ຈີນກຽມເລັ່ງມອບເງິນຄ່າຄອງຊີບພື້ນຖານຂອງປະຊາຊົນທີ່ທຸກຍາກ ກ່ອນເທດສະການກຸດຈີນ

ເວັບໄຊຂ່າວເດລີເມລ ລາຍງານເມື່ອວັນທີ 25 ມັງກອນ ວ່າ ລັດຖະບານຈີນໄດ້ຈັດສັນງົບປະມານກາງ 1.04 ລ້ານຢວນ ເພື່ອສະໜັບສະໜູນຄ່າຄອງຊີບພື້ນຖານຂອງປະຊາຊົນທີ່ທຸກຍາກ ກ່ອນເທດສະການກຸດຈີນທີ່ໃກ້ຈະມາຮອດນີ້.

ທ່ານ ຈາງຈ້າຍກັງ ຮອງຜູ້ອຳນວຍການສຳນັກງານຊ່ວຍເຫຼືອທາງສັງຄົມ ສັງກັດກະຊວງກິດຈະການພົນລະເຮືອຂອງຈີນ ຖະແຫຼງຂ່າວວ່າ ລັດຖະບານທ້ອງຖິ່ນຈະມອບການຊ່ວຍເຫຼືອຊົ່ວຄາວ ແລະ ເງິນອຸດໜູນໃຫ້ແກ່ຜູ້ທີ່ມີສະຖານະທຸກຍາກທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ-19.

ທ່ານ ຈາງ ໄດ້ເນັ້ນຢໍ້າໃຫ້ທາງການທ້ອງຖິ່ນດຳເນີນງານເພື່ອຮັບປະກັນວ່າຈະສົ່ງມອບເງິນອຸດໜູນໃຫ້ແກ່ປະຊາຊົນໄດ້ທັນກ່ອນເທດສະການກຸດຈີນ ໃນວັນທີ 12 ກຸມພາ 2021ນີ້.

ຮຽບຮຽງຂ່າວ: ພຸດສະດີ