spot_img
Homeຂ່າວທ້ອງຖິ່ນໄຟຟ້າລາວຈະຄິດໄລ່ຄືນໃໝ່ ຫຼື ສົ່ງເງິນຄືນໃຫ້ຜູ້ທີ່ຈ່າຍເງິນຄ່າໄຟແລ້ວ

ໄຟຟ້າລາວຈະຄິດໄລ່ຄືນໃໝ່ ຫຼື ສົ່ງເງິນຄືນໃຫ້ຜູ້ທີ່ຈ່າຍເງິນຄ່າໄຟແລ້ວ

Published on

ໃນໄລຍະທີ່ຜ່ານມາ, ບັນຫາຄ່າໄຟຟ້າແພງໄດ້ສົ່ງຜົນກະທົບຕໍ່ປະຊາຊົນໃນວົງກວ້າງ ລັດຖະບານກໍ່ຄືພາກສ່ວນທີ່ກ່ຽວຂ້ອງໄດ້ມີການຄົ້ນຄວ້າກ່ຽວກັບນະໂຍບາຍຫຼຸດຜ່ອນຄ່າໄຟຟ້າເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກຊ່ວງໄລຍະໂຄວິດ-19 ແລະ ຫຼ້າສຸດ ໃນຕອນແລງຂອງວັນທີ 23 ມິຖຸນາ 2020 ລັດວິສາຫະກິດໄຟຟ້າລາວ ໄດ້ປະກາດກຳນົດນະໂຍບາຍຫຼຸດລາຄາໄຟຟ້າໄລຍະການລະບາດຂອງພະຍາດໂຄວິດ-19 ຄື ເດືອນ 4-5-6 ຂອງປີ 2020 ອອກມາແລ້ວ ໂດຍຈະແບ່ງອອກເປັນ 3 ກຸ່ມດັ່ງນີ້:

ກຸ່ມທີ 1 ທີ່ໃຊ້ກະແສໄຟຟ້າ 0-150 ກິໂລວັດໂມງຕໍ່ເດືອນແມ່ນໃຫ້ຄູນໃສ່ 355 ກີບ ຕໍ່ກິໂລວັດໂມງ ຖືເປັນລາຄາໄຟຟ້າຂອງເດືອນ

ກຸ່ມທີ 2 ເປັນຜູ້ໃຊ້ທີ່ຊົມໃຊ້ກະແສໄຟແຕ່ 151-461 ແມ່ນໃຫ້ຄູນ 355 ກີບຕໍ່ກິໂລວັດໂມງ ສຳລັບ 150 ກິໂລວັດທຳອິດ ແລະ ສ່ວນທີ່ເຫຼືອໃຫ້ຄູນໃສ່ລາຄາ 710 ກີບຕໍ່ກິໂລວັດໂມງ ເປັນລາຄາໄຟຟ້າພາຍໃນເດືອນ.

ກຸ່ມທີ 3 ແມ່ນຜູ້ທີ່ຊົມໃຊ້ກະແສໄຟຟ້າແຕ່ 462 ກິໂລວັດໂມງເປັນຕົ້ນໄປແມ່ນໃຫ້ຄູນໃສ່ລາຄາດຽວຄື 710 ກີບຕໍ່ກິໂລວັດໂມງ ຖືເປັນລາຄາໄຟຟ້າພາຍໃນເດືອນນັ້ນ.

ປະຈຸບັນນີ້, ລາຄາໄຟຟ້າສຳລັບ 3 ເດືອນທີ່ລະບຸໄວ້ຄື 4-5-6 ແມ່ນໄດ້ຄິດໄລ່ເງິນ ແລະ ແຈກຈ່າຍບິນອອກໝົດແລ້ວ. ດັ່ງນັ້ນ, ທາງລັດວິສາຫະກິດໄຟຟ້າລາວ ຈະມີການໄລ່ລຽງຄືນໃຫ້ປະຊາຊົນທີ່ໄດ້ຈ່າຍເງິນໄປແລ້ວ ຫຼື ສົ່ງເງິນຄືນໃຫ້ຜູ້ທີ່ຈ່າຍໄປແລ້ວກ່ອນໜ້ານີ້ ໃນໃບບິນຂອງເດືອນທີ 7-8-9 ຂອງປີ 2020.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...