spot_img
Homeລົດຍົນ-ຍານພາຫະນະໄອເດຍໃໝ່ຂອງການຂາຍລົດ "ຮ້ານຂາຍລົດແບບຢອດຫຼຽນ"

ໄອເດຍໃໝ່ຂອງການຂາຍລົດ “ຮ້ານຂາຍລົດແບບຢອດຫຼຽນ”

Published on

Carvana ຜູ້ຄ້າລົດຍົນລາຍໃຫຍ່ແຫ່ງສະຫະລັດ ໄດ້ເປີດ ຮ້ານຂາຍລົດແບບຢອດຫຼຽນ ເປັນເຫ່ງທີ່ 2 ໃນເມືອງ Houston ແລະ ຮ້ານນີ້ເປັນຮ້ານທີ່ໃຫຍ່ກວ່າສາຂາທີ 1 ທີ່ຕັ້ງຢູ່ເມືອງ Nashville ໂດຍຫໍຈອດລົດທີ່ລໍຖ້າຄົນມາຢອດຫຼຽນຊື້ນັ້ນມີຄວາມສູງເຖິງ 8 ຊັ້ນ ໂຄງສ້າງເປັນເຫຼັກຕິດແວ່ນແກ້ວໃສ ເພື່ອອວດໂສມລົດງາມໆ ເຖິງ 30 ຄັນ

Ernie Garcia ຜູ້ບໍລິຫານຂອງ Carvana ກ່າວວ່າ “ມີຄົນການຕອບຮັບທີ່ດີຈາກລູກຄ້າກ່ຽວກັບຮ້ານຂາຍລົດຢອດຫຼຽນແຫ່ງທຳອິດໃນເມືອງ Houston ເຮັດໃຫ້ລາວຢາກນຳສະເໜີປະສົບການໃນການຊື້ລົດແບບໃໝ່ນີ້ໄປສູ່ຕະຫຼາດອື່ນໆ” ຜູ້ທີ່ຕ້ອງການຊື້ລົດຕ້ອງເດີນທາງມາທີ່ຮ້ານຂາຍລົດຢອດຫຼຽນ ແລະ ຮັບຫຼຽນທີ່ມີຂະໜາດໃຫຍ່ເປັນພິເສດ ຈາກນັ້ນກໍ່ນຳຫຼຽນໄປຢອດລົງເຄື່ອງຂາຍລົດ ເຊິ່ງບໍ່ຕ່າງຫຍັງກັບການຢອດຫຼຽນລົງຕູ້ເຄື່ອງດື່ມ (ຄືເຫັນໃນໂທລະພາບ) ແລ້ວກົນໄກພາຍໃນຫໍຈອດລົດຈະເລີ່ມທຳງານ ເພື່ອນຳລົດທີ່ລູກຄ້າຕ້ອງການລົງມາດ້ານລຸ້ມໃຫ້ລູກຄ້າ

ໂດຍຮ້ານຂາຍລົດຢອດຫຼຽນນີ້ ຈະລິ້ງເຂົ້າກັບເວັບໄຊ໌ຂອງ Carvana ລູກຄ້າສາມາດຄົ້ນຫາລົດທີ່ຕ້ອງການຈ່າຍເງິນ ຫຼື ເຮັດໄຟແນນຊ໌ ຫຼື ຈະເອົາລົດເກົ່າມາເທີນຜ່ານລະບົບອອນໄລນ໌ກໍ່ຍັງເຮັດໄດ້ ໂດຍລູກຄ້າຈະມີຕົວເລືອກສຳລັບການຮັບລົດ 2 ຮູບແບບຄື: 1. ໃຫ້ພະນັກງານຂອງຮ້ານຂັບລົດໄປສົ່ງຮອດເຮືອນ, 2. ເຮັດການຮັບລົດຜ່ານລະບົບຮ້ານຍອດຫຼຽນ ເຊິ່ງເປັນປະສົບການທີ່ແປກໃໝ່ ແລະ ມີຜູ້ຄົນຈຳນວນຫຼາຍທີ່ມັກວິທີນີ້

ທີ່ມາ : www.digitaltrends.com ແລະ http://news.thaiware.com/9218.html

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...