ແຕ່ນີ້ຮອດປີ 2017 ຄ່າກະໄຟຟ້າ ຢູ່ປະເທດເຮົາຈະຍັບຂຶ້ນ 2% ຕໍ່ປີ

 

ຄືດັ່ງຮູ້ນຳກັນແລ້ວວ່າ ຄ່າກະແສໄຟຟ້າ ໄດ້ກວມປະມານ 10 – 30% ຂອງລາຍຮັບໃນຄອບຄົວ, ດັ່ງນັ້ນໃນໄລຍະ

ຜ່ານມາຈຶ່ງເກີດມີສຽງຈົ່ມຈາກສັງຄົມວ່າ : ເປັນຫຍັງປະເທດເຮົາມີເຂື່ອນຫລາຍ, ແຕ່ຄ່າໄຟຊົມໃຊ້ໃນຄົວເຮືອນ

ຍັງສູງ ເມື່ອທຽບກັບບັນດາປະເທດໃກ້ຄຽງອື່ນໆ, ເຊິ່ງໃນອາທິດຜ່ານມາ ທ່ານ ວິລະພົນ ວິລະວົງ ລັດຖະມົນຕີ

ຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່, ກໍໄດ້ອອກມາຊີ້ແຈງແລ້ວຕໍ່ກັບບັນຫາດັ່ງກ່າວວ່າປະເທດລາວເຮົາ,

ມີຫ້ວຍນ້ຳລຳເຊອຸດົມສົມບູນແຕ່ເໜືອຮອດໃຕ້ ຈຶ່ງມີເງື່ອນໄຂສ້າງເຂື່ອນຜະລິດໄຟຟ້ານ້ຳຕົກສູງ ເຖິງ 26 ພັນເມ

ກາວັດ, ແຕ່ຂະນະດຽວກັນ ການກໍ່ສ້າງເຂື່ອນແຕ່ລະແຫ່ງນັ້ນແມ່ນປະກອບມີ: ການສ້າງຕົວເຂື່ອນ, ອ່າງເກັບນ້ຳ,

ໂຮງຈັກ, ສ້າງສະຖານີສາຍສົ່ງ, ການຍົກຍ້າຍຈັດສັນ, ວຽກຫລຸດຜ່ອນຜົນກະທົບຕໍ່ສິ່ງແວລ້ອມ, ຄ່າບຳລຸງຮັກສາ,

ພາສີ, ອາກອນ ແລະ ອື່ນໆຕາມລະບຽບກົດໝາຍກຳນົດໄວ້ ເຊິ່ງເຫັນວ່າແຕ່ລະວຽກແມ່ນ ມີມູນຄ່າໃຊ້ຈ່າຍສູງສົມ

ຄວນ, ພ້ອມດຽວກັນນັ້ນ ທ່ານລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ຍົກຕົວຢ່າງສົມທຽບ

ໃຫ້ເຫັນຕົວເລກ ການຊົມໃຊ້ໄຟຟ້າຢູ່ປະເທດໃກ້ ຄຽງຄື: ກຳປູເຈຍໃຊ້ໄຟຟ້າສະ ເລ່ຍ 220, ໄທ 2.243, ຫວຽດນາມ

1.035, ມຽນມ້າ 131, ຍີ່ປຸ່ນ 7.400 ແລະ ລາວ 441 ກິໂລວັດ ໂມງຕໍ່ຄົນຕໍ່ປີ, ສ່ວນລາຄາຄ່າກະແສໄຟຟ້າຄິດໄລ່ເປັນ

ເຊັນ (Cents) ຢູ່ລາວມີລາຄາ 7,8 ເຊັນ ເທົ່າກັບ 624 ກີບ/ກິໂລວັດໂມງ, ຢູ່ກຳປູເຈຍ 19,2,ໄທ 10,2, ຫວຽດ ນາມ

5,7,ມຽນມ້າ 3,4 ແລະ ຍີ່ປຸ່ນ 18,5 ເຊັນຕໍ່ກິໂລວັດ ໂມງ.

 

ລັດວິສາຫະກິດໄຟຟ້າລາວ ໃຫ້ຮູ້ວ່າ: ສຳລັບຢູ່ປະເທດເຮົາ ການຄິດໄລ່ຄ່າໄຟຟ້າຍັງມີການເກື້ອກູນຜູ້ທຸກຈົນນຳອີກ

ຄື: ຖ້າໃຊ້ໄຟຕ່ຳກວ່າ 25 ກິໂລວັດໂມງຕໍ່ເດືອນຈະເສຍຄ່າໄຟພຽງ 334 ກີບຕໍ່ກິໂລວັດໂມງ, ຖ້າໃຊ້ກາຍ 26 – 150 ກິ

ໂລວັດໂມງຕໍ່ເດືອນຈະເສຍ 398 ກີບຕໍ່ກິໂລວັດໂມງ ແລະ ໃຊ້ຫລາຍກວ່າ 150 ກິໂລ ວັດໂມງແມ່ນຈະໄດ້ເສຍ 980

ກີບຕໍ່ກິໂລວັດໂມງ. ໝາຍວ່າຖ້າເຮືອນໜຶ່ງໃຊ້ໄຟ 30 ກິໂລວັດໂມງລົງມາ ຈະເສຍເງິນຄ່າໄຟປະມານ 10 ພັນກີບ,

ຮອດ 150 ກິໂລ ວັດໂມງຈະເສຍເງິນປະມານ 60 ພັນກິບ ແລະ ໃຊ້ຫລາຍເຖິງ 450 ກິໂລວັດໂມງກໍຈະເສຍເງິນປະ

ມານ 4 ແສນກີບຕໍ່ເດືອນ ເຊິ່ງຄາລາຄິດໄລ່ນີ້, ແມ່ນອິງຕາມແຈ້ງການຂອງກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ປັບ

ລາຄາໄຟຟ້າຊົມໃຊ້ພາຍໃນປະເທດ ໃນລະບົບຕາຂ່າຍຂອງລັດວິສາຫະກິດໄຟຟ້າລາວ ເລີ່ມແຕ່ເດືອນມີນາ 2012

ຈົນຮອດເດືອນທັນວາ 2017 ເພີ່ມຂຶ້ນ 2%/ປີ. ສະນັ້ນ, ຖ້າບໍ່ຢາກເສຍຄ່າໄຟຟ້າສູງ ພວກເຮົາກໍຕ້ອງຊົມໃຊ້ກະແສ

ໄຟຟ້າຢ່າງປະຢັດ ແລະ ພ້ອມກັນຕື່ນຕົວມາເສຍຄ່າໄຟຟ້າໃນທຸກໆເດືອນ.

 

ແຫຼ່ງຂ່າວ: ລາວພັດທະນາ