spot_img
Homeຂ່າວພາຍ​ໃນປັບໂຕແນວໃດ ເມືອຮູ້ວ່າຄົນຮັກມີກິ໊ກ

ປັບໂຕແນວໃດ ເມືອຮູ້ວ່າຄົນຮັກມີກິ໊ກ

Published on

index

ຄົງຈະບໍ່ມີໃຜທຳໃຈຍອມຮັບໄດ້ ຖ້າວ່າຄົນຮັກຂອງຕົນປັນໃຈໃຫັກັບຍິງອື່ນ ແຕ່ແນວໃດກໍ່ຕາມ ສິ່ງທີ່ສາວໆຄວນກຽມຕົວ ແລະ ຄວນຮູ້ທີ່ຈະປັບໂຕໃຫ້ເຂົ້າກັບສະຖານະການນັ້ນ

ຢ່າລະເບີດອາລົມ : ຈົ່ງຄວບຄຸມອາລົມຂອງຕົນເອງໄວ້ ຢ່າປ່ອຍໃຫ້ອາລົມຊົ່ວຂະນະ ມາທໍາຮ້າຍຄວາມດີໃນໂຕເຮົາ ແລະ ຈົ່ງທ່ອງໄວ້ວ່າ ຂ້ອຍຄືນາງເອກ……………..ຂ້ອຍຄືນາງເອກ

ໂອລົມ: ເມື່ອຮູ້ວ່າ ຄົນຮັກປັນໃຈໃຫ້ຍິງອື່ນ ການໂອລົມເປັນສິ່ງທີ່ເຮົາຄວນຈະຮຽນຮູ້ວ່ວຈະເວົ້າແບບໃດເພື່ອໃຫ້ເຂົາຍອມເປີດເຜີຍຄວາມລັບ ແລະ ຍອມຮັບຄວາມຜີດນັ້ນອອກມາເອງ ໂດຍທີ່ເຮົາບໍ່ຈຳເປັນຕ້ອງໄປບັງຄັບເຂົາ

ຢ່າຕອບໂຕ້: ເຈົ້າອາຈະຖືກຕວະຍວະໃຈຈາກມືທີ່ສາມ ໃຫ້ເສຍອາລົມ ແຕ່ເຈົ້າກໍ່ບໍ່ຄວນໂທຫາ ຫລື ສົ່ງຂໍ້ຄວາມໃດໆກັບໄປຕອບໂຕ້ອີກຝ່າຍ ຢູ່ເສີຍໆ ແລ້ວຄົນຮັກຂອງເຈົ້າຈະຮູ້ວ່າໃຜຄືຄົນທີ່ຜິດ ແລະ ໃຜຄືຄົນທີ່ຄູ່ຄວນກັບເຂົາ

ແຕ່ງໂຕໃຫ້ງາມຂື້ນ: ເຖີງວ່າເຈົ້າຈະຖືກຄົນຮັກນອກໃຈກໍ່ຕາມ ແຕ່ກໍ່ບໍ່ແມ່ນວ່າ ເຈົ້າຈະຕ້ອງນັ່ງໃຫ້ ເຮັດໃຫ້ໜ້າຈືດຢູ່ ແຕ່ຈົ່ງຫາເວລາແຕ່ງເຕີມໜ້າຕາ ແລະ ຮູບຮ່າງໂຕເອງໃຫ້ງາມຂື້ນກວ່າເກົ່າ

ຢ່າອົດອາຫານ: ການໂສກເສົ້າເສຍໃຈ ກັບເລື່ອງທີ່ເກີດຂື້ນນັ້ນເປັນເລື່ອງທໍາມະດາ ແຕ່ຖ້າເຈົ້າມົ່ວເມົາແຕ່ເສຍໃຈແບບນັ້ນຢູ່ ກໍ່ມີແຕ່ຈະເປັນການທຳຮ້າຍໂຕເອງ ສະນັ້ນຈົ່ງຫັນມາເບິ່ງແຍງໂຕເອງ ເພື່ອຮັກສາສຸຂະພາບ ແລະ ຮູບຮ່າງໃຫ້ດີ

ຢ່າຟັງເພງໃນຫ້ອງ: ການຟັງເພງເສົ້າມັນແຮງເຮັດໃຫ້ເຈົ້າເສຍໃຈດົນໄປອີກ ຈົ່ງຫັນມາຟັງເພງສະນຸກສະໜານ ຫລື ເບິ່ງໜັງຕະຫລົກຈະດີກວ່າ ຫລື ອອກໄປຮ້ອງເພງຄາຮາໂອເກະນຳອີກຍິ່ງເປັນການດີກວ່າ

ແກ້ໄຂໃນສິ່ງທີ່ຜິດພາດ: ເຈົ້າອາດຈະໄຊ້ເວລານັ່ງຄິດ ແລະ ທົບທວນເຖິງສິ່ງທີ່ເກີດຂື້ນ ແລະ ມືຮູ້ຂໍ້ຜິດພາດນັ້ນແລ້ວ ກໍ່ຈົ່ງປັບປຸງໃຫ້ດີຂື້ໜ ແຕ່ຖ້າມັນຍັງບໍ່ດີກໍ່ຢ່າຝືນໃຈກັບມັນເລີຍ ຄວນຈື່ເອົາໄວ້າວ່າ: ເມືອຄົນເຮົາຄິດທີ່ຈະໄປກໍ່ເອົາຫຍັງມາຢັ້ງໄດ້ກໍ່ບໍ່ຢູ່

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...