spot_img
Homeມຸມຂ່າວ AECບໍລິສັດ ລັດວິສາຫະກິດ ນ້ຳມັນຈີນ ຂຸດເຈາະ ໃນທະເລ ໃກ້ໆຫວຽດນາມ (ວີດີໂອ)

ບໍລິສັດ ລັດວິສາຫະກິດ ນ້ຳມັນຈີນ ຂຸດເຈາະ ໃນທະເລ ໃກ້ໆຫວຽດນາມ (ວີດີໂອ)

Published on

china-staterun-oil

 

ສະຫະລັດ ກ່າວ​ວ່າ ມັນ​ເປັນ​ການ “ເກາະ​ຜິດ” ສຳລັບ​ຈີນ ​ທີ່​ຍົກຍ້າຍເຄື່ອງມື​ເຈາະ​ນ້ຳມັນ
​ໄປ​ຍັງ​ເຂດ​ນຶ່ງ​ໃນ​ທະ​ເລ​ຈີນ​ໃຕ້ ທີ່​ຫວຽດນາມ​ກໍອ້າງ​ເອົາ​ກຳມະສິດ​ເຊັ່ນ​ກັນ​ນັ້ນ.

ການ​ຕັດສິນ​ໃຈ​ ຍົກຍ້າຍ​ເຄື່ອງມື​ເຈາະ​ນ້ຳມັນ​ດັ່ງກ່າວ ​ເນັ້ນ​ເຖິງ​ຄວາມ​ກ້າຫານ ​ທີ່​ມີເພີ້​ມຂຶ້ນ​ຂອງ​ຈີນ ​
ໃນ​ການ​ສ່ຽງ​ກ່ຽວກັບການ​ອ້າງ​ເອົາ​ກຳມະສິດຂອງ​ຕົນ ​ຕໍ່​ບັນດາ​ຂົງ​ເຂດ​ ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນ ​ໃນ​ທະ​ເລ​ຈີນ​ໃຕ້​.

ທ່າ​ນນາງ Jen Psaki ​ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ໃນ​ການ​ຖະແຫຼງຂ່າວປະຈຳວັນ​ໃນ​ວັງ​ອັງ​ຄາ​ນ
ວານ​ນີ້​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ “ບໍ່​ເປັນ​ການ​ຊ່ອຍ​ເຫຼືອ” ​ແລະ​ຍິ່ງ​ຈະ​ເພີ້​ມຄວາມ​ເຄັ່ງ​ຕຶງ​ ໃນ​ພາກ​ພື້ນ​ຂຶ້ນ​ຕື່ມ​ອີກ.

ເຄື່ອງມື​ເຈາະ​ນ້ຳມັນ​ໃນ​ທະ​ເລ​ເລິກ​ດັ່ງກ່າວ ຢູ່​ຫ່າງ​ຈາກ​ແຄມ​ທະ​ເລ​ຂອງ​ຫວຽດນາມ​ໄປ​ພຽງ​ແຕ່ 220 ຫຼັກ​ກິ​ໂລ​ແມັດ
ຊຶ່ງ​ຢູ່​ພາຍ​ໃນ​ເຂດ​ທີ່ລັດຖະ ບານ​ຮາ​ໂນ່​ຍອ້າງ​ເປັນ​ເຂດ​ເສດຖະກິດພິ​ເສດ​ຂອງ​ຕົນ​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມກ່າວ​ວ່າ ຕົນ “ຄັດຄ້ານ​ຢ່າງ​ເດັດ​ຂາດ” ຕໍ່​ການ​ເຈາະ​ຫາ​ບໍ່​ນ້ຳມັນ​ນີ້ ​ ​
ແລະ​ຮຽກຮ້ອງໃຫ້​ຍົກຍ້າຍ​ເຄື່ອງ​ເຈາະນ້ຳມັນ ທີ່​ຫ້ອມ​ລ້ອມ​ດ້ວຍ​ກຳ​ປັ່ນ​ທະຫານ​ນີ້ ອອກ​ໄປ.

ໃນ​ຂະນະ​ດຽວ​ກັນ ຈີນ​ກ່າວ​ວ່າ ​ແທ່ນ​ເຈາະ​ນ້ຳມັນ​ດັ່ງກ່າວ ​ຢູ່​ໃນ​ເຂດທີ່ຢູ່​ພາຍ​ໃຕ້​ອະທິປະ​ໄຕ​ ຂອງ​ຕົນ ​
ແລະ​ກ່າວ​ວ່າ ມັນ​ບໍ່​ຄວນ​ຈະ “ຖືກ​ລົບ​ກວນ” ຈາກ​ບັນດາ​ເຈົ້າ​ໜ້າ​ທີ່​ຫວຽດນາມ.

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...