spot_img
Homeຂ່າວການພັດທະນາເປີດຫ້ອງກວດກາຄຸນນະພາບນ້ຳມັນເຊື້ອໄຟ ຢູ່ດ່ານສາກົນວັງເຕົ່າ-ຊ່ອງເມັກ

ເປີດຫ້ອງກວດກາຄຸນນະພາບນ້ຳມັນເຊື້ອໄຟ ຢູ່ດ່ານສາກົນວັງເຕົ່າ-ຊ່ອງເມັກ

Published on

ວັງເຕົ່າ-ຊ່ອງເມັກ ເປັນອີກດ່ານສາກົນໜຶ່ງ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຫ່າງຈາກເມືອງປາກເຊໄປປະມານ 42 ກິໂລແມັດ. ເປັນຈຸດຜ່ານແດນ ແລະ ລໍາລຽງສິນຄ້າເຂົ້າ-ອອກລະຫວ່າງ ລາວ-ໄທ ແລະ ໜຶ່ງໃນນັ້ນກໍແມ່ນການນຳເຂົ້ານໍ້າມັນເຊື້ອໄຟເປັນຈໍານວນຫຼວງຫຼາຍໃນແຕ່ລະມື້. ສະນັ້ນ ເພື່ອຮັບປະກັນທາງດ້ານຄຸນນະພາບຂອງນໍ້າມັນເຊື້ອໄຟດັ່ງກ່າວຖືກຕ້ອງຕາມມາດຕະຖານສາກົນ ທັງເປັນການປົກປ້ອງຜູ້ນໍາເຂົ້ານໍ້າມັນເຊື້ອໄຟ ແລະ ຜູ້ຊົມໃຊ້.

ດັ່ງນັ້ນ ວັນທີ 28 ຕຸລາ 2016ນີ້, ຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ໄດ້ຈັດພິທີເປີດຫ້ອງກວດກາຄຸນນະພາບນໍ້າມັນເຊື້ອໄຟປະຈໍາດ່ານດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຖອງ ດີວີໄຊ ເຈົ້າແຂວງຈໍາປາສັກ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທັງເປັນປະທານສະພາວິທະຍາສາດແຫ່ງຊາດ.

ໃນໂອກາດນີ້, ຜູ້ຮັກສາການຫົວໜ້າກົມມາດຕະຖານ ແລະ ວັດແທກ ລາຍງານໃຫ້ຮູ້ວ່າ: ເມື່ອມີການນໍາເຂົ້ານໍ້າມັນເຊື້ອໄຟ ກໍຈະຕ້ອງໄດ້ມີການກວດກາຄຸນນະພາບຢູ່ຫ້ອງທົດລອງປະຈໍາດ່ານ; ເມື່ອເຫັນວ່ານໍ້າມັນເຊື້ອໄຟທີ່ນໍາເຂົ້າມີຄວາມຖືກຕ້ອງຕາມມາດຕະຖານສາກົນແລ້ວຈຶ່ງຈະອອກໃບຢັ້ງຢືນຄວາມຖືກຕ້ອງຂອງຄຸນນະພາບ. ຫຼັງຈາກນັ້ນ ຈຶ່ງຈະອະນຸຍາດນຳເຂົ້າຖືກຕ້ອງຕາມລະບຽບການ ແລະ ນອກຈາກກວດກາປະຈໍາດ່ານນໍາເຂົ້າແລ້ວ, ຂະແໜງກ່ຽວຂ້ອງຍັງຈະໄດ້ດໍາເນີນການກວດກາຄຸນນະພາບນໍ້າມັນເຊື້ອໄຟຢູ່ຕາມແຕ່ລະສາງເກັບນໍ້າມັນ, ຕາມແຕ່ລະປໍ້າຈຳໜ່າຍແຕ່ລະໄລຍະອີກດ້ວຍ. ພ້ອມນັ້ນ ຍັງມີລົດກວດຄຸນນະພາບນໍ້າມັນເຊື້ອໄຟເຄື່ອນທີ່ໄວ້ບໍລິການຕາມການຮຽກຮ້ອງຕ້ອງການຂອງປະຊາຊົນນໍາອີກ. ຖ້າພົບເຫັນບັນຫານໍ້າມັນທີ່ບໍ່ໄດ້ມາດຕະຖານແມ່ນສາມາດໂທສາຍດ່ວນໄດ້ທີໝາຍເລກ 1513 ໄດ້ທຸກເວລາ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...