spot_img
Homeຂ່າວທ້ອງຖິ່ນໄຟຟ້າລາວສາຂາແຂວງໄຊຍະບູລີ ເລັ່ງເກັບກູ້ລະບົບຕາຂ່າຍ ແລະ ຍ້າຍກົງເຕີໄຟຟ້າຂື້ນໄວ້ທີ່ສູງ

ໄຟຟ້າລາວສາຂາແຂວງໄຊຍະບູລີ ເລັ່ງເກັບກູ້ລະບົບຕາຂ່າຍ ແລະ ຍ້າຍກົງເຕີໄຟຟ້າຂື້ນໄວ້ທີ່ສູງ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ໃນລະຫວາງວັນທີ 2-3 ສິງຫາ 2020 ຜ່ານມາ ນີ້ໄດ້ເກີດມີພາຍຸຟ້າຝົນລົມແຮງພັດເຂົ້າ ແຂວງໄຊຍະບູລີ ເຮັດໃຫ້ເກີດມີໄພນໍ້າຖ້ວມ ຢູ່ 10 ບ້ານ ທີ່ລຽບຕາມແຄມນໍ້າຮຸ່ງ ໃນເທສະບານ ແຂວງໄຊຍະບູລີ ຄື: ບ້ານໂຮມໄຊ, ບ້ານ ປົ່ງ, ບ້ານນາຍາວ, ບ້ານນາໄຮ, ບ້ານສີເມືອງ, ບ້ານຖີ່ນ, ບ້ານບຸ່ງ, ບ້ານໜອງແຊງ, ບ້ານນາຕໍໃຫຍ່ ແລະ ບ້ານນາຊໍ່າ.

ຜົນເສຍຫາຍທາງອຸປະກອນໄຟຟ້າ ເປັນຕົ້ນແມ່ນ ໝໍ້ນັບໄຟໄໝ້ 7 ໜ່ວຍ, ກົງເຕີ້ຖືກນ້ຳຖ້ວມ 30 ໜ່ວຍ, ເສົາໄຟຟ້າລົ້ມ 1 ຕົ້ນ. ດ້ວຍສະພາບດັ່ງກ່າວ ຄະນະສາຂາ ແຂວງໄຊຍະບູລີ ໄດ້ຮີບຮ້ອນໃຈມອບແຜນວຽກໃຫ້ 3 ພະແນກການ ທີ່ກ່ຽວຂ້ອງຄື: ພະແນກເຕັກນິກ, ພະແນກຕາຂ່າຍ-ເດປານາ, ພະແນກໝໍ້ນັບໄຟ ນໍາພາອ້າຍນ້ອງ ພະນັກງານ-ກໍາມະກອນ ລົງແກ້ໄຂຢ່າງເລັ່ງດ່ວນ ໂດຍການເກັບກູ້ ແລະ ຍ້າຍກົງເຕີໄຟຟ້າຂື້ນໄວ້ທີ່ສູງ ພ້ອມທັງຕັດໄຟຟ້າ ອອກຈາກບາງຈຸດ ທີ່ມີຄວາມສ່ຽງ ຈາກນໍ້າຖ້ວມອອກເພື່ອຄວາມປອດໄຟ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...