ສຸດເສົ້າ! ປ່າຂ່າ (ໂລມານ້ຳຈືດ) ຄາດວ່າເປັນໂຕສຸດທ້າຍ ໄດ້ຕາຍແລ້ວ

0
1640

ອີງຕາມການລາຍງານຂອງ ອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາລາວ (WWF-Laos) ໄດ້ລາຍງານວ່າ: ປາຂ່າ (ໂລມາ) ຄາດວ່າເປັນໂຕສຸດທ້າຍທີ່ອາໄສຢູ່ບໍລິເວນແມ່ນຳ້ຂອງລາວ-ກຳປູເຈຍ ຖືກພົບວ່າຕາຍໃນວັນທີ 15 ກຸມພາ 2022 ຜ່ານມາ ທີ່ບໍລິເວນເຂດບ້ານຫາງຄອນ ເມືອງໂຂງ ແຂວງຈຳປາສັກ.

ສາເຫດການຕາຍ ທາງເຈົ້າໜ້າທີ່ອານຸລັກການປະມົງກຳປູເຈຍໄດ້ລະບຸວ່າ: ປ່າຂ່ານັ້ນໄປຕິດມອງຫາປາຂອງພໍ່ແມ່ປະຊາຊົນ ເປັນເວລາດົນ ເຮັດໃຫ້ມີບາດແຜຕາມລຳຕົວ ແລະ ບໍ່ສາມາດເອົາຕົນເອງອອກຈາກມອງໄດ້ເລີຍເຮັດໃຫ້ຕາຍໃນເວລາຕໍ່ມາ.

ໃນໄລຍະ 2-3 ປີທີ່ຜ່ານມາ ສາມາດພົບເຫັນປາຂ່າທັ້ງໝົດ 6 ສາຍພັນ ແລະ ໜຶ່ງໃນ 6 ສາຍພັນນີ້ແມ່ນພົບເຫັນຢູ່ແມ່ນໍ້າຂອງ ປະມານ 3-4 ໂຕ ແລະ ຈໍານວນ 2 ໂຕທີ່ຕາຍໃນກາງປີ 2021 ແລະ ອີກ 1 ໂຕ ໃນວັນທີ 15 ກຸມພາ 2022 ນີ້ ປາຂ່າຄືໜຶ່ງໃນຊະນິດພັນສັດນໍ້າ ທີ່ຕົກຢູໃນສະຖານະການ ສ່ຽງຕໍ່ການສູນພັນ ຂັ້ນສູງສຸດ.

ຈາກການສູນເສຍດັ່ງກ່າວ ອົງການ WWF-Laos ຮຽກຮ້ອງມາຍັງທຸກຄົນ ທຸກພາກສ່ວນຈົ່ງໃຫ້ຄວາມສໍາຄັນ ແລະ ຮ່ວມແຮງກັນຕໍ່ການປົກປັກຮັກສາ ແລະ ອະນຸລັກສັດນໍ້າ-ສັດປ່າ ແລະ ຈະຫາທຸກວິທີທາງເພື່ອສະໜັບສະໜູນ ວຽກງານອະນຸລັກ ແລະ ຄຸ້ມຄອງສັດນໍ້າ-ສັດປ່າ ໃຫ້ມີປະສິດຕິພາບ ຫຼາຍຂຶ້ນ ໂດຍສະເພາະສັດທີ່ໃກ້ຈະສູນພັນ ຫຼື ສູນພັນໄປແລ້ວ ແຕ່ອາດຍັງມີສ່ອງທາງ ແລະ ໂອກາດທີ່ຈະນໍາສັດປ່າ ແລະ ສັດນໍ້າດັ່ງກ່າວ ທີ່ເຄີຍເປັນໜຶ່ງໃນສັນຍາລັກທີ່ສໍາຄັນ ຂອງລາວເຮົາ ກັບຄືນມາ ລວມທັ້ງ ເສືອ ແລະ ປ່າຂ່າ.

ແຫຼ່ງຂ່າວຈາກ: WWF-Laos See less