ຊາວບ້ານແຫ່ເບິ່ງ “ໄກ່ນ້ອຍປະຫຼາດ” ແຕກອອກມາມີ 4 ຂາ

ເວັບໄຊ ໂພສຕ໌ຈັງ ລາຍງານເມືອວັນທີ 30 ມີນາ 2017 ໄດ້ມີຊາວບ້ານຈຳນວນຫຼາຍເດີນທາງໄປທີ່ເຮືອນຂອງທ້າວ ສຸລະພົນ ໝາຍສຸກ ອາຍຸ 60 ປີ ເປັນຊາວບ້ານ ກອກ ຕຳບົນໃນເມືອງ ອຳເພີພິມາຍ ຈັງຫວັດນະຄອນຣາຊະສີມາ ເພື່ອເບິ່ງໄກ່ນ້ອຍເພດຜູ້ ເຊິ່ງມີຄວາມແປກປະຫຼາດຄືມີສີ່ຂາ ໂດຍມີສອງຂາເປັນປົກກະຕິຄືກັບໄກ່ທົ່ວໄປ ແລະ ປັດຈຸບັນໄກ່ນ້ອຍຕົວດັ່ງກ່າວກໍ່ມີສຸຂະພາບແຂງແຮງດີ ເຊິ່ງເຈົ້າຂອງເຊື່ອວ່າໄກ່ນ້ອຍຕົວນີ້ຈະນຳໂຊກລາບມາສູ່ຄອບຄົວ

ເຊິ່ງນັບຕັ້ງແຕ່ມີຂ່າວນີ້ເຜີຍແຜ່ອອກໄປ ກໍ່ມີຊາວບ້ານມາກໜ້າຫຼາຍຕາປ່ຽນກັນເຂົ້າມາເບິ່ງບໍ່ຂາດສາຍ