spot_img
Homeປ່ອງຢ້ຽມດວງດາວ2 ນັກດາລາສາດ ອາເມລິກາຄົ້ນພົບ "ດວງຈັນ" ນອກລະບົບສຸລິຍະຄັ້ງທຳອິດ

2 ນັກດາລາສາດ ອາເມລິກາຄົ້ນພົບ “ດວງຈັນ” ນອກລະບົບສຸລິຍະຄັ້ງທຳອິດ

Published on

ສຳນັກຂ່າວAP ລາຍງານຈາກແຫຼມຄານາເວີຣັລ ປະເທດອາເມລິກາ ເມື່ອວັນທີ 3 ຕຸລາ 2018 ເຜີຍ ທ່ານ ອາເລັກ ເທຍເຊ ແລະ ທ່ານ ເດວິດ ຄິບປິງ 2 ນັກວິໄຈດາລາສາດ ຂອງມະຫາວິທະຍາໄລໂຄລຳເບຍ ໃນນະຄອນນິວຢອກ ສະຫະລັດອາເມລິກາ ໄດ້ນຳສະເໜີຫຼັກຖານການຄົ້ນພົບເມື່ອວັນພຸດ ເຊິ່ງຫາກການຄົ້ນພົບໄດ້ຮັບການຮັບຮອງກໍ່ຈະເປັນຄັ້ງທຳອິດທີ່ມີການຄົ້ນພົບດວງຈັນບໍລິເວນດາວເຄາະນອກລະບົບສຸລິຍະຂອງເຮົາ.

ມີດາວເຄາະຫຼາຍດວງທີ່ຢູ່ນອກລະບົບສຸລິຍະ ແຕ່ດວງຈັນບໍລິເວນດາວເຄາະເຫຼົ່ານີ້ ຍັງບໍ່ເຄີຍມີການຢືນຢັນການຄົ້ນພົບ ດວງຈັນທີ່ສອງນັກດາລາສາດອາດຈະຄົ້ນພົບ ມີຂະໜາດກວ່າໂລກມະນຸດ ຂະໜາດປະມານດາວເນັບຈູນ ຫຼື ດາວຢູເຣນັສ ສ່ວນດາວເຄາະທີ່ມັນໝູນຮອບ ຮຽກຊື່ວ່າ ດາວເຄບເລີຣ໌ – 1625ບີ ມີຂະໜາດໃຫຍ່ ເທົ່າກັບດາວຈູປີເຕີ ຫຼື ດາວພະຫັດ ດວງດາວທັງສອງນີ້ເຕັມໄປດ້ວຍແກ໊ສ ແລະ ຢູ່ຫ່າງຈາກໂລກມະນຸດອອກໄປໄກເຖິງ 8,000 ປີແສງ.

ທຽນເຊ ແລະ ຄິບປິງ ຂຽນໃນລາຍງານຜົນວິໄຈວ່າ ການຄົ້ນພົບຂອງພວກເຂົາ ອາດຈະໄດ້ຮັບການຢືນຢັນ ແລະ ຮັບຮອງ ຢ່າງໄວທີ່ສຸດປະມານຕົ້ນປີໜ້າ.

https://youtu.be/GpHGn4vJeDI

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສານນ້ຳມັດ
ແຫຼ່ງຂ່າວ: www.dailynews.co.th
ຄລິບວິດີໂອປະກອບ: GeoBeats News
ຮູບປະກອບ: trueplookpanya.com

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...