spot_img
Homeຂ່າວການສຶກສາໂຮງຮຽນໃນປະເທດຍີ່ປຸ່ນໄດ້ປຶກສາກັບຜູ້ປົກຄອງເພື່ອປ່ຽນຊຸດນັກຮຽນໃຫ້ມີລາຄາຖືກລົງ

ໂຮງຮຽນໃນປະເທດຍີ່ປຸ່ນໄດ້ປຶກສາກັບຜູ້ປົກຄອງເພື່ອປ່ຽນຊຸດນັກຮຽນໃຫ້ມີລາຄາຖືກລົງ

Published on

 ໂຮງຮຽນມັດທະຍົມແຫ່ງໜຶ່ງໃນ ເມືອງໄຊຕະມະ ປະເທດຍີ່ປຸ່ນໄດ້ວາງແຜນປຶກສາຫາລືລະຫວ່າງອາຈານ ແລະ ຜູ້ປົກຄອງ ກ່ຽວກັບແບບແຜນທີ່ຈະປ່ຽນຊຸດນັກຮຽນທີ່ມີລາຄາແພງໃຫ້ມາເປັນການນຸ່ງເສື້ອຜ້າທີ່ມີຄວາມສະດວກສະບາຍ ແລະ ລາຄາຖືກກວ່າເກົ່າ ແລະ ຍີ່ຫໍ້ເສື້ອຜ້າທີ່ຖືກນໍາສະເໜີໃນກອງປະຊຸມແມ່ນຍີ່ຫໍ້ ຢູນິໂຄ່ (UNIQLO) ເພາະເປັນຍີ່ຫໍ້ທີ່ມີລາຄາບໍ່ແພງ ແລະ ໃສ່ງ່າຍສະດວກສະບາຍ ເນື່ອງຈາກຊຸດນັກຮຽນຍີ່ປຸ່ນນັ້ນມີລາຄາທີ່ຄ່ອນຂ້າງແພງ.

ທ່ານ ເຄນຈິ ຮອງຜູ້ອໍານວຍການໂຮງຮຽນໄດ້ໃຫ້ສໍາພາດວ່າ “ພວກເຮົາກໍາລັງຫາທາງອອກໃຫ້ກັບຜູ້ປົກຄອງເພື່ອແກ້ໄຂບັນຫາດັ່ງກ່າວ ຕອນນີ້ທາງໂຮງຮຽນກໍາລັງພິຈາລະນາໃຫ້ນັກຮຽນສາມາດນຸ່ງເສື້ອຜ້າຂອງຍີ່ຫໍ້ຢູນິໂຄ່ໄດ້” ແລະ ທາງໂຮງຮຽນເອງຕ້ອງການຄວບຄຸມຄ່າໃຊ້ຈ່າຍໃນສ່ວນນີ້ໃຫ້ຢູ່ທີ່ປະມານ 10,000 ເຢນ ຫຼື ປະມານ 900,000 ກີບ.

ນອກຈາກນີ້ທາງໂຮງຮຽນຍັງມີຄວາມເຫັນອີກວ່າຊຸດນັກຮຽນໃນປັດຈຸບັນນີ້ແມ່ນເຮັດມາຈາກຂົນສັດ ແລະ ມັນສົ່ງຜົນເຮັດໃຫ້ເວລາຊັກຕ້ອງໄດ້ເອົາໃຈໃສ່ເປັນພິເສດກວ່າເສື້ອຜ້າທໍາມະດາ. ແຕ່ເຖິງຢ່າໃດກໍຕາມການຕັດສິນໃຈທັງໝົດແມ່ນຂຶ້ນກັບນັກຮຽນ ແລະ ຜູ້ປົກຄອງ ແຕ່ຖ້າຂໍ້ສະເໜີນີ້ຖືກເຫັນນັກຮຽນໃນໂຮງຮຽນໂອມິຕະຄິຕະ ຈະໄດ້ໃສ່ຊຸດນັກຮຽນທີ່ສະບາຍຂຶ້ນກວ່າເກົ່າ

ແຫຼ່ງຂ່າວ: khaosod

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...