spot_img
Homeຂ່າວຕ່າງປະເທດໜ່ວຍຮັກສາຄວາມປອດໄພ ນຳຕົວ "ໂດນັລ ທຣັມ" ລົງຈາກເວທີຫາສຽງດ່ວນ

ໜ່ວຍຮັກສາຄວາມປອດໄພ ນຳຕົວ “ໂດນັລ ທຣັມ” ລົງຈາກເວທີຫາສຽງດ່ວນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຣີໂນ ລັດເນວາດາ ປະເທດສະຫະລັດອາເມລິການ ເມື່ອວັນທີ 5 ພະຈິກ 2016 ທີ່ຜ່ານມາວ່າ ທ່ານ ໂດນັລ ທຣັມ ຕົວແທນພັກຣິພັບບຣິກກັນໃນການລົງສະໝັກເລືອກຕັ້ງຊິງຕຳແໜ່ງປະທານາທິບໍດີຂອງສະຫະລັດ ໄດ້ລົງພື້ນທີ່ຫາສຽງໃນເມືອງ ຣີໂນ ໃນລັດເນວາດາ ເມື່ອວັນເສົາທີ່ຜ່ານມາ ຫຼັງຈາກທີ່ທ່ານ ໂດນັລ ທຣັມ ໄດ້ກ່າວຄຳປາໄສໄປໄດ້ໄລຍະໜຶ່ງ ທຣັມ ເໝືອນຈະສັງເກດພົບເຫັນຄວາມຜິດປົກກະຕິບາງຢ່າງທ່າມກາງຝູງຊົນ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພສອງຄົນກໍ່ຟ້າວນຳຕົງຂອງທ່ານ ໂດນັລ ທຣັມ ອອກຈາກເວທີທັນທີ ທ່າມກາງການລາຍງານວ່າມີຜູ້ພົກປືນເຂົ້າມາໃນງານ ແລະ ຕອນນີ້ເຈົ້າໜ້າທີ່ສາມາດຄວບຄຸມຕົວຜູ້ຕ້ອງສົງໃສໄວ້ໄດ້ແລ້ວ ຫຼັງຈາກນັ້ນອີກບໍ່ດົນ ທຣັມກໍ່ກັບຂຶ້ນສູ່ເວທີປາໄສອີກຄັ້ງ ແລະ ເຮັດຄືກັບບໍ່ມີເລື່ອງຫຍັງເກີດຂຶ້ນ ແລະ ຍັງກ່າວອີກວ່າ “ບໍ່ມີສິ່ງໃດຢຸດເຮົາໄດ້”

 

ຂ່າວຈາກ: ເດລີເມລ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...