spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ11 ເຄັບລັບເບິ່ງແຍງສຸຂະພາບຫ່າງໄກພະຍາດ ໃນລະດູໜາວ

11 ເຄັບລັບເບິ່ງແຍງສຸຂະພາບຫ່າງໄກພະຍາດ ໃນລະດູໜາວ

Published on

2013-1-15_155123

ລະດູ​ໜາວ ໃກ້​ຈະ​ມາ​ເຍືອນ​ແລ້ວ ແຕ່​ກໍ​ມີ​ຝົນ​ທີ່​ຍັງ​ຕົກ​ຢູ່​ ແຕ່​ໄລຍະນີ້​ອາ​ກາດ​ປ່ຽນ​ແບບ​ນີ້​ແຫລະ ​ທີ່​ຈະ​ເຮັດໃຫ້​ເຮົາ​ເຈັບປ່ວຍ​ໄດ້ ເຮົາ​ຈຶ່ງ​ຄວນ​ເບິ່ງແຍງ​ຮ່າງກາຍ​ໃຫ້​ແຂງ​ແຮງ​ສະເໝີ​ ພ້ອມ​ຮັບ​ກັບ​ລະດູ​ທີ່​ກຳ​ລັງ​ຈະ​ປ່ຽນ​ໄປ ມີ​ຄຳ​ແນະ​ນຳ​ດີໆ​ໃນ​ການ​ເບິ່ງແຍງ​ສຸຂະພາບ​ຕົນ​ເອງ​ໃຫ້​ຫ່າງ​ໄກ​ຈາກ​ພະຍາດ ລະດູ​ໜາວ ມາ​ຝາກ​

  1. ​ກິນອາຫານ​ທີ່​ມີ​ປະໂຫຍດ​ຄົບ​ 5 ໝູ່ ຢ່າງ​ພຽງ​ພໍ ດື່ມ​ນ້ຳ​ຫລາຍ​ໆ ອອກ​ກຳ​ລັງ​ ກາ​ຍຢ່າງສະ​ໝໍ່າ​ສະເໝີ ພັກ​ຜ່ອນ​ໃຫ້​ພຽງ​ພໍ
  2. ບໍ່​ເຂົ້າໄປ​ໃນ​ທີ່​ແອ​ອັດ ໂດຍ​ສະເພາະ​ໄລຍະ​ທີ່​ມີ​ການ​ລະ​ບາດ​ຂອງ​ໄຂ້​ຫວັດ​ໃຫຍ່/ ໄຂ້​ຫວັດ / ພະຍາດ​ຄໍ​ຕີບ
  3. ຫລີກ​ລ້ຽງ​ການ​ສູບ​ຢາ ດື່ມ​ແອວກໍຮໍ ແລະ ​ຢາ​ເສບ​ຕິດ​ຕ່າງໆ ເນື່ອງ​ຈາກ​ອາດ​ເຮັດໃຫ້​ສຸຂະພາບ​ເສື່ອມ​ໂຊມ ຕິດ​ເຊື້ອ​ໄດ້​ງ່າຍ
  4. ໃຊ້ ຜ້າ​ປິດ​ປາກ ປິດ​ດັງ ເວລາ​ໄອ​ຈາມ ແລະ ​ເມື່ອ​ເຈັບ​ປ່ວຍ ມີ​ອາການ ໄອ ຈາມ ຕ້ອງ​ແຍກ​ຕົວ ບໍ່​ປະປົນ​ກັບ​ຜູ້​ອື່ນ/ໝັ່ນ​ລ້າງ​ມື ແລະ ​ຫລີກ​ລ້ຽງ​ການ​ໄປ​ໃນ​ທີ່​ຊຸມ​ຊົນ ເພື່ອ​ປ້ອງ​ກັນ​ການ​ແພ່​ເຊື້ອ​ໄປ​ສູ່​ຜູ້​ອື່ນ
  5. ຫລີກລ້ຽງ​ການ​ຢູ່​ໃກ້​ຊິດ​ກັບ​ຜູ້ທີ່​ມີ​ອາການ ໄຂ້ ໄອ ເຈັບ​ຄໍ ​ແລະ ​ບໍ່​ໃຊ້​ສິ່ງ​ຂອງ​ສ່ວນ​ໂຕຮ່ວມ​ກັນ ເຊັ່ນ ຜ້າ​ເຊັດ​ໜ້າ ຜ້າ​ເຊັດ​ຕົວ ຈອກນໍ້າ ຈານ ຄວນ​ໃຊ້​ບ່ວງ​ກາງ ເມື່ອ​ກິນເຂົ້າ​ຮ່ວມ​ກັບ​ຜູ້​ອື່ນ
  6. ນຳ​ລູກ​ຫລານ​ຮັບ​ວັກ​ຊີນ​ປ້ອງ​ກັນ​ພະຍາດ​ຕາມ​ກຳນົດ​ນັດ​ທກຄັ້ງ
  7. ກິນອາຫານ​ສະ​ອາດ ປຸງ​ສຸກ​ໃໝ່ໆ
  8. ລ້າງ​ມື​ເລື້ອຍໆ ດ້ວຍ​ນ້ຳ​ສະ​ອາດ ແລະ ​ສະ​ບູ່ ຫລັງ​ສຳ​ຜັດ​ສິ່ງ​ຂອງ​ຕ່າງໆ ເຊັ່ນ ຮາວຂັ້ນ​ໄດ ກອນປະຕູ
  9. ຮັກສາຄວາມ​ອົບ​ອຸ່ນ​ຂອງ​ຮ່າງກາຍ​ໃນ​ໄລຍະ​ລະດູ​ໜາວ​ ຫລື​ ໄລຍະ​ທີ່​ມີ​ອາ​ກາດ​ປ່ຽນ​ແປງ
  10. ໃສ່​ເສື້ອ​ຜ້າ​ເໝາະ​ສົມກັບ​ສະພາບ​ອາ​ກາດ ຫລັງ​ອາບ​ນ້ຳ​ຄວນ​ທາ​ໂລ​ຊັນ ​ຫລື​ ນໍ້າ​ມັນ​ທາ​ຜິວ ປ້ອງ​ກັນ​ຮີມສົບ​​ແຫ້ງ​ແຕກ​ດ້ວຍ ລິບ​ມັນ ບໍ່​ຄວນ​ເລຍ​ຮີມສົບ​ເລື້ອຍໆ
  11. ກໍລະນີ​ຊື້​ເສື້ອ​ຜ້າ​ມື​ສອງ​ມາ​ໃຊ້ ຕ້ອງ​ນຳ​ມາ​ຜ່ານ​ຂັ້ນ​ຕອນ​ການທໍາຄວາມ​ສະ​ອາດ​ກ່ອນ​ໃຊ້

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...