ປ່າສະຫງວນແຫ່ງຊາດຫີນໜາມໜໍ່, ແຂວງ ຄຳມ່ວນ ກຽມສະເຫນີເຂົ້າເປັນມໍລະດົກໂລກ

​​ປ່າ​ສະຫງວນ​ແຫ່ງ​ຊາດ​ຫີນໜາມ​ໜໍ່ ກຽມສະເຫນີເຂົ້າ​ເປັນ​ມໍລະດົກ​ໂລກ ທາງ​ດ້ານ​ທຳ​ມະ​ຊາດ​ແຫ່ງ​ທຳອິດ​ຂອງ​ລາວ ກອງປະຊຸມສະເຫນີດັ່ງກ່າວຈັດ​ຂຶ້ນໃນ​ວັນ​ທີ 26 ມັງກອນ 2018 ທີ່​ແຂວງ​ຄຳ​ມ່ວນ ໂດຍການເປັນປະທານເຂົ້າຮ່ວມຂອງ ​ທ່ານ ບົວ​ເງິນ ຊາ​ພູວົງ, ຮອງ​ລັດຖະມົນຕີ​ກະຊວງ​ຖະແຫຼງ​ຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ. ທ່ານ ທອງ​ພັດ ອິນ​ທະວົງ ຮອງ​ລັດຖະມົນຕີ​ກະຊວງ​ພະລັງ​ງານ ແລະ ບໍ່​ແຮ່ ແລະ ທ່ານ ຄຳ​ສີ ອຸດ​ທິ​ວົງ ຮອງ​ເຈົ້າແຂວງຄຳ​ມ່ວນ ພ້ອມທັງພາກສ່ວນ​ທີ່​ກ່ຽວຂ້ອງ.

ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ​ລາວ ແລະ ກະຊວງ​ວັດທະນະທຳ​ກີລາ ແລະ ທ່ອງ​ທ່ຽວ ຫວຽດນາມ ໄດ້​ລົງນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ ໃນ​ວັນ​ທີ 10 ມັງກອນ 2018 ໂດຍຫວຽດນາມ​ຈະ​ສະໜັບສະໜູນ ການ​ສະເໜີ​ຊື່​ເອົາ​ປ່າ​ສະຫງວນແຫ່ງ​ຊາດ​ຫີນ​ໜາມ​ໜໍ່ ເຂົ້າ​ເປັນມໍລະດົກ​ໂລກ​ຮ່ວມ​ຊາຍ​ແດນ ກັບ​ອຸທິຍານ​ແຫ່ງ​ຊາດ ຟອງ​ຍາ​ແກ​ບ່າງ ທີ່ໄດ້​ຮັບ​ການ​ຮັບຮອງ​ເປັນ​ມໍລະດົກ​ໂລກ​ທາງ​ທຳມະ​ຊາດ ໃນ​ແຂວງ​ກວາງ​ບິ່ງ, ປະເທດ ຫວຽດນາມ.

ບົດ​ບັນທຶກ​ຄວາມເຂົ້າໃຈ​ສະບັບ​ນີ້ ໄດ້​ນຳ​ສູ່​ການ​ປຶກສາ​ຫາລື​ກ່ຽວ​ກັບ​ຂະ​ບວນ​ການກະກຽມ​ເອກະສານ​ ແລະ ​ສະເໜີຊື່​ເຂົ້າ​ເປັນ​ມໍລະດົກ​ໂລກ ໂດຍການ​ສຶກ​ສາ​ຄົ້ນຄວ້າ​ວຽກງານ​ເຕັກນິກ​ວິຊາ​ການ​ສະເພາະດ້ານ ແລະ ​ສ້າງ​ຄວາມ​ເຂັ້ມແຂງ​ເຂົ້າ​ໃນ​ແຜນການ​ຄຸ້ມ​ຄອງປ່າ​ສະຫງວນ​ແຫ່ງ​ຊາດ​ຫີນ​ໜາມໜໍ່. ​ຜ່ານ​ການຈັດຕັ້ງ​ປະຕິບັດແຜນ​ວຽກ ປະຈຳ​ປີ 2018.

ແຫລ່ງຂ່າວ ວຽງຈັນໃຫມ່