spot_img
Homeນານາສາລະ10 ວິທີເຮັດໃຫ້ເຈົ້ານາຍຮັກແພງ ເພື່ອຄວາມຈະເລີນກ້າວໜ້າໃນວຽກງານ

10 ວິທີເຮັດໃຫ້ເຈົ້ານາຍຮັກແພງ ເພື່ອຄວາມຈະເລີນກ້າວໜ້າໃນວຽກງານ

Published on

ຈະເຮັດແນວໃດດີນໍ້? ເມື່ອເຈົ້ານາຍບໍ່ເຄີຍສົນໃຈຜົນງານຕົນເອງເລີຍ

ບັນຫາຄາໃຈທີ່ເປັນເລື່ອງໃຫຍ່ສຳລັບຄົນທີ່ວຽກປະຈຳ ຫຼາຍກວ່າ 70% ນັ້ນຄືຄວາມຮູ້ສຶກໝົດກຳລັງໃຈ ຫຼື ນ້ອຍອົກນ້ອຍໃຈ ຖ້າທ່ານເປັນຄົນໜຶ່ງທີ່ທຸ້ມເທກຳລັງແຮງກາຍ ແລະ ໃຈ ເຂົ້າໃນການສ້າງສັນຜົນງານ ແຕ່ເຈົ້ານາຍຂອງທ່ານກັບເບິ່ງຂ້າມຜົນງານຂອງທ່ານ ແລ້ວຈະເຮັດແບບໃດດີ ເພາະທ່ານເອງກໍ່ເັນຄົນປະເພດປະຈົບປະແຈງເຈົ້ານາຍເພື່ອຫວັງຜົນບໍ່ເປັນອີກ ສະນັ້ນຄວນເຮັດແນວໃດ? ເຮົາເອງຄວນມີການປັບປ່ຽນຕົວເອງແນວໃດ ເພື່ອໃຫ້ເຈົ້ານາຍເອັນດູ ຮັກແພງ ວັນນີ້ ລາວໂພສຕ໌ ມີຄຳຕອບ

  1. ພະຍາຍາມສ້າງຜົນງານຕໍ່ໄປ ຄວາມດີຍ່ອມຊະນະທຸກຢ່າງ ຈັກວັນໜຶ່ງກໍ່ຈະມີຄົນເຫັນ ແລະ ຊື່ນຊົມກັບຜົນງານຂອງເຮົາ
  2. ຢ່າເປັນຄົນແຂງຈົນເກີນໄປ ຕ້ອງຮູ້ຫັດຕົນເອງໃຫ້ຮູ້ຈັກເວົ້າເອົາອົກເອົາໃຈເຈົ້ານາຍຄືຄົນອື່ນແນ່ ເວົ້າຊື່ໆ ບໍ່ເສຍຫຍັງຫຼາຍດອກ ແຖມມີຜົນດີຊ້ຳ ຫຼາຍຄົນກໍ່ເຮັດ
  3. ພະຍາຍາມຂໍຄຳແນະນຳ ຫຼື ຄຳປຶກສາຈາກເຈົ້ານາຍແນ່ບາງຄັ້ງ
  4. ສັງເກດວ່າເຈົ້ານາຍມັກສິ່ງ ແລະ ບໍ່ມັກສິ່ງໃດແນ່ ເພື່ອຕົນເອງຈະສາມາດຮູ້ວິທີປັບຕົວເຂົ້າຫາເຈົ້ານາຍໄດ້ງ່າຍຂຶ້ນ
  5. ຢ່າເຮັດຕົວຮູ້ເກີນຄົນອື່ນຫຼາຍ
  6. ຢ່າເປັນຄົນມັກຈົ່ມນິນທາເຈົ້ານາຍລັບຫຼັງ ເພາະຄວາມລັບບໍ່ມີໃນໂລກ
  7. ເຖິງເວລານຳສະເໜີຜົນງານທ່ານຕ້ອງກຽມຂໍ້ມູນໃຫ້ພ້ອມ ຢ່າໃຫ້ມີແນວຄາ ເພື່ອເຮັດໃຫ້ເຈົ້ານາຍປະທັບໃຈ
  8. ຕ້ອງຝຶກຕົນເອງໃຫ້ເປັນຄົນຄິດໄວ, ເຮັດວຽກໄວ, ເຮັດວຽກເປັນ ເຈົ້ານາຍບອກຫຍັງ ຢາກໄດ້ຫຍັງ ກໍ່ສາມາດຈັດໃຫ້ໄດ້ທັນໃຈເຈົ້ານາຍ
  9. ຫາກທ່ານໂຊກຮ້າຍໄດ້ເຈົ້ານາຍຂີ້ໂມໂຫເອົາແຕ່ໃຈ ທ່ານກໍ່ຄວນເກັບອາລົມໄວ້ບໍ່ຄວນໂຕ້ຕອບກັບ ໃຫ້ຄິດໄວ້ວ່າ ງານຄືເງິນ ມີວຽກງານເຮັດກໍ່ມີເງິນ
  10. ບຸກຄະລິກການແຕ່ງຕົວກໍ່ຕ້ອງໃຫ້ເບິ່ງດີ ເບິ່ງສະອາດຕາ

 
ຕິດຕາມPictpost ຮູບພາບລາວໂພສຕ໌ ກົດໄລຄ໌ເລີຍ!

ifram FBPictpost

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...