ລາວມີຜູ້ປ່ວຍໄຂ້ຍຸງລາຍກວ່າພັນຄົນ ເສຍຊີວິດແລ້ວ 4 ຄົນ

ໜັງສືພິມເສດຖະກິດ-ການຄ້າ ລາຍງານໃຫ້ຮູ້ວ່າ ພະຍາດໄຂ້ຍຸງລາຍ ຖືວ່າເປັນພະຍາດທີ່ມີຄວາມຮຸນແຮງ ມີລາຍງານຜູ້ເສຍຊີວິດແລ້ວເຖິງ 4 ຄົນ ພ້ອມຕິດເຊື້ອອີກ 1.337 ກໍລະນີ.

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ກ່າວຕໍ່ສື່ມວນຊົນໃນວັນທີ 24 ພຶດສະພາ 2020 ຜ່ານມາວ່າ: ປະເທດລາວເຮົາມີຜູ້ຕິດເຊື້ອໄຂ້ຍຸງລາຍໃນປີ 2019 ທັງໝົດ 39.091 ກໍລະນີ, ເສຍຊີວິດ 76 ຄົນ, ປີ 2020 (ມາຮອດວັນທີ 22 ພຶດສະພາ 2020) ມີຜູ້ຕິດເຊື້ອທັງໝົດ 1.337 ກໍລະນີ, ເສຍຊີວິດ 4 ຄົນ ຢູ່ນະຄອນຫຼວງວຽງຈັນ 2 ຄົນ, ໄຊຍະບູລີ 1 ຄົນ ແລະ ແຂວງຄຳມ່ວນ 1 ຄົນ.

ທັງນີ້, ນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼາຍກວ່າໝູ່ 345 ກໍລະນີ, ເສຍຊີວິດແລ້ວ 2 ຄົນ, ຮອງລົງມາແມ່ນແຂວງ ອັດຕະປື 190 ກໍລະນີ, ແຂວງວຽງຈັນ 186 ກໍລະນີ, ຄຳມ່ວນ 105 ກໍລະນີ ເສຍຊີວິດ 1 ຄົນ, ບໍລິຄຳໄຊ 103 ກໍລະນີ, ສະຫວັນນະເຂດ 91 ກໍລະນີ, ສາລະວັນ 85 ກໍລະນີ, ໄຊຍະບູລີ 79 ກໍລະນີ ເສຍຊີວິດ 1 ຄົນ, ເຊກອງ 47 ກໍລະນີ, ຫຼວງນໍ້າທາ 29 ກໍລະນີ, ອຸດົມໄຊ 25 ກໍລະນີ, ໄຊສົມບູນ 23 ກໍລະນີ, ຫຼວງພະບາງ 12 ກໍລະນີ, ຈຳປາສັກ 7 ກໍລະນີ, ຜົ້ງສາລີ 5 ກໍລະນີ, ບໍ່ແກ້ວ 4 ກໍລະນີ. ສໍາລັບ ແຂວງຊຽງຂວາງ ແລະ ຫົວພັນ ແມ່ນຍັງບໍ່ພົບກໍລະນີຜູ້ຕິດເຊື້ອໄຂ້ຍຸງລາຍ.

ສະນັ້ນ, ຈຶ່ງຂໍຮຽກຮ້ອງພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງໄດ້ເປັນເຈົ້າການໃນການທຳລາຍແຫຼ່ງເພາະພັນຍຸງລາຍ ແລະ ນຳພາລູກຫຼານໄປສັກຢາກັນພະຍາດຕາມຕາຕະລາງສັກຢາ ແລະ ຈົ່ງພ້ອມກັນສຸມໃສ່ເພີ່ມທະວີການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນການແຜ່ລະບາດໂດຍສະເພາະໃຫ້ເປັນເຈົ້າການໃນການປ້ອງກັນບໍ່ໃຫ້ຍຸງລາຍກັດ ໄປຄຽງຄູ່ກັບການປະຕິບັດຫຼັກການ 5ປ ເປັນປະຈຳ ທັງມີການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ບໍ່ມີໜອນນໍ້າ ກໍຈະບໍ່ມີຍຸງລາຍ.

 

ຮຽບຮຽງຂ່າວ:​ ພຸດສະດີ