະຫະລັດຕິດໂຄວິດ ແລະ ເສຍຊີວິດຫຼາຍພັນຄົນ ໃນທິດດຽວຫຼັງສັກວັກຊີນຄົບ

ສະຫະລັດຕິດໂຄວິດ ແລະ ເສຍຊີວິດຫຼາຍພັນຄົນ ໃນທິດດຽວຫຼັງສັກວັກຊີນຄົບ

Published on

ຍອດຜູ້ຕິດເຊື້ອໂຄວິດ-19 ໃນສະຫະລັດອາເມລິກາພຽງໜຶ່ງອາທິດຂອງຕົ້ນເດືອນນີ້ ມີຈຳນວນສູງເຖິງ 7.101 ຄົນ, ໃນນັ້ນເສຍຊີວິດ 1.507 ຄົນ ເຖິງແມ່ນກຸ່ມຄົນທີ່ຕິດເຊື້ອດັ່ງກ່າວຈະໄດ້ຮັບວັກຊີນປ້ອງກັນໄວຣັສຄົບຖ້ວນແລ້ວກໍຕາມ.

ສຳນັກຂ່າວຊີເອັນເອັນລາຍງານວ່າ: ປັດຈຸບັນປະຊາກອນອາເມລິກາ 164 ລ້ານກວ່າຄົນໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ຄົບຖ້ວນ ຂະນະທີ່ 0.005% ຕິດເຊື້ອໂຄວິດຈົນຕ້ອງໄດ້ເຂົ້າປິ່ນປົວຢູ່ໂຮງໝໍ ແລະ 0.001% ເສຍຊີວິດ ແຕ່ຈຳນວນຜູ້ເສຍຊີວິດ 1/5 ແມ່ນເກີດຈາກພາວະແຊກຊ້ອນອື່ນໆທີ່ບໍ່ແມ່ນໄວຣັສສາຍພັນໃໝ່ ແລະ ສ່ວນໃຫຍ່ກໍແມ່ນຄົນທີ່ມີອາຍຸ 65 ປີຂຶ້ນໄປ ເຖິງແມ່ນກຸ່ມຄົນເຫຼົ່ານີ້ຈະຕິດເຊື້ອໂຄວິດກໍຕາມ.

ຢ່າງໃດກໍຕາມ, ມີປະຊາກອນປະມານ 99.99% ທີ່ສັກວັກຊີນຕ້ານໂຄວິດ-19 ຄົບຖ້ວນແມ່ນສາມາດຫຼຸດພົ້ນຈາກການຕິດເຊື້ອ ຫຼື ເສຍຊີວິດຈາກໄວຣັສໂຄໂຣນ່າສາຍພັນໃໝ່. ສຳລັບກໍລະນີການຕິດເຊຶ້ອພາຍຫຼັງສັກວັກຊີນນັ້ນ ຖືເປັນສິ່ງທີ່ທາງການແພດຄາດການໄວ້ລ່ວງໜ້າ ເນື່ອງຈາກຍັງບໍ່ມີວັກຊີນຊະນິດໃດ ມີປະສິດທິພາບໃນການປ້ອງກັນການຕິດເຊື້ອໄດ້ເຕັມຮ້ອຍ ແຕ່ກໍມີຫຼັກຖານບາງຢ່າງສະແດງໃຫ້ເຫັນວ່າ ວັກຊີນ ອາດເປັນຕົວຊ່ວຍໃຫ້ອາການຕິດເຊື້ອໂຄວິດເບົາບາງລົງໄດ້.

ຂໍ້ມູນຈາກ: MGR Online

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...