spot_img
Homeຄວາມງາມຮີມຝີປາກງາມ

ຮີມຝີປາກງາມ

Published on

091217hvkm6zu3suh8k3gv

ຮີມຝີປາກງາມ

ສາວໆທີ່ຢາກມີຮີມຝີປາກງາມໆ ຊຸ່ມຊື່ນແລະດຶງດູດໃຈໜຸ່ມໆ ແນະນຳໃຫ້ເຮັດຕາມຂັ້ນຕອນ 7 ວິທີດັ່ງຮູບນີ້ເດີ້

1. ດື່ມນ້ຳທີ່ສະອາດຢ່າງໜ້ອນມື້ໜຶ່ງລະ 4-8 ຈອກ ເພື່ອປ້ອງກັນປາກແຫ້ງ,ປາກລອກແລະຮ້ອນໃນ
2. ບໍ່ໃຊ້ລີ້ນເລຍຮີມຝີປາກດຸໆເພາະວ່ານ້ຳລາຍມີເອນໄຊທີ່ເຮັດໃຫ້ຮີມຝີປສກແຫ້ງໄດ້ໄວ ແຖມຍັງເຮດໃຫ້ຮີມຝີປາກມີສີຄ້ຳອີກນຳ
3. ກ່ອນທີ່ຈະນອນຄວນທີ່ຈະທາລິບມັນເປັນປະຈຳ ເພື່ອເພີ່ມຄວາມຊຸ່ມຊື່ນແລະປ້ອງກັນປາກແຕກຫຼືເປັນຂຸຍໄດ້
4. ເມື່ອຮີມຝີປາກເປັນບາດບໍ່ຄວນແກະເກັດບາດ ເພາະວ່າບາດຈະເຊົາຍາກແລະຕິດເຊື້ອໄດ້ອີກນຳ
5. ເມື່ອຕ້ອງເຮັດກິດຈະກຳກາງແຈ້ງ ໃຫ້ທາລິບສະຕິກທີ່ມີສ່ວນປະສົມປ້ອງກັນແສງແດດສະເໝີ
6. ລະມັດລະວັງຢາງໝາກໄມ້ບາງຊະນິດ ເພາະວ່າຢາງໝາກໄມ້ບາງຊະນິດເມື່ອສຳຜັດກັບຮີມຝີປາກແລ້ວຈະເຮັດໃຫ້ຮີມຝີປາກມີສີຄ້ຳໄດ້ ທາງທີ່ດີທີ່ສຸດຫຼັງຈາກທີ່ກິນໝາກໄມ້ແລ້ວຄວນລ້າງປາກທຸກໆຄັ້ງ

ຫາກວ່າປາກເປັນຂຸຍຫຼັງຈາກຖູແຂ້ວແລ້ວທຸກຄັ້ງໃຫ້ນຳເອົາແປງຖູແຂ້ວຖຸຄ່ອຍໆ ທີ່ຮີມຝີປາກດ້ານເທິງແລະດ້ານລຸ່ມ ເພື່ອໃຫ້ຂຸຍຫຼຸດລອກອອກ ແລ້ວໃຫ້ທາລິບມັນບາງໆປົກປ້ອງຮີມຝີປາກ

ຖ້າເຮັດຕາມຂັ້ນຕອນ 7 ວິທີດັ່ງຂ້າງເທິງນັ້ນຮັບຮອງເລີຍວ່າຮີມຝີປາກຂອງສາວໆຈະຕ້ອງດີຂື້ນຢ່າງແນ່ນອນ ແຕ່ເລື່ອງແບບນີ້ອາດຕ້ອງໃຊ້ເວລາກັນແນ່ເດີ້

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...