spot_img
Homeຂ່າວການສຶກສາໂຮງຮຽນຊັ້ນປະຖົມປອດຢາເສບຕິດ

ໂຮງຮຽນຊັ້ນປະຖົມປອດຢາເສບຕິດ

Published on

ໂຮງຮຽນຊັ້ນປະຖົມປອດຢາເສບຕິດ

 

ວັນທີ 1 ມີນາ 2013 ຫ້ອງການສຶກສາທິການ ແລະ ກີລາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດ 7
ໂຮງຮຽນປະຖົມສົມບູນຢູ່ເມືອງສີໂຄດຕະບອງ ເປັນໂຮງຮຽນປອດສິ່ງເສບຕິດຂຶ້ນ ທີ່ໂຮງຮຽນປະຖົມສົມບູນຊະນະພົນ ຊຶ່ງມີທ່ານ
ຄຳພວງ ຈູມມາລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ອຳນາດການປົກຄອງບ້ານ ຜູ້ອຳນວຍ
ການໂຮງຮຽນ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ໃນພິທີທ່ານອາຈານ ເດດ ຊະນະພົນ ພິລະໄຊພິທັກ ຕາງໜ້າຜູ້ອຳນວຍການໂຮງຮຽນປະຖົມ ທີ່ໄດ້ຮັບອະນຸມັດເປັນໂຮງຮຽນ
ປອດສິ່ງເສບຕິດຄື: ໂຮງຮຽນປະຖົມສົມບູນຊະນະພົນ ສີໄຄທົ່ງ ວັນນະພາ ອາກາດ ໜອງບົວທອງເໜືອ ແລະ ໂຮງຮຽນປະຖົມ
ສົມບູນຊຳເກດ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ໃນການເຄື່ອນໄຫວ ກິດຈະກຳຕ້ານຢາເສບຕິດໃນໄລຍະຜ່ານມາ ຊຶ່ງເຫັນໄດ້ວ່າຕະ
ຫຼອດໄລຍະຜ່ານມາ ໂຮງຮຽນແຫ່ງຕ່າງໆທັງພາກລັດ ແລະ ເອກະຊົນໄດ້ເອົາໃຈໃສ່ຕໍ່ການສຶກສາຂັ້ນພື້ນຖານຕາມ 5 ຫຼັກມູນ
ຂອງການສຶກສາໃນການສ້າງບຸກຄະລາກອນໃຫ້ເປັນພົນລະເມືອງດີຂອງຊາດ ໃນນັ້ນກໍມີກິດຈະກຳປູກຈິດສຳນຶກໃຫ້ນັກຮຽນແຕ່ຂັ້ນ
ປະຖົມ ຮູ້ໄດ້ໃນການຫ່າງໄກຈາກຢາເສບຕິດທຸກປະເພດ ໂດຍແຕ່ລະໂຮງຮຽນກໍໄດ້ມີການແຕ່ງຕັ້ງຄະນະກຳມະການສ້າງໂຮງ
ຮຽນປອດຢາເສບຕິດ ເພື່ອພ້ອມກັນນຳພາຈັດຕັ້ງຜັນຂະຫຍາຍຕາມທິດຊີ້ນຳຂອງຂັ້ນເທິງ ໂດຍສະເພາະຂອງທ່ານເຈົ້າຄອງນະ
ຄອນຫຼວງວຽງຈັນໃຫ້ປະກົດເປັນຮູບປະທຳ ແລະ ຜ່ານການຈັດຕັ້ງປະຕິບັດໂດຍອີງໃສ່ 4 ມາດຖານ-ເງື່ອນໄຂຄື: ບໍ່ມີບ່ອນຜະ
ລິດຢາເສບຕິດໃກ້ກັບໂຮງຮຽນ ບໍ່ມີຜູ້ຈຳໜ່າຍ-ຂາຍຢາເສບຕິດໃນໂຮງຮຽນ ບໍ່ມີຜູ້ເສບຢາເສບຕິດປະເພດຕ່າງໆ ແລະ ບໍ່ມີບ່ອນ
ຊຸກເຊື່ອງ-ປິດບັງຢາເສບຕິດ ແລະ ຜ່ານການລົງກວດກາຂອງຄະນະກຳມະການກໍເຫັນວ່າ ໂຮງຮຽນຈຳນວນດັ່ງກ່າວສາມາດປະ
ຕິບັດໄດ້ເປັນຢ່າງດີ ຊຶ່ງມັນສະແດງໃຫ້ເຫັນກຸ່ມເປົ້າໝາຍຕິດຢາເສບຕິດປະ 1-2 ແລະ 3 ບໍ່ມີກຸ່ມສ່ຽງ ກຸ່ມເສບ ແລະ ກຸ່ມຂາຍ
ຢາເສບຕິດ ດັ່ງນັ້ນ ຈຶ່ງເຮັດໃຫ້ 7 ໂຮງຮຽນໄດ້ຮັບນາມມະຍົດເປັນໂຮງຮຽນປອດຢາເສບຕິດ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...